ອັດຕະປືເຮັດແທ້! ຖ້າພົບບຸກຄົນໃດຂາຍນ້ຳມັນຕາມແຄມທາງ ແລະ ພົບປ້ຳທີ່ສວຍໂອກາດປັບລາຄາຂຶ້ນ ສາມາດໂທແຈ້ງສາຍດ່ວນ 1510


ວັນທີ 9 ພຶດສະພາ 2022 ນີ້, ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງອັດຕະປື ໄດ້ຊີ້ແຈງ ບັນຫານໍ້າມັນຂາດປໍ້າ ວ່າ: ສາເຫດທີ່ພາໃຫ້ລາຄານໍ້າມັນເຊື້ອໄຟໃນປັດຈຸບັນຂາດປໍ້າ ແລະ ມີການເໜັງຕີງໃນແຕ່ລະວັນ ຍ້ອນຫຼາຍສາເຫດກະທົບທັງທາງກົງ ແລະ ທາງອ້ອມ ຈາກສະພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ, ມີທັງກາລະໂອກາດ ແລະ ສິ່ງທ້າທາຍ ເຊິ່ງຄາດຄະເນໄດ້ຍາກ ອັນເນື່ອງມາຈາກຂໍ້ຂັດແຍ້ງ ທາງດ້ານເສດຖະກິດ-ການຄ້າ ຂອງປະເທດນາຍທຶນ, ບັນຫາສົງຄາມ ແລະ ອື່ນໆ.

ສປປ ລາວ ພວກເຮົາ ກໍປະເຊີນກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເປັນຕົ້ນ ອັດຕາແລກປ່ຽນເງິນຕາຕ່າງປະເທດ ແລະ ເງິນກີບລາວ ມີການຫຼຸດໂຕນກັນ, ມີການເໜັງຕີງຕະຫຼອດເຮັດໃຫ້ເງິນກີບລາວອ່ອນຄ່າລົງ ກໍເປັນປັດໄຈກະທົບຕໍ່ການນໍາເຂົ້ານໍ້າມັນເຊື້ອໄຟ, ຜູ້ນໍາເຂົ້ານໍ້າມັນພົບຄວາມຫຍຸ້ງຍາກຫລາຍດ້ານ, ດ້ວຍເຫດນີ້ຈຶ່ງພາໃຫ້ນໍ້າມັນເຊື້ອໄຟຂາດປໍ້າ ແລະ ຕອບສະໜອງບໍ່ທັນກັບຜູ້ຊົມໃຊ້.

ໄປຄຽງຄູ່ກັນນີ້, ຄວາມບໍ່ເຂົ້າໃຈຂອງຜູ້ດໍາເນີນທຸລະກິດຂາຍນໍ້າມັນເຊື້ອໄຟບາງປໍ້າ ແລະ ຜູ້ຄົນໃນສັງຄົມຈໍານວນໜຶ່ງໄດ້ສວຍໃຊ້ວິກິດເປັນໂອກາດ ກັກຕຸນນໍ້າມັນເພື່ອຂາຍຍ່ອຍ, ດັດປັບລາຄາບໍ່ເອກະພາບຕາມແຈ້ງການ, ເກີດມີການຂາຍຍົກ-ຍ່ອຍເປັນແກ້ວ, ເປັນຕຸກຕາມຖະໜົນຫົນທາງ, ຕາມໜ້າປໍ້າ ເຊິ່ງເຫັນວ່າ ບໍ່ມີຄວາມຮັບປະກັນຕໍ່ຄວາມປອດໄພອາດມີຄວາມສ່ຽງເກີດອັກຄີໄພ ແລະ ຖືວ່າເປັນການລະເມີດຕໍ່ລະບຽບກົດໝາຍ, ຄໍາສັ່ງ, ລະບຽບການ ແລະ ແຈ້ງການຂອງການຈັດຕັ້ງພັກ-ລັດ ວາງອອກ.

ທ່ານ ພູໄຊ ວໍລະລາດ ໄດ້ກ່າວອີກວ່າ: ຕໍ່ບັນຫາດັ່ງກ່າວ, ເຈົ້າໜ້າທີ່ ກໍຄື ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ກໍບໍ່ໄດ້ນິ້ງນອນໃຈ ແລະ ໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ໂດຍໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງຂອງແຂວງ, ເມືອງ ແລະ ບ້ານ ໃນການລົງເຄື່ອນໄຫວປຸກລະດົມຂົນຂວາຍ, ໂຄສະນາຊີ້ແນະ, ກ່າວເຕືອນ ແລະ ສຶກສາອົບຮົມ, ສ້າງບົດບັນທຶກ ພ້ອມທັງປັບໃໝຫຼາຍພໍສົມຄວນ ແຕ່ປາກົດວ່າຍັງມີຜູ້ສືບຕໍ່ລະເມີດ.

ເຖິງຢ່າງໃດກໍຕາມ ໃນຕໍ່ໜ້ານີ້, ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ຈະໄດ້ເອົາໃຈໃສ່ຢ່າງຈິງຈັງໃນການແກ້ໄຂບັນຫາດັ່ງກ່າວ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ຂໍຝາກເຖິງສັງຄົມ, ພໍ່ແມ່ປະຊາຊົນໃນທົ່ວແຂວງອັດຕະປື ຊ່ວຍເປັນຫູເປັນຕາ, ຕິດຕາມບຸກຄົນໃດ, ປໍ້າໃດທີ່ບໍ່ປະຕິບັດຕາມລະບຽບການຂອງຂັ້ນເທິງວາງອອກ, ການສວຍໂອກາດດັດປັບລາຄາ, ຂາຍນໍ້າມັນແກ້ວຕາມທ້ອງຖະໜົນ, ໜ້າປໍ້າ ຫລື ກັກຕຸນ ແລະ ອື່ນໆ ສາມາດປະສານ ຫຼື ລາຍງານເຈົ້າໜ້າທີ່ກ່ຽວຂ້ອງ ສາຍດ່ວນ 1510 ຫລື ເຈົ້າໜ້າທີ່ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ເມືອງ ໂທ 020 55635980, 02022297888.

ຂໍ້ມູນຈາກ: https://bit.ly/3wdGtS0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/