ທົນແຮງກົດດັນບໍ່ໄຫວ! ນາຍົກລັດຖະມົນຕີສີລັງກາຍື່ນໃບລາອອກຈາກຕໍາແໜ່ງແລ້ວ ທ່າມກາງວິກິດທາງເສດຖະກິດຢ່າງຮຸນແຮງຂອງປະເທດ


ຈາກສະພາບເສດຖະກິດຂອງສີລັງກາທີ່ເອີ້ນໄດ້ວ່າໃກ້ຈະເປັນປະເທດລົ້ມລະລາຍແບບເຕັມຕົວແລ້ວ ຈາກການບໍລິຫານຂອງຄະນະລັດຖະບານ ສົ່ງຜົນໃຫ້ປະຊາຊົນທົນບໍ່ໄຫວອີກຕໍ່ໄປ ແລະ ໄດ້ລຸກຮືຂຶ້ນມາປະທ້ວງລັດຖະບານໃຫ້ລາອອກ ເຮັດໃຫ້ກ່ອນໜ້ານີ້ຄະນະລັດຖະບານຂອງນາຍົກລັດຖະມົນຕີ ມະຮິນດາ ຣາຊະປັກສາ (Mahinda Rajapakse) ລາອອກໝົດຄະນະໃນວັນທີ 3 ເມສາທີ່ຜ່ານມາ (ສາມາດອ່ານເພີ່ມຕື່ມໄດ້ທີ່: https://cutt.ly/sHeTwvb)

ຫຼ້າສຸດເມື່ອວັນທີ 9 ພຶດສະພາທີ່ຜ່ານມາ ສຳນັກຂ່າວ Aljazeera ໄດ້ລາຍງານວ່າ ນາຍົກລັດຖະມົນຕີຂອງສີລັງກາ ມະຮິນດາ ຣາຊະປັກສາ ໃນໄວອາຍຸ 76 ປີ ໄດ້ຍື່ນໃບລາອອກຕໍ່ປະທານາທິບໍດີ ໂກຕາບາຍາ ຣາຊະປັກສາ (Gotabaya Rajapaksa) ຜູ້ທີ່ເປັນນ້ອງຊາຍຂອງຕົນເອງ ພ້ອມລະບຸວ່າ ການລາອອກຂອງຕົນ ຈະຊ່ວຍບັນເທົາສະຖານະການວິກິດພາຍໃນປະເທດທີ່ເກີດຂຶ້ນໃນຂະນະນີ້ໃຫ້ດີຂຶ້ນ ໂດຍການລາອອກຂອງ ມະຮິນດາ ຣາຊະປັກສາ ແມ່ນໄດ້ສົ່ງຜົນໃຫ້ເກີດການຍຸບສະພາໄປໂດຍອັດຕະໂນມັດ ເຊິ່ງເປີດທາງໃຫ້ປະທານາທິບໍດີຕ້ອງໄດ້ເລັ່ງຊອກຫາລັດຖະມົນຕີໃນຄະນະລັດຖະບານຊຸດໃໝ່.

ນອກຈາກນີ້ ຍັງມີການລາຍງານວ່າ ການລາອອກຂອງນາຍົກ ມະຮິນດາ ຣາຊະປັກສາ ແມ່ນມີຂຶ້ນທ່າມກາງສະຖານະການວິກິດເສດຖະກິດຄັ້ງໃຫຍ່ຈາກສະພາວະເງິນເຟີ້ທີ່ສູງຢ່າງໜ້າຕົກໃຈ (ເຊິ່ງຢູ່ໃນກຸ່ມສ່ຽງເປັນປະເທດລົ້ມລະລາຍ) ເຮັດໃຫ້ມີການປະທ້ວງຈາກປະຊາຊົນຊາວສີລັງກາ ເຊິ່ງກິນເວລາມາເປັນ 1 ເດືອນກວ່າ ແລະ ມັນກໍຍັງດໍາເນີນມາເລື້ອຍໆ.

ຈາກການປະທ້ວງຂອງປະຊາຊົນທີ່ມີຂຶ້ນຢ່າງດຸເດືອດ ເຮັດໃຫ້ລັດຖະບານປະກາດສະຖານະການສຸກເສີນ ແລະ ກອງທັບກໍໄດ້ຮວບຮວມກຳລັງທະຫານກະຈາຍທົ່ວກຸງໂຄລໍາໂບ (ເມືອງຫຼວງຂອງສີລັງກາ) ເພື່ອຄວບຄຸມກຸ່ມຜູ້ປະທ້ວງ ແຕ່ສະຖານະການຍິ່ງທະວີຄວາມຮຸນແຮງຂຶ້ນຕື່ມ ເມື່ອມີກຸ່ມສະໜັບສະໜູນລັດຖະບານໄດ້ປະທະກັບຝ່າຍຕໍ່ຕ້ານລັດຖະບານທີ່ໄດ້ປັກຫຼັກໜ້າທຳນຽບປະທານາທິບໍດີ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະ ບາດເຈັບອີກປະມານ 190 ຄົນ.

ທັງນີ້ ສີລັງກາເກີດການປະທ້ວງທົ່ວປະເທດ ເນື່ອງຈາກປະຊາຊົນບໍ່ພໍໃຈການເຮັດວຽກຂອງລັດຖະບານທີ່ບໍ່ສາມາດຮັບມືກັບວິກິດໃນປະເທດໄດ້ ຈົນເຮັດໃຫ້ເກີດພາວະຂາດແຄນພະລັງງານແລະນ້ຳມັນ ຄ່າຄອງຊີບສູງ ກາຍເປັນວິກິດທີ່ຮຸນແຮງທີ່ສຸດໃນຮອບ 74 ປີ ນັບຕັ້ງແຕ່ສີລັງກາໄດ້ຮັບເອກະລາດຈາກອັງກິດ.

ນອກຈາກນີ້ ທະນາຄານກາງສີລັງກາໄດ້ເປີດເຜີຍລາຍງານດັດຊະນີຜູ້ບໍລິໂພກ (CPI) ເມື່ອເດືອນເມສາທີ່ຜ່າມາ ແລະ ພົບວ່າອັດຕາເງິນເຟີ້ສູງຂຶ້ນໄປເຖິງ 29.8% ທຽບເທົ່າກັບໄລຍະປີກ່ອນໜ້າ ແລະ ການເພີ່ມຂຶ້ນນີ້ເຮັດໃຫ້ລາຄາສິນຄ້າອາຫານສີລັງກາເພີ່ມຂຶ້ນ 46.6% ສ່ວນສິນຄ້າທີ່ບໍ່ແມ່ນອາຫານເພີ່ມຂຶ້ນ 22%.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/