ໄອຍະການຕັດສິນໃຈບໍ່ຍື່ນຟ້ອງ Mike Tyson ກໍລະນີທຳຮ້າຍຮ່າງກາຍຄົນທີ່ມາກໍ່ກວນລາວເທິງເຮືອບິນ ໃນເດືອນເມສາທີ່ຜ່ານມາ


ໃນເດືອນເມສາທີ່ຜ່ານມາ ໄດ້ເກີດຂ່າວໃຫຍ່ຂຶ້ນກັບວົງການມວຍສາກົນ ເມື່ອມີ ວິດີໂອຫຼຸດອອກມາທີ່ເປັນພາບຂອງ ໄມ ໄທຊັນ (Mike Tyson) ຕຳນານແຊັ້ມໂລກ ມວຍສາກົນຮຸ່ນໃຫຍ່ ທີ່ກຳລັງຕີຜູ້ໂດຍສານໃນເຮືອບິນ.

ຢ່າງໃດກໍຕາມ ເຫດການນັ້ນໄດ້ປ່ຽນຈາກໜ້າມືເປັນຫຼັງມື ເພາະຈາກຄຳໃຫ້ການຂອງພະຍານທີ່ຢູ່ໃນເຫດການນັ້ນ ບວກກັບ ວິດີໂອໃນມຸມອື່ນ ຊີ້ໃຫ້ເຫັນວ່າ ເມວວິນ ທາວເຊັນ (Melvin Townsend) ຜູ້ໂດຍສານຄົນທີ່ຖືກທຳຮ້າຍນັ້ນ ເປັນຝ່າຍໄປຄຸກຄາມກໍ່ກວນ ອະດີດແຊັ້ມໂລກກຳປັ້ນໃຫຍ່ກ່ອນ ທັງວາຈາ ແລະ ການກະທຳ. ບໍ່ພຽງເທົ່ານັ້ນ ລາຍງານການສອບສວນຂອງຕຳຫຼວດຍັງລະບຸວ່າ ທາວເຊັນ ບໍ່ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່.

ເມື່ອຮວບຮວມຫຼັກຖານ, ພະຍານ ແລະ ຄຳໃຫ້ການຂອງຜູ້ທີ່ກ່ຽວຂ້ອງ ທ້າຍທີ່ສຸດແລ້ວ ໄອຍະການ ລັດ ແຄຣິຟໍເນຍ ຈຶ່ງມີຄວາມເຫັນ ບໍ່ສັ່ງຟ້ອງ ໄມ ໄທຊັນ ໃນຂໍ້ຫາທຳຮ້າຍຮ່າງກາຍ ແລະ ເຊັ່ນດຽວກັນກັບ ທາວເຊັນ ທີ່ຈະບໍ່ຟ້ອງຂໍ້ຫາຄຸກຄາມບຸກຄົນອື່ນ.

ສະຕີເວນ ແວັກສະຕາຟ (Steven Wagstaffe) ໄອຍະການເຂດ ຊານ ມາເທໂອ ກ່າວໃນຖະແຫຼງການວ່າ: “ເຮົາໄດ້ກວດສອບລາຍງານຂອງຕຳຫຼວດຈາກກົມຕຳຫຼວດ ຊານຟານຊິສໂກ ແລະ ສຳນັກງານ ກອງປາບ ເຄົ້າຕີ້ ຊານມາເທໂອ ແລະ ໄດ້ເບິ່ງວິດີໂອຕ່າງໆ ທີ່ຮວບຮວມໂດຍໜ່ວຍງານບັງຄັບໃຊ້ກົດໝາຍ ຈາກຄົນອື່ນທີ່ຢູ່ເທິງເຮືອບິນແລ້ວ. ຄຳຕັດສິນຂອງເຮົາແມ່ນຈະບໍ່ຍື່ນຟ້ອງ ໄມ ໄທຊັນ ຕາມສະຖານະການໂດຍລວມ ຂອງການປະເຊີນໜ້າ, ການຕັດສິນໃຈ ລວມເຖິງພຶດຕິກຳຂອງ ເມວວິນ ທາວເຊັນ ທີ່ນຳໄປສູ່ເຫດການ ປະຕິສຳພັນລະຫວ່າງ ໄມ ໄທຊັນ ກັບ ເມວວິນ ທາວເຊັນ ຕະຫຼອດຈົນຄຳຮ້ອງຂໍຂອງ ທັງ ເມວວິນ ທາວເຊັນ ແລະ ໄມ ໄທຊັນ ວ່າຈະບໍ່ຕັ້ງຂໍ້ຫາໃດໆກັບອີກຝ່າຍ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/