ດາວດວງໃໝ່! ນັກເທັນນິສໜຸ່ມ ອາຍຸ 19 ປີ ເອົາຊະນະທັງ ນາດາວ ແລະ ໂຈໂຄວິສ ຄວ້າແຊັ້ມ Madrid Open


ປັດຈຸບັນນີ້ ໃນວົງການເທັນນິສ ຄືຈະບໍ່ມີໃຜບໍ່ຮູ້ຈັກ ຄາຣອສ ອັນຄາຣັສ (Carlos Alcaraz) ນັກເທັນນິສໜຸ່ມອາຍຸພຽງ 19 ປີ ຊາວສະເປນ ທີ່ໂຊຟອມໂຫດ ເອົາຊະນະທັງ ໂຈໂຄວິສ ນັກເທັນນິສ ມືໜຶ່ງຂອງໂລກ ແລະ ຣາຟາເອວ ນາດາວ ກ່ອນຈະຄວ້າແຊັ້ມລາຍການໃຫຍ່ ມາດຣິດ ໂອເພັນ ເມື່ອວັນທີ 8 ພຶດສະພາທີ່ຜ່ານມາ.

ອັນຄາຣັສ ລົງແຂ່ງ ມາດຣິດ ໂອເພັນ ໂດຍສ້າງຜົນງານອັນສຸດຍອດ ສາມາດເອົາຊະນະ ຣາຟາເອວ ນາດາວ ຕຳນານຊຸບເປີ້ສະຕາຮຸ່ນອ້າຍຊາວສະເປໄປໄດ້ໃນຮອບ 8 ຄົນສຸດທ້າຍ. ຕໍ່ດ້ວຍການເອົາຊະນະ ໂນວັກ ໂຈໂຄວິສ ນັກເທັນນິສມືໜຶ່ງຂອງໂລກ ໃນຮອບຮອງຊະນະເລີດ.

ຈົນໃນຮອບຊິງຊະນະເລີດ ອັນຄາຣັສ ໄດ້ພົບກັບ ອາເລັກຊັນເດີ ຊາເວເລຟ (Alexander Zverev) ນັກເທັນນິສ ມື 3 ຂອງໂລກ ຈາກເຢຍລະມັນ ເຊິ່ງໃນທີ່ສຸດ ອັນຄາຣັສ ກໍເຮັດໄດ້ດີອີກເທື່ອໜຶ່ງໂດຍສາມາດເອົາຊະນະ ໄປໄດ້ 2 ຕໍ່ 0 ເຊັດ. ສະກໍ 6-3 ແລະ 6-1. ສົ່ງຜົນໃຫ້ລາວຄວ້າແຊັ້ມ ຄັ້ງນີ້ໄດ້ສຳເລັດ.

ສຳລັບ ອັນຄາຣັສ ຕອນນີ້ແມ່ນຜົນງານກຳລັງຮ້ອນແຮງສຸດໆ ປີນີ້ລາວຊະນະມາແລ້ວ 28 ເກມ  ຄວ້າແຊັ້ມ ATP Tour  ໄປແລ້ວ 4 ລາຍການ ແລະ ຈາກຄວາມສຳເລັດຄັ້ງຫຼ້າສຸດນີ້ ກຳລັງຈະສົ່ງໃຫ້ເດັກໜຸ່ມຈາກສະເປນຄົນນີ້ ຂຶ້ມາເປັນມືວາງອັນດັບທີ 6 ຂອງໂລກ ຈາກກ່ອນໜ້ານີ້ລາວຢູ່ອັນດັບ ທີ 9 ຂອງໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/