ປະເທດທາງເອເຊຍໃຕ້ ກຳລັງປະເຊີນກັບອຸນຫະພູມສູງຂຶ້ນເກືອບ 50 ອົງສາ!!!


ວິກິດໂລກຮ້ອນເປັນບັນຫາທີ່ໃຫຍ່ຫຼວງທີ່ໂລກກຳລັງຕໍ່ໍ່ສູ້ຢູ່ ລະດັບອຸນຫະພູມທີ່ເພີ່ມຂຶ້ນຢ່າງໄວວາ ເຮັດໃຫ້ຫຼາຍຂົງເຂດປະເທດພົບກັບອຸນຫະພູມທີ່ສູງຂຶ້ນເປັນປະຫວັດສາດ ໂດຍສະເພາະປະເທດຂົງເຂດເອເຊຍໃຕ້ ເຊັ່ນ: ປະເທດອິນເດຍ, ປາກີສະຖານ… ທີ່ອຸນຫະພູມສູງຂຶ້ນເກືອບ 50 ອົງສາ.

ການສຳຫຼວດອຸນຫະພູມດັ່ງກ່າວ ໄດ້ສະເລ່ຍມາຈາກເດືອນເມສາທີ່ຜ່ານມາ ເຊິ່ງໄລຍະເວລານີ້ເປັນໄລຍະທີ່ຄື້ນຄວາມຮ້ອນເກີດຂຶ້ນເປັນໄລຍະຍາວ ແລະ ສູງທີ່ສຸດ ເປັນເວລາດົນເກືອບອາທິດ ບາງພື້ນທີ່ຂອງອິນເດຍ ແລະ ປາກີສະຖານສູງເກືອບ 50 ອົງສາ.

ໃນຂະນະດຽວກັນ ພື້ນທີ່ໃນປະເທດຈີນ ແລະ ເອເຊຍຕາເວັນອອກສຽງໃຕ້ ຕ້ອງພົບກັບອຸນຫະພູມທີ່ຕ່ຳລົງຜິດປົກກະຕິ ເພາະໃນແຕ່ລະປີ ໄລຍະເວລານີ້ ເປັນໄລຍະທີ່ອຸນຫະພູມເພີ່ມຂຶ້ນ. ໃນວັນທີ 2 ພຶດສະພາທີ່ຜ່ານມາ ຮົງກົງອຸນຫະພູມຢູ່ທີ່ 16.4 ອົງສາ ຕ່ຳສຸດໃນຮອບ 100 ກວ່າປີ. ເມືອງ Guangzhou ປະເທດຈີນ ມີອຸນຫະພູມ 13.7 ອົງສາໃນວັນທີ 4 ພຶດສະພາ. ສະແດງໃຫ້ເຫັນວ່າ ພູມອາກາດຂອງໂລກບໍ່ຄົງທີ່ ແລະ ມີການປ່ຽນແປງ ເນື່ອງຈາກພາວະໂລກຮ້ອນທີ່ໂລກເຮົາກຳລັງປະເຊີນຢູ່ ເຊິ່ງໜ້າເປັນຫ່ວງຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/