ຈີນສັ່ງຫ້າມເຍົາວະຊົນໃຫ້ທິບສະຕຣີມເມີ ແລະ ຫ້າມເຂົ້າເບິ່ງຫຼັງເວລາ 10 ໂມງແລງ


ສຳນັກງານວິທະຍຸ ແລະ ໂທລະພາບແຫ່ງຊາດຂອງຈີນ ປະກາດກົດໃໝ່ໃນວັນທີ 7 ພຶດສະພາ ໂດຍສັ່ງຫ້າມເຍົາວະຊົນອາຍຸຕໍ່າກວ່າ 16 ປີ ໃຫ້ ທິບ ຫຼື ຈ່າຍເງິນໃຫ້ສະຕຣີມເມີ ໃນແພລັດຟອມໄລຟ໌ສະຕຣີມ  ແລະ ຫ້າມເຍົາວະຊົນເຂົ້າເບິ່ງຫຼັງເວລາ 10 ໂມງແລງ.

ໃນຖະແຫຼງການຂອງສຳນັກງານວິທະຍຸ ແລະ ໂທລະພາບແຫ່ງຊາດຈີນລະບຸວ່າ ການໃຫ້ທິບສະຕຣີມເມີນັ້ນ ເປັນການທຳຮ້າຍຈິດໃຈຂອງເຍົາວະຊົນ ເນື່ອງຈາກການໃຫ້ທິບຜ່ານແພລັດຟອມ ມັນປຽບເໝືອນການໃຫ້ຂອງຂວັນ ເຊິ່ງເຍົາວະຊົນອາດເກີດການແຂ່ງຂັນໃນການໃຫ້ທິບ ຫຼື ຫຼົງໃຫຼໃນຕົວບຸກຄົນນັ້ນ.

ໂດຍກ່ອນໜ້ານີ້ ເຍົາວະຊົນຂອງຈີນຖືກສັ່ງໃຫ້ບໍ່ໃຫ້ຫຼິ້ນເກມອອນລາຍໃນມື້ທຳມະດາ (ຈັນ-ສຸກ) ເພື່ອລົດການຕິດເກມ ໃນຂະນະດຽວກັນ ສະຕຣີມເມີກໍຖືກຫ້າມສະຕຣີມເກມທີ່ບໍ່ໄດ້ຮັບອະນຸຍາດຈາກລັດຖະບານຈີນ ລວມທັງຫ້າມສະຕຣີມເກມຂອງຕ່າງປະເທດ ແລະ ການແຂ່ງຂັນ E-Sports ຈາກພາຍນອກປະເທດອີກດ້ວຍ.

ອຸດສາຫະກຳສະຕຣີມເມີຂອງຈີນນັ້ນເອີ້ນໄດ້ວ່າກຳລັງຮຸ່ງເຮືອງ ແລະ ມີອິດທິພົນຕໍ່ຄົນໃນຊາດຫຼາຍ ເມື່ອພິຈາລະນາຈາກ live commerce ຫຼື livestreaming e-commerce (ການໄລຟ໌ຂາຍເຄື່ອງ) ຊ່ອງທາງການຂາຍສິນຄ້າຜ່ານທາງອອນລາຍແບບຣຽວທາມ ທີ່ສາມາດເຮັດເງິນໄດ້ຢ່າງມະຫາສານໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19

ການໄລຟ໌ຂາຍເຄື່ອງຜ່ານແພລັດຟອມຕ່າງໆຈະປະສົບຜົນສຳເລັດໄດ້ນັ້ນ ບໍ່ແມ່ນພຽງແຕ່ຕົວສິນຄ້າເທົ່ານັ້ນທີ່ດຶງດູດໃຈຜູ້ຄົນ ແຕ່ເປັນຕົວຂອງສະຕຣີມເມີ ຫຼື ຄົນທີ່ໄລຟ໌ຂາຍເຄື່ອງຢູ່ ແລະ ລີລາການຂາຍສິນຄ້າທີ່ເປັນສິ່ງດຶງດູດໃຈຜູ້ຄົນເອົາໄວ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/