ຣັດເຊຍຖິ້ມລະເບີດໃສ່ທາງພາກໃຕ້ຂອງຢູເຄຣນ ຄາດວ່າມີຜູ້ບາດເຈັບ ແລະ ເສຍຊີວິດເປັນຈຳນວນຫຼາຍ


ຕອນເຊົ້າວັນທີ 8 ພຶດສະພາ ຫຼາຍສຳນັກຂ່າວລາຍງານກົງກັນວ່າ ທາງຣັດເຊຍໄດ້ຖິ້ມລະເບີດຖືກໂຮງຮຽນແຫ່ງໜຶ່ງໃນ ລູຮັນສ (Luhansk) ທີ່ຢູ່ທາງພາກຕາເວັນອອກຂອງຢູເຄຣນ ເຊິ່ງປັດຈຸບັນຖືກໃຊ້ເປັນພື້ນທີ່ຫຼົບໄພຂອງປະຊາຊົນຫຼາຍກວ່າ 90 ຄົນ.
ທ່ານ ເຊີຣີ ເຮເດ (Serhiy Hayday) ຫົວໜ້າປະຕິບັດການທາງທະຫານເຂດລູຮັນສ ກ່າວວ່າ: “ເຮືອບິນຂອງຣັດເຊຍໄດ້ຖິ້ມລະເບີດໃສ່ໂຮງຮຽນແຫ່ງໜຶ່ງ ໃນບ້ານ ບິໂລໂຮຣິຟກ້າ (Bilohorivka) ເຊິ່ງຢູ່ຫ່າງຈາກ ແນວໜ້າໄປປະມານ 11 ກິໂລແມັດ”.


ລາວໄດ້ກ່າວຕື່ມວ່າ: “ປະຊາຊົນເກືອບໝົດບ້ານທີ່ບໍ່ທັນອົບພະຍົບອອກໄປຈາກພື້ນທີ່ ໄດ້ພະຍາຍາມລີ້ຢູ່ ໂດຍຫຼັງຈາກການໂຈມຕີຂອງຣັດເຊຍ ຊັ້ນໃຕ້ດິນຂອງໂຮງຮຽນນີ້ ເປັນພຽງແຫ່ງດຽວທີ່ປະຊາຊົນຍັງພໍມີຫວັງທີ່ຈະລີ້ໄພໄດ້ ແຕ່ທະຫານຣັດເຊຍກໍຍາດໂອກາດນີ້ໄປແລ້ວ”.


ເຮເດ ຍັງລາຍງານຕື່ມອີກວ່າ ປັດຈຸບັນພົບຜູ້ເສຍຊີວິດແລ້ວ 2 ຄົນ ແລະ ສາມາດຊ່ວຍອອກມາຈາກຊາກເປ່ເພຂອງອາຄານ ຈາກການໂຈມຕີໄດ້ 30 ຄົນ, ໃນນັ້ນ ບາດເຈັບ 7 ຄົນ ແລະ ຄາດວ່າທີ່ເຫຼືອອີກປະມານ 60 ຄົນ ແມ່ນເສຍຊີວິດໃນອາຄານນັ້ນແລ້ວ.


ອ້າງອີງຂໍ້ມູນຈາກ:
https://cutt.ly/yG8P6S2
– https://cutt.ly/mG8Aw6d
– https://cutt.ly/6G8Axti

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/