ສຸດຍອດ! ນັກກິລາໂດດນ້ຳທີມຊາດມາເລເຊຍ ທັງນັກກິລາຍິງ ແລະ ຊາຍ ໄດ້ຫຼຽນຄຳ ໃນ ຊີເກມ ຄັ້ງທີ 31


ຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ກຳລັງຟົດຟື້ນ ບໍ່ວ່າຈະກິລາປະເພດໃດຕ່າງກໍໄດ້ຄວາມສົນໃຈ.ເມື່ອວັນທີ 7 ພຶດສະພາ 2022 ທີ່ຜ່ານມາ ກໍມີການແຂ່ງຂັນໂດດນ້ຳທັງຊາຍ ແລະ ຍິງ ເຊິ່ງເປັນມື້ທຳອິດທີ່ມີການຊິງຫຼຽນຄຳ, ພິເສດກວ່ານັ້ນ ທີມຊາດມາເລເຊຍ ນັກກິລາໂດດນ້ຳຄູ່ຊາຍໄດ້ຮັບຫຼຽນຄຳ 2 ຫຼຽນ ແລະ ໂດດນ້ຳຍິງດ່ຽວໄດ້ຮັບ 1 ຫຼຽນຄຳ.

Tze Liang Ooi ແລະ Yiwei Chew ນັກກິລາໂດດນໍ້າຄູ່ຊາຍ ຄວ້າຫຼຽນຄຳທີ 2 ທີມຊາດມາເລເຊຍ ໃນຊີເກມ ຄັ້ງທີ 31 ຈາກປະເພດໂດດນໍ້າຄູ່ຊາຍ Synchronized springboard 3 m, ສ່ວນຫຼຽນເງິນ ເປັນຂອງນັກກິລາຊາຍຄູ່ຈາກຫວຽດນາມເຈົ້າພາບ Nguyễn Tùng Dương ແລະ Phương Thế Anh.

ມື້ທຳອິດທີ່ມີການຊິງຫຼຽນຄຳ ທີມຊາດມາເລເຊຍ ໄດ້ມາແລ້ວ 2 ຫຼຽນຄຳ ຈາກ Nur Dhabitah Sabri ໂດດນໍ້າຍິງດ່ຽວ springboard 1 m ແລະ Tze Liang Ooi ແລະ Yiwei Chew ໂດດນໍ້າຄູ່ຊາຍ Synchronized springboard 3 m, 1 ຫຼຽນເງິນ ຈາກ Kimberly Bong ປະເພດໂດດນໍ້າຍິງດ່ຽວ springboard 1 m.

ສ່ວນເຈົ້າພາບ ໄດ້ 1 ຫຼຽນເງິນຈາກ Nguyễn Tùng Dương ແລະ Phương Thế Anh ໂດດນໍ້າຄູ່ຊາຍ Synchronized springboard 3 m ແລະ 1 ຫຼຽນທອງຈາກ Ngô Phương Mai ໂດດນໍ້າຍິງດ່ຽວ springboard 1 m.

ຂອບໃຈຂໍ້ມູນຈາກ:https://bit.ly/3yk7XYz

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/