ສະຖານີລົດໄຟໃນໂຕກຽວ ປະເທດຍີ່ປຸ່ນ ຈະເອົາຖັງຂີ້ເຫຍື້ອອອກໃຫ້ໝົດພາຍໃນເດືອນນີ້ ຜູ້ໂດຍສານຕ້ອງເອົາຂີ້ເຫຍື້ອໄປຖິ້ມຢູ່ເຮືອນເອງ!


ເປັນທີ່ຮູ້ກັນດີວ່າປະເທດຍີ່ປຸ່ນນັ້ນຂຶ້ນຊື່ເລື່ອງຄວາມສະອາດ ບໍ່ວ່າຈະເປັນລະບົບຈັດການຂີ້ເຫຍື້ອ ຫຼື ແມ່ນແຕ່ເລື່ອງການຮັກສາສິ່ງແວດລ້ອມ, ເຊິ່ງຫຼ້າສຸດ ໜ່ວຍງານທີ່ກ່ຽວຂ້ອງໄດ້ຕົກລົງກັນຈະເອົາຖັງຂີ້ເຫຍື້ອທີ່ຕັ້ງຢູ່ຕາມສະຖານີລົດໄຟໃຕ້ດິນໃນໂຕກຽວອອກ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ບອກວ່າ ເນື່ອງຈາກມີການຖິ້ມຂີ້ເຫຍື້ອທີ່ໜ້ອຍ ເພາະຄົນຍີ່ປຸ່ນຈະມັກເອົາຂີ້ເຫຍື້ອໄປຖິ້ມຢູ່ເຮືອນ ຖັງຂີ້ເຫຍື້ອຕາມສະຖານທີ່ສາທາລະນະຈຶ່ງບໍ່ໄດ້ຈຳເປັນປານໃດ ແລະ ໃນປີ 1995 ໄດ້ເກີດມີການກໍ່ການຮ້າຍປ່ອຍກາສພິດໃນສະຖານີລົດໄຟໃຕ້ດິນຂອງໂຕກຽວ ຈຶ່ງຢ້ານວ່າຖັງຂີ້ເຫຍືອຈະກາຍເປັນຊ່ອງວ່າງໃນການເຊື່ອງອາວຸດ.

ປັດຈຸບັນ ເລີ່ມມີການນຳຖັງຂີ້ເຫຍື້ອອອກໄປແລ້ວ ເຊິ່ງໄດ້ກຳນົດວ່າຈະເອົາອອກໃຫ້ໝົດພາຍໃນທ້າຍເດືອນພຶດສະພາ 2022 ນີ້.

ການນຳເອົາຖັງຂີ້ເຫຍື້ອອອກຈາກສະຖານທີ່ສາທາລະນະນີ້ ບໍ່ສະເພາະມີແຕ່ຢູ່ໃນໂຕກຽວ ແຕ່ໄດ້ມີການນຳໃຊ້ໃນເມືອງໃຫຍ່ໆຂອງໂລກເຊັ່ນ: ລອນດອນ, ປາຣີສ ແລະ ນິວຢອກ ເພື່ອປ້ອງກັນການກໍ່ຄວາມບໍ່ສະຫງົບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/