Mason Greenwood ຫຼຸດພົ້ນຈາກທຸກຂໍ້ກ່າວຫາ ທັງພະຍາຍາມຂົ່ມຂືນ ແລະ ທຳຮ້າຍຮ່າງກາຍແຟນສາວ ຫຼັງຕົກເປັນຈຳເລີຍມາເປັນເວລາ 1 ປີ

Mason Greenwood

ພາຍຫຼັງຕົກເປັນຈຳເລີຍ ຖືກຂຶ້ນຊື່ວ່າເປັນຄົນທີ່ໃຊ້ຄວາມຮຸນແຮງ ກັບແຟນສາວ ແລະ ຖືກຕັດອອກຈາກທີມ ເປັນເວລາ1 ປີ ເຕັມ. ຫຼ້າສູດມີລາຍງານອອກມາວ່າ ດາວຮຸ່ງດີເດັ່ນປະຈຳສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ເມສັນ ກຣີນວູດ ໄດ້ຫຼຸດພົ້ນຈາກທຸກຂໍ້ກ່າວຫາ ທັງພະຍາຍາມຂົ່ມຂືນ ແລະ ທຳຮ້າຍຮ່າງກາຍແຟນສາວ ແລະ ຈະບໍ່ຖືກລົງໂທດທາງອາຍາໃດໆ.

ໂດຍ ເຈົ້າໜ້າທີ່ຕຳຫຼວດປະຈຳເມືອງ ແມນເຊັສເຕີ້ ໄດ້ອອກມາຖະແຫຼງການ ແລະ ລະບຸວ່າ ໄອຍະການໄດ້ເຮັດການຖອນຟ້ອງ ເມສັນ ກຣີນວູດ ອອກຈາກທຸກຂໍ້ກ່າວຫາແລ້ວ ແລະ ຈະບໍ່ມີການດຳເນີນຄະດີທາງອາຍາໃດໆກັບ ໜຸ່ມອາຍຸ 21 ປີ ຄົນນີ້.

ໂດຍ ມິເຄີລາ ເຄີ (Michaela Kerr) ຫົວໜ້າຝ່າຍສາທາລະນະຂອງຕໍາຫຼວດແມນເຊັສເຕີ້ ລະບຸວ່າ: ສຳລັບຄະດີຂອງຊາຍໜຸ່ມ ອາຍຸ 21 ປີ ທີ່ຖືກຈັບຕົວ ແລະ ຕັ້ງຂໍ້ຫາເມື່ອເດືອນມັງກອນ 2022 ຜ່ານການສືບສວນສອບສວນແລ້ວ ພວກເຮົາຈະບໍ່ມີການດຳເນີນຄະດີທາງອາຍາໃດໆ ກັບລາວອີກຕໍ່ໄປ.

Mason Greenwood

ທີມງານສືບສວນຍັງຄົງຕິດຕໍ່ກັບທີມງານກົດໝາຍເປັນປະຈໍາ, ສະໜອງຂໍ້ມູນເມື່ອມີການປັບປຸງໃດໆຂອງບັນທຶກ ແລະ ໄດ້ເຂົ້າໃຈເຫດຜົນສໍາລັບການຢຸດເຊົາການດໍາເນີນຄະດີໃນຂັ້ນຕອນນີ້ ແລະ ການຕັດສິນໃຈຄັ້ງນີ້ແມ່ນຜ່ານການພິຈາລະນາຢ່າງຖີ່ຖ້ວນແລ້ວ.

ມິເຄີລາ ເຄີ ຍັງລະບຸຕື່ມອີກວ່າ: ເຖິງວ່າຈະມີສື່ມວນຊົນ ແລະ ສາທາລະນະມີຄວາມສົນໃຈໃນກໍລະນີນີ້, ແຕ່ພວກເຮົາໄດ້ຕັດສິນໃຈທີ່ຈະບໍ່ສະແດງຄວາມຄິດເຫັນກ່ຽວກັບເລື່ອງນີ້ໃນລາຍລະອຽດໃດໆເພີ່ມອີກ.

ໂດຍທາງສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ຕົ້ນສັງກັດຂອງ ກຣີນວູດ ໄດ້ອອກຖະແຫຼງການຢ່າງເປັນທາງການວ່າ: ແມນເຊັສເຕີ ຢູໄນເຕັດ ໄດ້ຮັບຊາບເຖິງການຕັດສິນໃຈຂອງອົງການໄອຍະການວ່າ ຂໍ້ກ່າວຫາທັງໝົດຕໍ່ ເມສັນ ກຣີນວູດ ໄດ້ຖືກຍົກເລີກ. ໃນປັດຈຸບັນສະໂມສອນຈະດໍາເນີນຂະບວນການສືບສວນສອບສວນພາຍໃນຂອງຕົນເອງກ່ອນ ແລະຈະກໍານົດຂັ້ນຕອນຕໍ່ໄປ. ພວກເຮົາຈະບໍ່ອອກຄໍາເຫັນເພີ່ມເຕີມຈົນກວ່າຂະບວນການນັ້ນຈະສໍາເລັດ.

Mason Greenwood

ສຳລັບ ເມສັນ ກຣິນວູດ ແມ່ນຖືກດຳເນີນຄະດີ ແລະ ຖືກສະໂມສອນ ແມນຢູ ຈັບແຍກບໍ່ໃຫ້ມາຫຍຸ້ງມາຊ້ອມຢູ່ສະໂມສອນຕັ້ງແຕ່ ເມື່ອປາຍເດືອນມັງກອນ ຂອງປີ 2022 ແຕ່ທາງສະໂມສອນເອງກໍຍັງບໍ່ໄດ້ມີການຍົກເລີກສັນຍາ ຫຼື ຕັດຄວາມສຳພັນກັບນັກເຕະຄົນນີ້ແຕ່ຢ່າງໃດ.

ປັດຈຸບັນ ເມສັນ ກຣີນ ວູດ ໃນອາຍຸ 21 ປີ ນັ້ນ ຍັງມີສັນຍາກັບ ສະໂມສອນ ແມຍຢູ ໄປຈົນຮອດ ເດືອນມິຖຸນາ ປີ 2025 ຫຼັງຈາກເຊັນສັນຍາໄລຍະຍາວ ແລະ ຮັບຄ່າຈ້າງ ປະມານ 75.000 ປອນ ຕໍ່ອາທິດ ເມື່ອປີ 2021 ທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/