ນາຍົກຊີ້ນຳວຽກງານດ່ານກວດກາ ເພື່ອແກ້ໄຂບໍ່ໃຫ້ມີຄວາມແອອັດ, ສະດວກ ແລະ ວ່ອງໄວ

ນາຍົກ

ໃນຕອນເຊົ້າວັນທີ 2 ກຸມພາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບວຽກງານການອຳນວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ ຕິດພັນກັບການນຳເຂົ້າ-ສົ່ງອອກສິນຄ້າ ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການ ພ້ອມດ້ວຍຄະນະກົມ ແລະ ພະນັກງານ-ວິຊາການ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ 3 ຫົວຂໍ້ສຳຄັນ ຄື: ຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເຊິ່ງເປັນການໂຮມຄະນະກຳມະການຊີ້ນຳລວມ ອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຄະນະກຳມະການຂົນສົ່ງແຫ່ງຊາດ ເຂົ້າກັນ; ລາຍງານກ່ຽວກັບການນຳເຂົ້າ ແລະ ສົ່ງອອກສິນຄ້າ; ແລະ ລາຍງານ ກ່ຽວກັບສະພາບການຂົນສົ່ງສິນຄ້າ.

ນາຍົກ

ຜ່ານການຮັບຟັງການລາຍງານ, ກອງປະຊຸມ ໄດ້ພິຈາລະນາ, ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດດັ່ງກ່າວ ໂດຍໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ສົມທົບກັນປັບປຸງຄືນ ຕາມການປະກອບຄຳເຫັນ ຂອງຜູ້ເຂົ້າຮ່ວມ ໃຫ້ມີເນື້ອໃນຄົບຖ້ວນ, ລະອຽດ, ຈະແຈ້ງ, ສອດຄ່ອງກັບຕົວຈິງ ແລະ ນິຕິກຳທີ່ກ່ຽວຂ້ອງ ໂດຍສະເພາະ ເນື້ອໃນທີ່ກ່ຽວກັບ ກອງເລຂາ, ການກຳນົດກາປະທັບ, ໂຄງປະກອບບຸກຄະລາກອນ, ງົບປະມານຮັບໃຊ້ເຂົ້າໃນການເຄື່ອນໄຫວ, ລວມທັງ ມາດຕະການຈັດຕັ້ງປະຕິບັດ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ. ພາຍຫຼັງປັບປຸງສຳເລັດແລ້ວ ສົ່ງໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອຄົ້ນຄວ້າສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນປະກາດໃຊ້.

ນາຍົກ

ສຳລັບວຽກງານວຽກງານການນຳເຂົ້າ-ສົ່ງອອກສິນຄ້າ ແລະ ການຂົນສົ່ງ, ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນເນັ້ນ ໜັກໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມ ເປັນຕົ້ນ ຄົ້ນຄວ້າການກຳນົດລາຄາສິນຄ້າສົ່ງອອກ ໂດຍສະເພາະ ສິນຄ້າກະສິກຳ ເພື່ອຊ່ວຍເຫຼືອ ແລະ ປົກປ້ອງຜົນປະໂຫຍດ ຂອງຜູ້ຜະລິດ; ເອົາໃຈໃສ່ຂອດການຊຳລະ ຊື້-ຂາຍສິນຄ້າ ຜ່ານລະບົບທະນາຄານ ໃຫ້ສາມາດນຳເອົາເງິນຕາຕ່າງປະເທດເຂົ້າມາປະເທດ ຢ່າງຄົບຖ້ວນ ແລະ ຖືກຕ້ອງສອດຄ່ອງກັບລະບຽບການ; ຄົ້ນຄວ້າກຳນົດລະບຽບການ ແລະ ມາດຕະການ ໃນການຈັດເກັບພາສີ-ອາກອນ ຈາກການຊື້-ຂາຍສິນຄ້າ ທີ່ຍັງບໍ່ທັນມີລະບຽບການຄຸ້ມຄອງ ເພື່ອຮັບປະກັນການເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຄົບຖ້ວນ; ຄົ້ນຄວ້າ ແລະ ປັບປຸງ ການບໍລິການຂົນສົ່ງສິນຄ້າຜ່ານດ່ານຊາຍແດນ ລວມທັງ ຢູ່ບັນດາຈຸດຄ່ຽນຖ່າຍສິນຄ້າ ໃຫ້ມີຄວາມສະດວກ, ວ່ອງໄວ, ບໍ່ແອອັດ, ນຳໃຊ້ລະບົບທີ່ທັນສະໄໝ, ເປັນເອກະພາບ, ໂປ່ງໃສ ແລະ ຍຸຕິທຳ; ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ບັນດາໜ້າວຽກ ທີ່ຕິດພັນກັບການນຳເຂົ້າ-ສົ່ງອອກສິນຄ້າ ແລະ ແກ້ໄຂບັນຫາທີ່ຍັງກົດໜ່ວງຖ່ວງດຶງ ການອຳນວຍຄວາມສະດວກ ໃຫ້ທັນການ ຕາມຂອບເຂດສິດ ພາລະບົດບາດຂອງຕົນ, ຖ້າເກີນສິດ ຫຼື ຕິດພັນກັບຫຼາຍຂະແໜງການ ແລະ ທ້ອງຖິ່ນໃຫ້ຮີບຮ້ອນລາຍງານຂັ້ນເທິງ ເພື່ອມີທິດຊີ້ນຳແກ້ໄຂ.

ໃນຕອນບ່າຍ ຂອງວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດເປັນປະທານກອງປະຊຸມ ພົບປະກັບນັກທຸລະກິດ ທີ່ດຳເນີນກິດຈະການ ນຳເຂົ້າ-ສົ່ງອອກສິນຄ້າ ແລະ ການຂົນສົ່ງ ເພື່ອຮັບຟັງສະພາບການດຳເນີນທຸລະກິດ ໂດຍສະເພາະ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆ ເພື່ອເປັນຂໍ້ມູນ ນຳໄປປຶກສາຫາລືຊອກຫາວິທີການແກ້ໄຂຂໍ້ຄົງຄ້າງຕ່າງໆ ໃນກອງປະຊຸມທຸລະກິດລາວ ທີ່ຈະຈັດຂຶ້ນໃນໄລຍະເວລາອັນໃກ້ໆນີ້.

ຂອບໃຈຂໍ້ມູນຈາກ: https://bit.ly/3YjwXcb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/