ສາຍຂຽວໝົດສິດ! ຮ່ອງກົງ ກຽມສັ່ງຫ້າມຈຳໜ່າຍ ແລະ ຄອບຄອງ CBD ສານສະກັດຈາກ ກັນຊາ ແລະ ຂຶ້ນບັນຊີໃຫ້ເປັນສານເສບຕິດອັນຕະລາຍ

ສາຍຂຽວໝົດສິດ!

ຮ່ອງກົງວາງແຜນທີ່ຈະຫ້າມການຄອບຄອງ ນໍາໃຊ້ ແລະ ຂາຍ ຜະລິດຕະພັນທີ່ມີສ່ວນປະສົມຂອງ CBD, ສານສະກັດຈາກ ກັນຊາ ໂດຍລະບຸວ່າ ສານເສບຕິດຊະນິດດັ່ງກ່າວ ເປັນສານເສບຕິດທີ່ຜິດກົດໝາຍ ແລະ ຖືກຈັດໃຫ້ເປັນສານເສບຕິດອັນຕະລາຍທຽບເທົ່າກັບ ເຮໂຣອິນ.

ຮ່ອງກົງຈັດປະເພດ CBD ເປັນ “ຢາເສບຕິດທີ່ເປັນອັນຕະລາຍ” ແລະ ວາງການລົງໂທດທີ່ຮຸນແຮງສໍາລັບການລັກລອບຜະລິດ, ການຜະລິດ ແລະ ການຄອບຄອງຂອງມັນ. ເຈົ້າ​ໜ້າ​ທີ່​ຮ່ອງ​ກົງ​ໄດ້​ຕັດ​ສິນ​ໃຈ​ຫ້າມ​ສານຊະນິດນີ້​ທີ່​ໄດ້​ມາ​ຈາກ ກັນຊາ ໂດຍອ້າງເຖິງຄວາມຫຍຸ້ງຍາກໃນການແຍກ CBD ບໍລິສຸດອອກຈາກ ກັນຊາ. ລວມໄປເຖິງຄວາມເປັນໄປໄດ້ຂອງການປົນເປື້ອນຈາກສານ ເຕດທຣາໄຮໂດຣແຄນບິນອຍ (tetrahydrocannabinol) ຫຼື THC ທາດປະສົມທີ່ເປັນພິດ ທີ່ອອກລິດ ຕໍ່ກັບລະບົບປະສາດ ໃນລະຫວ່າງຂະບວນການຜະລິດ ແລະ ຈາກຄວາມຈິງທີ່ວ່າ CBD ນັ້ນສາມາດປ່ຽນເປັນ THC ໄດ້ໃນທີ່ສຸດ.

ສາຍຂຽວໝົດສິດ!

ຖ້າຫາກຜູ້ໃດລະເມີດ ​ນຳ​ເຂົ້າ, ສົ່ງ​ອອກ ຫຼື ຜະລິດ CBD ຈະ​ຖືກ​ຈຳ​ຄຸກ​ຕະຫຼອດ​ຊີວິດ ​ແລະ ປັບ​ໃໝ​ເຖິງ 5 ລ້ານ​ໂດ​ລາ​ຮ່ອງ​ກົງ ​ເຊິ່ງ​ທຽບເທົ່າກັບໂທດຂອງ ຢາອັນຕະລາຍກວ່າ 200 ຊະນິດ ທີ່​ຖືກ​ຫ້າມ​ນຳເຂົ້າມາ​ຮ່ອງ​ກົງ. ສ່ວນຜູ້ທີ່ຄອບຄອງ ຫຼືນຳໃຊ້ CBD ຈະຖືກຈຳຄຸກເຖິງ 7 ປີ ແລະ ປັບໃໝ 1 ລ້ານ HK$.

CBD ແມ່ນສານສະກັດຈາກ ກັນຊາ ເຊິ່ງຫຼາຍຜົນວິໄຈຊີ້ວ່າມັນສາມາດບັນເທົາອາການເຈັບປວດ, ຄວາມກົດດັນ, ຄວາມກັງວົນ ແລະ ການອັກເສບໄດ້. ເຊິ່ງທີ່ຜ່ານມາຖືວ່າຖືກກົດໝາຍໃນຮ່ອງກົງ ແລະ ສາມາດຊອກຊື້ໄດ້ຕາມຮ້ານບັນເທີງ ​ແລະ ​ຮ້ານ​ຄ້າທົ່ວໄປເປັນ​ຈໍາ​ນວນ​ຫຼາຍ.​ ການ​ຫ້າມ​ດັ່ງກ່າວ​ແມ່ນ​ສອດຄ່ອງ​ກັບ​ນະ​ໂຍບາຍ​ຕ້ານ​ຢາ​ເສບ​ຕິດ​ທີ່​ເຄັ່ງ​ຄັດ​ຂອງ​ຮ່ອງ​ກົງ. ລວມທັງ​ຢູ່​ຈີນ​ແຜ່ນດິນ​ໃຫຍ່ ເຊິ່ງ CBD ຖືກຫ້າມບໍ່ໃຫ້ຂາຍຕັ້ງແຕ່ປີ 2022.

ສາຍຂຽວໝົດສິດ!

ໂດຍທ່ານ ຄຣິສ ຖັງ (Chris Tang) ລັດຖະມົນຕີ​ຮັກສາ​ຄວາມ​ປອດ​ໄພ​ຮ່ອງ​ກົງ ​ໄດ້ເປີດເຜີຍວ່າ ນັບ​ແຕ່​ປີ 2019 ຫາ​ຕົ້ນ​ປີ 2022, ອຳນາດ​ການ​ປົກຄອງ​ຮ່ອງ​ກົງ​ໄດ້ເລີ່ມເຮັດການຢຶດ ​ແລະ ​ທົດ​ລອງ​ຜະລິດ​ຕະພັນ​ທີ່​ມີ CBD ເກືອບ 120 ຊະນິດ​ຈາກ​ຮ້ານ​ອາຫານ​ ແລະ ​ຮ້ານ​ຄ້າ ແລະ ຜ່ານການກວດສອບທົດລອງຢ່າງລະອຽດ ພົບວ່າຫຼາຍກວ່າ 3.800 ຜະລິດຕະພັນໄດ້ຖືກພົບເຫັນວ່າບັນຈຸ THC ເຂົ້າໄປນໍາ ເຖິງແມ່ນວ່າມັນບໍ່ໄດ້ໃຫ້ລາຍລະອຽດເພີ່ມຕື່ມກ່ຽວກັບອັດຕາສ່ວນທີ່ບັນຈຸ THC ເຂົ້າໄປໃນຜະລິດຕະພັນເຫຼົ່ານັ້ນ.

ສາຍຂຽວໝົດສິດ!

CBD ນັ້ນມັກຈະຖືກສະກັດມາເປັນນໍ້າມັນ ໃຊ້ຢອດກ້ອງລີ້ນໂດຍກົງ ຫຼື ສະກັດເພື່ອນຳໄປປຸງແຕ່ງອາຫານ ປະສົມເຂົ້າໃນຜະລິດຕະພັນຫຼາຍໆ ປະເພດ ແລະ ສານດັ່ງກ່າວນີ້ ຖືກກຳນົດໃຫ້ເປັນສານທີ່ຖືກກົດໝາຍ ແລະ ໃຊ້ງານຢ່າງຈິງຈັງ ສຳລັບວຽກງານທາງການແພດ ໃນບາງປະເທດ.

  ໂດຍ THC ເປັນອີກໜຶ່ງສານຫຼັກທີ່ພົບເຫັນຢູ່ໃນກັນຊາ ແລະ ເປັນສານທີ່ຫຼາຍປະເທດອອກກົດໝາຍບໍ່ໃຫ້ນຳໃຊ້ສານຕົວນີ້. THC ມີຂໍ້ແຕກຕ່າງຫຼັກໆຈາກ CBD ກໍຄື THC ນັ້ນເປັນສານທີ່ອອກລິດຕໍ່ລະບົບປະສານໂດຍກົງ ເຮັດໃຫ້ ຜູ້ເສບສານດັ່ງກ່າວເຂົ້າໄປນັ້ນມີອາການເມົາ ຫຼື High ໃນພາສາໄວໜຸ່ມນັ້ນເອງ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/