ໝົດບັນຫາ Eyes Contact! Nvidia ອອກ AI ຕົວໃໝ່ ທີ່ຈະຊ່ວຍໃຫ້ຄົນທີ່ຢູ່ໜ້າຈໍ ເບິ່ງກ້ອງຕະຫຼອດເວລາ

ໝົດບັນຫາ Eyes Contact!

ເທັກໂນໂລຢີ AI ໃນປັດຈຸບັນແມ່ນມີການພັດທະນາຢູ່ຕະຫຼອດ ແລະ ໄດ້ມີຮູບແບບ ວິທີໃຊ້ງານແບບໃໝ່ໆ ອອກມາເລື້ອຍໆ ເພື່ອໃຫ້ປັນຍາປະດິດເຫຼົ່ານີ້ ມາຊ່ວຍໃນການໃຊ້ຊີວິດປະຈຳວັນ ຫຼື ແມ່ນແຕ່ເອົາມາຊ່ວຍໃນວຽກງານດ້ານສະເພາະ ເພື່ອສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ມະນຸດເຮົາໃຫ້ໄດ້ຫຼາຍທີ່ສຸດ.

ໝົດບັນຫາ Eyes Contact!

ຫຼ້າສຸດ ທາງ Nvidia ບໍລິສັດເທັກໂນໂລຢີ ລາຍໃຫຍ່ຂອງໂລກ ໄດ້ອອກ AI ຕົວໃໝ່ທີ່ຕິດມານຳໂປຣແກຣມ Broadcast ຂອງທາງ Nvidia ທີ່ຈະມາຊ່ວຍໃຫ້ຄົນທີ່ຢູ່ໜ້າຈໍ ເບິ່ງກ້ອງຕະຫຼອດເວລາ.

ໂດຍໂປຣແກຣມ Broadcast ເປັນໂປຣແກຣມທີ່ຈະຊ່ວຍໃນການປະມວນຜົນພາບແບບສົດໆ ໃຫ້ດີຂຶ້ນ ບໍ່ວ່າຈະເປັນການປະມວນຜົນພາບເພື່ອການປະຊຸມທາງໄກຜ່ານ Zoom ການສອນໜັງສືອອນລາຍ ຫຼື ການຖ່າຍທອດສົດ. ເຊິ່ງ Broadcast ຈະມີການໃຊ້ AI ຊ່ວຍປັບແຕ່ງທຸກຢ່າງໃຫ້ນຽນຂຶ້ນທັງພາບ ແລະ ສຽງ.

ໝົດບັນຫາ Eyes Contact!

ໂດຍຈຸດເດັ່ນຂອງ ໂປຣແກຣມຕົວນີ້ກໍຄື AI ຕົວໜຶ່ງທີ່ຊື່ວ່າ Eyes Contact ທີ່ພຽງກົດປຸ່ມດຽວ ພິທີກອນ ນັກສະແດງ ຫຼື ຕົວລະຄອນ ທີ່ຢູ່ໃນໜ້າຈໍ ກໍຈະຫັນມາເບິ່ງກ້ອງທັນທີ. ພິເສດກໍຄື ມັນສາມາດເຮັດໄດ້ ແລະ ສະແດງຜົນໄດ້ແບບສົດໆ ເຖິງແມ່ນວ່າຕອນນັ້ນຈະເປັນການຖ່າຍທອດສົດຢູ່ກໍຕາມ.

ເຊິ່ງຫຼັກການເຮັດວຽກຂອງມັນກໍຄື ມັນຈະແທນທີ່ດວງຕາຂອງຄົນ ດ້ວຍດວງຕາຈຳລອງ ທີ່ເບິ່ງກ້ອງ ຫຼື ເບິ່ງໜ້າຄົນເບິ່ງວິດີໂອຕະຫຼອດ ເຊິ່ງລັກສະນະຮູບຮ່າງ ແລະ ສີຂອງຕາຈະມີຄວາມຄ້າຍຄືກັບສີຕາຂອງບຸກຄົນນັ້ນໆ ແບບເກືອບຮ້ອຍເປີເຊັນ, ມັນຈະພິບຕາພ້ອມທ່ານ ແລະ ທຸກຢ່າງນີ້ດຳເນີນໄປໄດ້ຢ່າງແນບນຽນ.

ຜ່ານການໃຊ້ງານຕົວຈິງ ຫຼາຍຄົນກໍມັກ ເພາະມັນສາມາດເຮັດໃຫ້ເບິ່ງຄືວ່າຈິງຈັງດີ ເພາະການເບິ່ງກ້ອງ ມັນໃຫ້ຄວາມຮູ້ສຶກວ່າເປັນມືອາຊີບ ແລະ ສາມາດສື່ສານກັບຄົນເບິ່ງໄດ້ໂດຍກົງ. ແຕ່ບາງຄົນກໍຈະບອກວ່າ ໃຊ້ແລ້ວມັນເບິ່ງກ້ອງຕະຫຼອດເວລາຈົນຮູ້ສຶກແປກໆ ເພາະຊີວິດຈິງຂອງຄົນເຮົາການຖືກເບິ່ງຕາແບບບໍ່ຢຸດພຽງແຕ່ 10 ວິນາທີກໍຮູ້ສຶກອຶດອັດແລ້ວ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/