5 ອັນດັບສິ່ງມີຊີວິດ ທີ່ມີອາຍຸສັ້ນທີ່ສຸດໃນໂລກ

5 ອັນດັບສິ່ງມີຊີວິດ

ໃນໂລກປັດຈຸບັນ ທີ່ແສນຈະສັບສົນວຸ້ນວາຍ ເພາະມີຫຼາຍໆເລື່ອງທີ່ຕ້ອງໄດ້ເຮັດ ແລະ ມີຫຼາຍເລື່ອງທີ່ຢາກຈະເຮັດ ແຕ່ກໍຍັງບໍ່ໄດ້ເຮັດ ແລະ ເຮົາກໍມັກຈະໄດ້ຍິນຄຳວ່າ ຢາກເຮັດຫຍັງກໍໃຫ້ຮີບເຮັດ ເພາະຊີວິດຄົນເຮົາມັນສັ້ນ. ແຕ່ຮູ້ບໍ່ວ່າໃນໂລກເຮົານີ້ ຍັງມີສິ່ງມີຊີວິດອີກຫຼາຍຊະນິດ ນອກຈາກມະນຸດເຮົາ ທີ່ມີອາຍຸໄຂທີ່ສັ້ນ ເກີດມາຍັງບໍ່ໄດ້ກິນອາຫານຫຍັງເທື່ອ ກໍໝົດອາຍຸໄຂແລ້ວ, ເຊິ່ງ ມື້ນີ້ Lao X ຈະພາທຸກຄົນມາເບິ່ງ 5 ອັນດັບສິ່ງມີຊີວິດ ທີ່ມີອາຍຸໄຂສັ້ນທີ່ສຸດໃນໂລກ.

ອັນດັບ 5 ແມງປໍ

5 ອັນດັບສິ່ງມີຊີວິດ

ແມງປໍ ເປັນແມງໄມ້ຊະນິດໜຶ່ງທີ່ມັກອາໄສຢູ່ຕາມເຂດທີ່ມີໜອງນໍ້າ ໃນລະດູຮ້ອນ ໂດຍແມງໄມ້ຊະນິດນີ້ ມີອາຍຸໄຂຢູ່ໃນໂລກນີ້ ພຽງແຕ່ 4 ເດືອນເທົ່ານັ້ນ ເຊິ່ງມັນໃຊ້ຊີວິດໃນໄລຍະເວລາສັ້ນໆ ຂອງມັນໄປກັບການຫາອາຫານ ແລະ ປະສົມພັນ. ເຖິງແມ່ນວ່າແມງປໍອາດຈະຢູ່ໃນຄາບຕົວອ່ອນເປັນເວລາເຖິງ 5 ປີ ເພື່ອທີ່ຈະຖ້າເວລາອອກມາເຕີບໂຕເຕັມທີ່ ນັ້ນໝາຍຄວາມວ່າ ແມງປໍນັ້ນໃຊ້ເວລາຟັກຕົວເປັນເວລາເຖິງ 5 ປີ ແຕ່ກັບມີເວລາຊີວິດ ມືນຕາເບິ່ງໂລກໄດ້ພຽງ 4 ເດືອນເທົ່ານັ້ນ.

ອັນດັບ 4 ແມງວັນ

5 ອັນດັບສິ່ງມີຊີວິດ

ແມງວັນ ເປັນອີກໜຶ່ງສິ່ງມີຊີວິດທີ່ບໍ່ຄ່ອຍຈະຖືກກັບມະນຸດເຮົາປານໃດ ແຕ່ຮູ້ຫຼືບໍ່ວ່າທຸກຄັ້ງທີ່ພວກມັນສ້າງຄວາມລຳຄານໃຫ້ກັບເຮົານັ້ນ ແມ່ນພວກມັນກຳລັງເຮັດວຽກ ແລະ ໃຊ້ຊີວິດຂອງພວກມັນຢ່າງເຕັມທີ່ ເນື່ອງຈາກອາຍຸໄຂຂອງພວກມັນນັ້ນມີພຽງ ແຕ່ 4–5 ອາທິດ ເທົ່ານັ້ນ. ໃນຂະນະທີ່ມີອາຍຸໄຂທີ່ສັ້ນ ແຕ່ພວກມັນຍັງເປັນແມງໄມ້ທີ່ໃຊ້ເວລາຟັກຕົວຢູ່ໃນໄຂ່ໜ້ອຍທີ່ສຸດ ເພາະພວກມັນໃຊ້ເວລາຟັກຕົວພຽງ 24 ຊົ່ວໂມງເທົ່ານັ້ນ ພວກມັນກໍພ້ອມຈະອອກມາບິນຕອມບັນດາອາຫານທີ່ພວກທ່ານຊື້ມາໄດ້ແລ້ວ.

ອັນດັບ 3 ມົດຕົວຜູ້

5 ອັນດັບສິ່ງມີຊີວິດ

ວິຖີຊີວິດຂອງມົດຕົວຜູ້ນັ້ນ ມີຊີວິດທີ່ສຸດແສນຈະສະບາຍແຕກຕ່າງຈາກຕົວເມຍ ເພາະຕະຫຼອດຊີວິດຂອງ ມົດຕົວຜູ້ ພວກມັນເຮັດພຽງ 2 ຢ່າງນັ້ນກໍຄື ກິນ ແລະ ສືບພັນ ເຊິ່ງເມື່ອຮອດລະດູປະສົມພັນ ພວກມັນກໍຈະບິນອອກໄປຊອກປະສົມພັນກັບຕົວເມຍ ແລະ ເມື່ອປະສົມພັນສຳເລັດແລ້ວ ຊີວິດນີ້ຂອງມັນກໍຄືຈົບພາລະກິດ ແລ້ວ ຕ່າງຈາກມົດຕົວເມຍ ທີ່ຕ້ອງອອກໄປຊອກຮັງ ແລະ ສ້າງອານາຈັກຂອງຕົນເອງ. ແຕ່ກໍຄືກັບທີ່ຫຼາຍຄົນເວົ້າວ່າ ເວລາທີ່ເຮົາມີຄວາມສຸກ ມັນມັກຈະຜ່ານໄປໄວສະເໝີ ເພາະມົດຕົວຜູ້ນັ້ນ ມີເວລາສະເຫວີຍສຸກໃນໂລກໃບນີ້ ພຽງແຕ່ 3 ອາທິດເທົ່ານັ້ນ.

ອັນດັບ 2 ແກັສໂທທິສ (Gastrotrichs)

5 ອັນດັບສິ່ງມີຊີວິດ

     ແກັສໂທທິສ ເປັນສິ່ງມີຊີວິດຂະໜາດນ້ອຍ ທີ່ຕ້ອງໃຊ້ກ້ອງຈຸລະທັດໃນການເບິ່ງ ເຊິ່ງມີຄວາມຍາວຂອງລຳຕົວພຽງ 0.06 – 3 ມມ ເທົ່ານັ້ນ ສາມາດພົບໄດ້ໃນນໍ້າຈືດ ແລະ ນໍ້າທະເລ ໂດຍວິຖີຊີວິດຂອງພວກມັນນັ້ນກໍສຸດແສນຈະລຽບງ່າຍ ເພາະມີແຕ່ ລອຍໄປລອຍມາໃນນໍ້າ, ຂຶ້ນສູ່ໜ້ານໍ້າບາງຄັ້ງຄາວ ເຮັດນັ້ນເຮັດນີ້ໜ້ອຍໜຶ່ງ ແລະ ຕ້ອງຈົບຊີວິດທີ່ສຸດແສນຈະລຽບງ່າຍນີ້ໄປດ້ວຍເວລາພຽງ 3 ມື້ ເທົ່ານັ້ນ.

     ອັນດັບ 1 ເມຟາຍ (Mayflies)

5 ອັນດັບສິ່ງມີຊີວິດ

ເມຟາຍ ຫຼື ຊື່ທາງວິທະຍາສາດ ເອັບອີຣອບເທຣາ (Ephemeroptera) ເປັນແມງໄມ້ຂະໜາດນ້ອຍ ມີປີກ 4 ປີກ ໂດຍປີກຄູ່ໜ້າຈະມີຂະໜາດນ້ອຍກວ່າ ປີກຄູ່ຫຼັງ ໃຊ້ເວລາຟັກຕົວໃນນໍ້າດົນເຖິງ 1-2 ປີ ລອກຄາບຫຼາຍເທື່ອຈົນກາຍເປັນແມງໄມ້ ແຕ່ຫຼັງຈາກເຕີບໃຫຍ່ເຕັມທີ່ແລ້ວ ມັນມີເວລາເບິ່ງຄວາມສວຍງາມຂອງໂລກ ພຽງແຕ່ 24 ຊົ່ວໂມງ ຫຼື ປະມານ 1 ຫາ 2 ມື້ ເທົ່ານັ້ນ ເອີ້ນໄດ້ວ່າເກີດມາ ປະສົມພັນ ແລ້ວຕາຍ ບໍ່ທັນໄດ້ກິນເຂົ້າກິນນໍ້າກັນເລີຍ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/