ຈີນ ຊ່ວຍໃຫ້ ເສດຖະກິດມາເລເຊຍ ຟື້ນຟູຂຶ້ນກວ່າເກົ່າ

ຈີນ ຊ່ວຍໃຫ້ ເສດຖະກິດ

ປະເທດຈີນເປັນປະເທດໜຶ່ງທີ່ຊ່ວຍເຫຼືອໃນຫຼາຍໆດ້ານໃຫ້ກັບປະເທດອາຊຽນ ໜຶ່ງໃນນັ້ນກໍມີປະເທດລາວເຮົາ ຮ່ວມພັດທະນາເສດຖະກິດດ້ວຍກັນເປັນເວລາຫຼາຍປີ ລົງທຶນຊ່ວຍເຫຼືອລາວຢ່າງສະໜ່ຳສະເໝີ. ມາເລເຊຍກໍເຊັ່ນດຽວກັນ ຈີນໄດ້ຊ່ວຍເຫຼືອ ແລະ ຊຸກຍູ້ ໃນຫຼາຍດ້ານ ທັງດ້ານເສດຖະກິດ ການສຶກສາ ແລະ ອື່ນໆ ເພື່ອເປັນການສ້າງພັນທະມິດທີ່ດີຕໍ່ກັນ ທັງຍັງເປັນການສ້າງເຄືອຂ່າຍທີ່ສຳຄັນໆດ້ວຍກັນ.

ໃນການຕັດສິນໃຈເປີດປະເທດຂອງຈີນ ເປັນແຮງໜູນທີ່ສຳຄັນສຳລັບເສດຖະກິດຂອງມາເລເຊຍ ໃນໄລຍະທີ່ຄາດວ່າການບໍລິໂພກພາຍໃນປະເທດ ຈະຊະລໍຕົວລົງໃນທ່າມກາງຄວາມຫວັ່ນໄຫວຂອງເສດຖະກິດທົ່ວໂລກຖົດຖອຍ ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19. ສຳລັບເສດຖະກິດຂອງມາເລເຊຍ ໃນປີ 2023 ນີ້ ຈີນແມ່ນຈະຊ່ວຍປະຄອງການຟື້ນຕົວຂອງເສດຖະກິດມາເລເຊຍ ໂດຍສະເພາະແມ່ນດ້ານການທ່ອງທ່ຽວ ແລະ ການລົງທຶນ ໂດຍກົງຈາກຕ່າງປະເທດ.

ຈີນ ຊ່ວຍໃຫ້ ເສດຖະກິດ

ເຖິງແມ່ນວ່າມາເລເຊຍຈະບໍ່ໄດ້ເອົາເສດຖະກິດດ້ານການທ່ອງທ່ຽວເປັນຈຸດໃຈກາງ ແຕ່ນັກທ່ອງທ່ຽວໍຍັງມາທ່ຽວຕາມປົກກະຕິ ແລະ ໜາແໜ້ນ. ພ້ອມທັງມີຕຳແໜ່ງງານທີ່ກ່ຽວຂ້ອງໃນດ້ານການທ່ອງທ່ຽວ ສູງເຖິງ 30%. ກອ່ນເກີດໂຄວິດ ມາເລເຊຍມີນັກທ່ອງທ່ຽວປະມານ 12% ທີ່ມາຈາກປະເທດຈີນ (ປະມານ 3 ລ້ານຄົນ) ເຊິ່ງໜ້ອຍຫຼາຍ ຖ້າປຽບກັບນັກທ່ອງທ່ຽວຈີນໄປທ່ຽວປະເທດອື່ນ ແລະ ມາເລເຊຍ ຢາກທີ່ຈະເອົານັກທ່ອງທ່ຽວຈີນ ໃຫ້ໄດ້ໄດ້ຕາມເປົ້າໄດ້ຫຼາຍໃນປີ 2023.

ຈີນ ຊ່ວຍໃຫ້ ເສດຖະກິດ

ນອກຈາກນີ້ ທັງມາເລເຊຍ ແລະ ອິນໂດເນເຊຍ ຍັງມີຄວາມຕ້ອງການທີ່ຢາກໃຫ້ນັກທ່ອງທ່ຽວຊາວຈີນມາທ່ຽວທີ່ປະເທດຂອງຕົນ ເພາະຈີນເປັນປະເທດທີ່ມີຄວາມພັດທະນາຫຼາຍດ້ານ ມີຊັບພະຍາກອນມະນຸດທີ່ຫຼາຍ ແລະ ຜ່ານມາ ທັງສອງປະເທດນີ້  ຍັງໄດ້ສົ່ງອອກສິນຄ້າໄປທາງຈີນຫຼາຍເທົ່າທີ່ຄວນກກໍວ່າໄດ້. ພ້ອມກັນນີ້ ເວລາສົ່ງອອກໄປຈີນ ຍັງເປັນສິນຄ້າທີ່ມີລາຄາສູງ ແລະ ຄາດວ່າເສດຖະກິດຂອງມາເລເຊຍຈະໄປໄດ້ດີຂຶ້ນ ຖ້າຫາກໄດ້ຮ່ວມມືກັບຈີນ ເພື່ອເປັນການສ້າງພົມແດນທີ່ດີຕໍ່ກັນອີກດ້ວຍ.

ຈີນ ຊ່ວຍໃຫ້ ເສດຖະກິດ

ຂອບໃຈຂໍ້ມູນຈາກ: https://bit.ly/3l4RuDg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/