ພັດທະນາການຂອງໄມ້ຕີຍຸງ ສາມາດນັບຈຳນວນຍຸງໄດ້

ພັດທະນາການຂອງໄມ້ຕີຍຸງ

ໄມ້ຕີຍຸງແບບໄຟຟ້າປະກອບດ້ວຍຮູບຊົງທີ່ແຕກຕ່າງກັນອອກໄປ ມີທັງໄມ້ຕີຍຸງທີ່ປາສະຈາກສານພິດ ແລະ ສານອື່ນໆ. ໃນເມື່ອຈໍສຳຜັດກັບຍຸງ ຫຼື ແມງໄມ້ ຈະເກີດແສງໄຟແມບຂຶ້ນມາດັ່ງທີ່ຫຼາຍຄົົົົນໃຊ້ ມາພ້ອມກັບສຽງແປ໊ບໆ ໃນຂະນະທີ່ຍຸງຖືກຊ໊ອດ ຫຼື ມືຂອງຄົນທີ່ໄປສຳຜັດ.

ໄມ້ຕີຍຸງ TECSTAR ສຳລັບຕີຍຸງ ຮຸ່ນ 1003 ເໝາະສໍາລັບຕີຍຸງ ແລະ ແມງໄມ້ ຄວາມຈຸແບັດເຕີຣີ 1200 mAh ແຮງດັນໄຟຟ້າໃນການໃຊ້ງານປະມານ 3000W. ວິທີໃຊ້ງານ ພຽງແຕ່ນໍາເອົາສາຍໄຟສາກຕໍ່ເຂົ້າກັບປັກສຽບ ໄຟຈະສະແດງເປັນສະຖານະ ການສາກສີແດງ ເມື່ອສາກແບັດເຕີຣີເຕັມ ຈະປ່ຽນເປັນສີຟ້າ ໂດຍໃຊ້ເວລາໃນການສາກປະມານ 3-5 ຊົ່ວໂມງ.

ການໃຊ້ຕີຍຸງ ແມ່ນເລື່ອນສະວິດໄປທີ່ ON 1 ກົດສະວິດ ແສງໄຟຈະສະແດງສະຖານະການເຮັດວຽກຂອງມັນໂດຍປຸ່ມຈະເປັນສີແດງ ແລະ ສາມາດໃຊ້ຕີຍຸງໄດ້ທັນທີ. ເລື່ອນສະວິດໄປທີ່ ON 2 ແສງ UV ສີມ່ວງເລີ່ມເຮັດວຽກ ສຽບໄມ້ຕີຍຸງໄວ້ທີ່ບ່ອນດັກຈັບຍຸງໄດ້ທັນທີ ສາມາດສາກໄຟ ແລະ ສະກັດຍຸງໄດ້ພ້ອມກັນ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/