ພັກພູມໃຈ ທີ່ມີຊາວໜຸ່ມເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງປະເທດຊາດ  ເປັນຜູ້ສືບທອດທີ່ຈົງຮັກພັກດີຂອງພັກ

ພັກພູມໃຈ

ພິທີມອບຫຼຽນກາລະນຶກວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ (ວັນທີ 14 ເມສາ 1955-14 ເມສາ 2020) ໃຫ້ແກ່ການນຳຂັ້ນສູງ ແລະ ຊາວໜຸ່ມປະຊາຊົນປະຕິວັດລາວ ສະພາແຫ່ງຊາດ ຈັດຂຶ້ນໃນວັນທີ 1 ກຸມພາ 2023 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີ ທ່ານ ມອນໄຊ ລາວມົວຊົງ ເລຂາຄະນະ ບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ການນຳຂັ້ນສູງຂອງສະພາແຫ່ງຊາດ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ມອນໄຊ ລາວມົວຊົງ ໄດ້ເປັນກຽດມອບຫລຽນກາຊາວໜຸ່ມຕະລຸມບອນ ແລະ ຫລຽນກາລະນຶກ 65 ປີ ຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໃຫ້ແກ່ການນໍາຂັ້ນສູງຂອງສະພາແຫ່ງຊາດ 7 ທ່ານ ແລະມອບຫຼຽນກາລະນຶກ 65 ປີ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ຄະນະນໍາຂອງສະພາແຫ່ງຊາດ ແລະ ຄະນະບໍລິຫານ ງານຊາວໜຸ່ມສະພາແຫ່ງຊາດ ແລະ ສະມາຊິກຊາວໜຸ່ມສະພາແຫ່ງຊາດ 165 ທ່ານ. ທັງນີ້, ກໍເພື່ອ ສະແດງໃຫ້ເຫັນເຖິງຂະບວນການວິວັດແຫ່ງການ ເຕີບໃຫຍ່ຂອງຊາວໜຸ່ມລາວ ທີ່ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ໃນຫຼາຍໄລຍະປະຫວັດສາດ. ໃນນັ້ນ ມີໄລຍະຈະເລີນຮຸ່ງເຮືອງ, ໄລຍະຖືກການຮຸກຮານຂອງຕ່າງຊາດ ເຊິ່ງໃນແຕ່ລະໄລຍະປະຫວັດສາດ ຊາວໜຸ່ມ ແລະ ບັນພະບຸລຸດລາວ ຜູ້ທີ່ຮັກຊາດໄດ້ອຸທິດເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາ ກອບກູ້ເອົາຜືນແຜນດິນອັນແສນຮັກຂອງ ພວກເຮົາກັບຄືນມາ ຈຶ່ງເຮັດໃຫ້ກໍາເນີດວິລະຊົນ ແລະ ບັນພະບຸລຸດຫຼາຍໆທ່ານ.

ຊາວໜຸ່ມລາວເວລາໃດ ກໍສະແດງບົດບາດປະຈັນບານຕໍ່ສູ້ກັບອິດທິກໍາລັງປໍລະປັກ ໂດຍສະເພາະແມ່ນລັດທິລ່າເມືອງຂຶ້ນແບບເກົ່າ ໂດຍບໍ່ໄດ້ຢ້ານກົວຕໍ່ອຸປະສັກໃດໆ ທັງສູ້ຮົບ, ທັງສ້າງກໍາລັງ, ສ້າງເຂດທີ່ໝັ້ນຕໍ່ຕ້ານ, ຕໍ່ສູ້ຍາດເອົາໄຊຊະນະ ໄດ້ຢ່າງຕໍ່ເນື່ອງມາ. ສະນັ້ນ, ພັກຈຶ່ງໃຫ້ຂະໜາມນາມຕໍ່ຊາວໜຸ່ມວ່າ: ຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງປະເທດຊາດ, ເປັນຜູ້ສຶບທອດທີ່ຈົ່ງຮັກພັກດີຂອງພັກ; ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ພາຍໃຕ້ຮົ່ມທຸງປະຕິວັດຂອງພັກຕະຫຼອດ ໄລຍະຜ່ານມາ ບໍ່ວ່າເວລາໃດຊາວໜຸ່ມ-ເຍົາວະຊົນ ໄດ້ຮັບການຖະນຸຖະໜອມ ແລະ ເອົາໃຈໃສ່ ນໍາພາ-ຊີ້ນໍາ ຈາກສູນກາງພັກ, ຄະນະພັກ-ຄະນະນໍາແຕ່ລະຂັ້ນ, ຊາວໜຸ່ມພວກເຮົາຍາມໃດກໍຮັກສາໄດ້ມູນ ເຊື້ອອັນດີງາມຂອງຕົນ ແລະ ສາມາດເສີມຂະຫຍາຍໄດ້ບົດບາດປະຈັນບານໃນທຸກຂົງເຂດວຽກງານ ທັງຢູ່ສູນກາງ ແລະ ທ້ອງຖິ່ນໃນພາລະກິດປະຕິວັດຂອງພັກ, ສະມາຊິກຊາວໜຸ່ມຫລາຍສະຫາຍໄດ້ເສຍ ສະຫຼະ ເພື່ອປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ, ມີຫຼາຍສະຫາຍໄດ້ກາຍເປັນວິລະຊົນ-ນັກຮົບແຂ່ງຂັນ ແລະ ການນໍາຂັ້ນສູງຂອງພັກ-ລັດ ນັບແຕ່ອອະດີດຈົນເຖິງປັດຈຸບັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/