ອາເມຣິກາບໍ່ພໍໃຈ ຫຼັງພົບບອລລູນຂອງຈີນ ລອຍຫຼົງເຂົ້າມາໃນພື້ນທີ່ສຳຄັນ ພ້ອມຍົກເລີກແຜນການຢ້ຽມຢາມຈີນໃນໄວໆນີ້

ອາເມຣິກາ

ວັນສຸກ ທີ 3 ​ມັງກອນ ກະຊວງປ້ອງກັນປະເທດຂອງ ອາເມຣິກາ ໄດ້ເຜີຍວ່າ ໄດ້ກວດພົບບອລລູນສອດແນມຂອງຈີນບິນຜ່ານພື້ນທີ່ດ້ານຄວາມໝັ້ນຄົງລະດັບສູງ ພ້ອມລະບຸວ່າ ບອລລູນທີ່ຈີນສົ່ງເຂົ້າມານັ້ນ ແມ່ນເພື່ອເກັບກຳຂໍ້ມູນທາງການທະຫານຂອງ ອາເມຣິກາ ແຕ່ທາງອາເມຣິກາຕັດສິນໃຈບໍ່ຍິງ ບອລລູນ ລູກດັ່ງກ່າວ ເນື່ອງຈາກວ່າເປັນຫ່ວງຄວາມປອດໄພຂອງປະຊາຊົນທີ່ຢູ່ບໍລິເວນນັ້ນ.

ພື້ນທີ່ສຳຄັນດັ່ງກ່າວນັ້ນ ແມ່ນພື້ນທີ່ຂອງ ລັດ ມອນທານາ ທາງເໜືອຂອງສະຫະລັດອາເມຣິກາ ທີ່ເປັນທີ່ຕັ້ງຂອງ ຖານທັບອາກາດມັນສະຕອມ ເຊິ່ງໃຊ້ເປັນບ່ອນເກັບລູກສອນໄຟຫຼາຍຊະນິດຂອງກອງທັບ ສະຫະລັດ ອາເມຣິກາ.

ອາເມຣິກາ

ໂດຍໂຄສົກ ກະຊວງປ້ອງກັນປະເທດລະບຸວ່າ ບອລລູນດັ່ງກ່າວເຄື່ອນຕົວຢູ່ສູງກວ່າລະດັບເສັ້ນທາງການຈະລາຈອນທາງອາກາດດ້ານການຄ້າ ແລະ ການທະຫານ ເຊິ່ງບໍ່ກໍ່ໃຫ້ເກີດໄພຄຸກຄາມທາງການທະຫານ ຫຼື ທາງກາຍະພາບຕໍ່ຜູ້ຄົນໃນພາກພື້ນດິນ.

ພາຍຫຼັງມີການພົບເຫັນບອລລູນດັ່ງກ່າວເຂົ້າມາໃນພື້ນທີ່ສຳຄັນ ຂອງອາເມຣິກາ ທ່ານ ແອັນໂທນີ່ ບິງແຄນ ລັດຖະມົນຕີກະຊວງການຕ່າງປະເທດ ອາເມຣິກາ ໄດ້ຍົກເລີກແຜນການເດີນທາງໄປຢຽມຍາມຈີນ ທີ່ສຳຄັນ ໃນວັນທີ 5-6 ກຸມພາ ທີ່ກຳລັງຈະມາຮອດນີ້ ທັນທີ ພ້ອມລະບຸວ່າ ເຫດການດັ່ງກ່າວເປັນການກະທຳທີ່ຂາດຄວາມຮັບຜິດຊອບ ແລະ ບໍ່ສາມາດຍອມຮັບໄດ້.

ອາເມຣິກາ

ຕໍ່ກັບເລື່ອງດັ່ງກ່າວ ທາງການຈີນໄດ້ອະທິບາຍໄວ້ວ່າ: ວັດຖຸດັ່ງກ່າວ ເປັນເຮືອບິນ Air Ship ຈາກປະເທດຈີນແທ້ ແຕ່ມັນເປັນເຮືອບິນທາງດ້ານພົນລະເມືອງ ບໍ່ແມ່ນດ້ານການທະຫານ ແລະ ໃຊ້ເພື່ອໃນການວິໄຈທາງດ້ານອຸຕຸນິຍົມ ວິທະຍາ.

ອາເມຣິກາ

ສາເຫດທີ່ມັນຫຼົງເຂົ້າໄປໃນ ອາເມຣິກາ ແມ່ນຍ້ອນຕ້ອງປະເຊີນກັບກະແສລົມທີ່ພັດມາຈາກທາງຕາເວັນຕົກ ແລະ ເນື່ອງຄວາມສາມາດໃນການຫັກລ້ຽວຂອງເຮືອບິນລຳດັ່ງກ່າວນັ້ນ ມີຈຳກັດ ຈຶ່ງເຮັດໃຫ້ເຮືອບິນລຳດັ່ງກ່າວ ຫຼຸດອອກຈາກເສັ້ນທາງທີ່ໄດ້ກຳນົດໄວ້ ເມື່ອກ່ອນໜ້ານີ້ ຫຼາຍພໍສົມຄວນ.

ທາງການຈີນສະແດງຄວາມເສຍໃຈກັບເຫດການຄັ້ງນີ້ ແລະ ບອກວ່າມັນເປັນເຫດການທີ່ບໍ່ສາມາຄວບຄຸມໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/