ນ້າບ່າວ ບັອບບີ້! ໝາພັນ ຣາເຟໂຣ ໂດອາເລັນທີໂຈ ຖືກບັນທຶກໃຫ້ເປັນໝາທີ່ອາຍຸຍືນທີ່ສຸດ ດ້ວຍອາຍຸ 30 ປີ

ນ້າບ່າວ ບັອບບີ້!

ໂດຍທົ່ວໄປແລ້ວ ໝາເປັນສັດທີ່ມີອາຍຸສະເລ່ຍ ພຽງ 10-13 ປີ ແຕ່ບໍ່ແມ່ນກັບ ນ້າບ່າວ ບັອບບີ້ ໝາພັນ ຣາເຟໂຣ ໂດອາເລັນທີໂຈ (Rafeiro do Alentejo) ຫຼື ທີ່ເອີ້ນກັນວ່າ ໂປຕຸກີສ ວອສດັອກ ທີ່ຄອງແຊ້ມ ເປັນໝາທີ່ອາຍຸຫຼາຍທີ່ສຸດໃນໂລກ ເທົ່າທີ່ເຄີຍພົບມາ ດ້ວຍອາຍຸ 30 ປີ.

ໂດຍກ່ອນໜ້ານີ້ ເຈົ້າຂອງແຊ້ມໝາທີ່ມີອາຍຸຫຼາຍທີ່ສຸດໃນໂລກໄດ້ແກ່ ບລູອີ້ ໝາທີ່ໃຊ້ລ້ຽງງົວໃນອອສເຕຣເລຍ ທີ່ມີອາຍຸ 29 ປີ ກັບ 5 ເດືອນ ເຊິ່ງມີຊີວິດຢູ່ໃນໄລຍະປີ 1910-1939. ສ່ວນ ນ້າບ່າວ ບັອບບີ້ ນັ້ນເກີດໃນປີ 1992​ ທີ່ປະເທດໂປຕຸເກດ ນັບມາຮອດມື້ນີ້ ວັນທີ 4 ກຸມພາ ລວມອາຍຸແລ້ວ ບັອບບີ້ ຈະມີອາຍຸ 30 ປີກັບອີກ 269 ມື້.

ນ້າບ່າວ ບັອບບີ້!

ລີໂອເນວ ເຈົ້າຂອງ ບັອບບີ້ ເລົ່າວ່າ ໃນຕອນທີ່ບັອບບີ້ເກີດນັ້ນ ເຂົາມີອາຍຸ 8 ປີ ແລະ ບັອບບີ້ເກີດມາພ້ອມ ອ້າຍນ້ອງ 3 ໂຕ ເຊິ່ງໃນຕອນນັ້ນພໍ່ແມ່ຂອງ ລີໂອເນວ ເບິ່ງວ່າໃນເຮືອນຈະມີສັດລ້ຽງຫຼາຍເກີນໄປ ແລະ ຕັດສິນໃຈຈະບໍ່ເກັບລູກໝາ ທັງ 3 ໂຕນີ້ໄວ້ ແຕ່ຂະນະທີ່ພໍ່ແມ່ຂອງ ລີໂອເນວ ເອົາລູກໝາ ໄປກຳຈັດນັ້ນ ໄດ້ລືມເອົາ ບັອບບີ້ໄປນຳ.

ນ້າບ່າວ ບັອບບີ້!

ແຕ່ ລີໂອເນວ ນັ້ນສັງເກດເຫັນວ່າ ແມ່ຂອງ ບັອບບີ້ ຍັງມັກໄປນອນບ່ອນທີ່ ແມ່ຂອງບັອບບີ້ເກີດລູກ ລີໂອເນວ ຈຶ່ງໄດ້ນຳໄປຈອບເບິ່ງ ກ່ອນທີ່ຈະຮູ້ວ່າ ຍັງມີລູກໝາອີກໂຕໜຶ່ງຍັງລອດຊີວິດຢູ່ ລີໂອເນວ ຈຶ່ງເກັບເລື່ອງນີ້ໄວ້ເປັນຄວາມລັບ ຖ້າໃຫ້ບັອບບີ້ໃຫຍ່ກ່ອນ ພໍທີ່ຈະໃຫ້ພໍ່ແມ່ຂອງລາວບໍ່ຖິ້ມບໍ່ປະບັອບບີ້.

ນ້າບ່າວ ບັອບບີ້!

ລີໂອເນວ ກ່າວວ່າ ບໍ່ເຄີຍຄິດວ່າ ບັອບບີ້ ຈະກາຍເປັນໝາທີ່ອາຍຸຍືນທີ່ສຸດໃນໂລກ ຈົນເມື່ອບໍ່ດົນມານີ້ ແລະ ໃນຕອນທີ່ໄດ້ສົ່ງໃບສະໝັກຂອງບັອບບີ້ເພື່ອຂໍຕຳແໜ່ງໝາທີ່ມີອາຍຸຫຼາຍທີ່ສຸດ ທີ່ຍັງມີຊີວິດຢູ່ ກໍບໍ່ຮູ້ວ່າຍັງເປັນໝາທີ່ອາຍຸຫຼາຍທີ່ສຸດໃນໂລກ ເທົ່າທີ່ເຄີຍພົບມາ.

ໂດຍທົ່ວໄປແລ້ວ ໝາພັນ ຣາເຟໂຣ ໂດອາເລັນທີໂຈ ຫຼື ໂປຕຸກີສ ວອສດັອກ ຈະມີອາຍຸສະເລ່ຍຢູ່ທີ່ 12-14 ປີ ເປັນໝາທີ່ນິຍົມລ້ຽງກັນໃນປະເທດ ໂປຕຸເກດ ແລະ ມັກໃຊ້ໃນການອະນຸລັກ ການລ້ຽງສັດ ເປັນສ່ວນໃຫຍ່ ຫຼື ລ້ຽງເພື່ອໃຊ້ໄວ້ໄລ່ສິ່ງຕ່າງໆ ທີ່ຈະມາກໍ່ກວນ ສັດລ້ຽງຂະນິດອື່ນໆນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/