LNCCI ແລະ ຜູ້ປະກອບການຈາກຈີນ-ອາຊຽນ ແນມຫາໂອກາດ ທີ່ຈະສ້າງຖານຜະລິດ ຍານຍົນໄຟຟ້າ ຢູ່ ສປປ ລາວ


ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ນຳສະເໜີ ທ່າແຮງ ແລະ ສັກກະຍາພາບ ຂອງ ສປປ ລາວ ເພື່ອຫາໂອກາດໃນການ ຮ່ວມມືກັບ ບັນດາຜູ້ປະກອບການຈາກ ສປ ຈີນ ແລະ ບັນດາປະເທດອາຊຽນ ເພື່ອການສຶກສາຄວາມເປັນໄປໄດ້ໃນການ ສ້າງຖານຜະລິດ ຍານຍົນໄຟຟ້າ ຢູ່ ສປປລາວ ໃນອະນາຄົດ.

ເມື່ອບໍ່ດົນມານີ້ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ເດີນທາງເຂົ້າຮ່ວມ ກອງປະຊູມ ການພັດທະນາ ຍານຍົນໄຟຟ້າ ສປ ຈີນ~ອາຊຽນ ທີ່ ເມືອງ ກູຍກາງ (GUIGANG) ແຂວງ ກວາງຊີ ສປ ຈີນ ທີ່ຈັດໂດຍກົມເສດຖະກິດ ແລະ ການຄ້າສາກົນ ກະຊວງ ການຄ້າ ແຫ່ງ ສປຈີນ ຮ່ວມກັບ ສະມາຄົມ ຍານຍົນໄຟຟ້າ  ສປ ຈີນ ເຊິ່ງໄດ້ມີບັນດາໂຮງານຜະລິດລົດໄຟຟ້າ ຜູ້ປະກອບການ ຍານຍົນໄຟ້າຟ້າ ຈາກ ບັນດາແຂວງຕ່າງໆ ຈາກ ສປ ຈີນ ແລະ ບັນດາປະເທດອາຊຽນ ເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ ທ່ານ ບຸນເລີດ ຫຼວງປະເສີດ ກ່າວວ່າ: ລັດຖະບານ ສປປ ລາວ ໄດ້ມີນະໂຍບາຍ ໃນການສົ່ງເສີມອຸດສາຫະກຳຍານຍົນໄຟຟ້າເພາະ ສປປ ລາວ ມີທ່າແຮງໃນການສະໜອງພະລັງານໄຟຟ້າທີ່ສະອາດຈາກພະລັງານນຳ້, ພະລັງານລົມ, ພະລັງານແສງຕາເວັນ ແລະ ພະລັງງານທົດແທນອື່ນ ສີ່ງສຳຄັນທີ່ສຸດ ແມ່ນການຫັນມານຳໃຊ້ຍານຍົນ ແລະ ການຂົນສົ່ງດ້ວຍພະລັງານໄຟຟ້າທີ່ສະອາດ ແລະ ເພິ່ງຕົນເອງດ້ານພະລັງງານໃນອະນາຄົດເປັນການຫຼຸດຜ່ອນການເພິ່ງພາການນຳເຂົ້ານ້ຳມັນເຊື້ອໄຟທີ່ມີລາຄາສູງ ແລະ ຕ້ອງຈ່າຍເປັນເງິນຕາຕ່າງປະເທດ.

ທ່ານ ບຸນເລີດ ຫຼວງປະເສີດ ກ່າວຕື່ມວ່າ: ປັດຈຸ​ບັນ, ສປປ ລາວ ​ພວມ​ມຸ່ງ​ໄປ​ສູ່ການ​ຊຸກຍູ້​ອຸດສາຫະກຳ​ລົດຍົນ​ໄຟຟ້າ. ເຊິ່ງຂະແໜງການພັດທະນາຈຳນວນໜຶ່ງໄດ້ລິເລີ່ມ ການຕິດຕັ້ງສະຖານີສາກໄຟ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ລົດໄຟຟ້າ EV ແລ້ວ.

ສປປ ລາວ ພວມຢູ່ໃນການຫັນປ່ຽນໄປສູ່ພະລັງງານທົດແທນຢ່າງພະລັງງານແສງຕາເວັນ, ພະລັງງານນ້ຳຕົກ ແລະ ພະລັງງານລົມໄປເທື່ອລະກ້າວ. ນອກຈາກນີ້ ລັດຖະບານລາວຍັງໄດ້ສົ່ງເສີມຫົວໜ່ວຍທຸລະກິດໃນການພັດທະນາແຫຼ່ງພະລັງງານທົດແທນອື່ນໆ ລວມທັງນໍ້າມັນເຊື້ອໄຟຊີວະພາບ, ອາຍແກັສຊີວະພາບ, ຊີວະມວນບີບອັດ ແລະ ເຕົາເຜົາຄຸນນະພາບສູງ ທີ່ສອດຄ່ອງກັບນະໂຍບາຍຂອງລັດຖະບານໃນການຫັນໄປສູ່ການນໍາໃຊ້ພະລັງງານສະອາດ.

ລັດຖະບານລາວ ໄດ້ມີຍຸດທະສາດສົ່ງເສີມການນຳໃຊ້ພະລັງງານສະອາດ ສຳລັບຂະແໜງຄົມມະນາຄົມ-ຂົນສົ່ງ ໄດ້ວາງເປົ້າໝາຍສູ້ຊົນຮອດປີ 2025 ການໃຊ້ລົດໄຟຟ້າໃຫ້ໄດ້ປະມານ 20.000 ຄັນ ຫລື 1% ແລະ ສະຖານີສາກລົດໄຟຟ້າໃຫ້ໄດ້ປະມານ 50 ສະຖານີ ທີ່ມີຫົວສາກ 5 ຕູ້ຂຶ້ນໄປ. ຮອດປີ 2030 ການນໍາໃຊ້ລົດໄຟຟ້າໃຫ້ໄດ້ປະມານ 550.000 ຄັນ ຫລື 30% ແລະ ສະຖານີສາກລົດໄຟຟ້າໃຫ້ໄດ້ປະມານ 100 ສະຖານີ ທີ່ມີຕູ້ສາກ 5 ຕູ້ຂຶ້ນໄປ. ນອກຈາກນັ້ນ, ອີງໃສ່ແຜນງານແຫ່ງຊາດການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC), ໂດຍສະເລ່ຍ ໃຫ້ລົດຜ່ອນການປ່ອຍ CO2 ໃຫ້ໄດ້ 30.000 tCO2e ຕໍ່ ປີ ຈາກປີ 2020 ຫາ 2030.

ຈາກຂໍ້ມູນຫຼ້າສຸດ ໃນກອງປະຊຸມ ການຫັນປ່ຽນໄປນຳໃຊ້ລົດໄຟຟ້າ ຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ເຫັນວ່າ ການນຳເຂົ້າລົດໄຟຟ້າ ເພື່ອມາຈຳໜ່າຍໃນ ສປປ ລາວ ຮອດເດືອນ ເມສາ 2023 ມີຫຼາຍຮຸ່ນຫຼາຍຍີ່ຫໍ້ ລວມທັງໝົດມີຈຳນວນ 3.895 ຄັນ ໃນນັ້ນມີລົດຈັກໄຟຟ້າຈຳນວນ 1.773 ຄັນ. ສາມາດທົດແທນການນໍາເຂົ້ານໍ້າມັນເຊື້ອໄຟໄດ້ປະມານ 3 ແສນກວ່າລິດ.

ສະເພາະໃນປີ 2022 ສປປ ລາວ ໄດ້ນຳເຂົ້ານ້ຳມັນເຊື້ອໄຟຫຼາຍກວ່າ 1300 ລ້ານລິດ ເພື່ອນຳໃຊ້ເຂົ້າໃນການຂົນສົ່ງ, ການຂຸດຄົ້ນບໍ່ແຮ່, ກະສິກຳ ແລະ ອຸດສາຫະກຳໜັກອື່ນໆ. ການນໍາເຂົ້າຂະໜາດໃຫຍ່ດັ່ງກ່າວບໍ່ພຽງແຕ່ມີລາຄາແພງເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມການປ່ອຍອາຍພິດຄາບອນ ເຊິ່ງເປັນໜຶ່ງໃນສາເຫດຂອງອາຍແກ໊ສເຮືອນແກ້ວ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/