ຖັງວາຍແດງ 2,2 ລ້ານລິດແຕກ ຖ້ວມຖະໜົນໃນປະເທດໂປຕຸເກດ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຖັງທີ່ບັນຈຸວາຍແດງ ຈຳນວນ 2 ຖັງ ເຊິ່ງມີປະລິມານຢູ່ 2,2 ລ້ານລິດ ຫຼື ທຽບເທົ່າສະລອຍນ້ຳໂອລິມປິກ ຈາກຖັງເກັບວາຍຂອງບໍໍລິສັດ Levira Distillery ເຊິ່ງເປັນໂຮງງານຜະລິດທ້ອງຖິ່ນໄດ້ແຕກ ເຮັດໃຫ້ວາຍໄຫຼເຂົ້າຖ້ວມບ້ານ São Lourenco do Bairro ໃນປະເທດໂປຕຸເກດ.

ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 10 ກັນຍາ 2023 ທີຜ່ານມາ ເຊິ່ງໄດ້ມີຜູ້ຖ່າຍວິດີໂອເອົາໄວ້ໃນຕອນທີ່ວາຍແດງໄຫຼແຮງປານນ້ຳປ່າກຳລັງໄຫຼເຂົ້າຖ້ວມພື້ນທີ່ທີ່ລາດລົງໄປທາງລຸ່ມ ແລະ ຍັງມີບາງສ່ວນທີ່ໄຫຼເຂົ້າສູ່ບ້ານເຮືອນຂອງປະຊາຊົນ ຈົນພື້ນໃນເຂດນັ້ນກາຍເປັນຖະໜົນສີມ່ວງ.

ໃນລາຍງານໄດ້ລະບຸວ່າບໍ່ໄດ້ມີໃຜບາດເຈັບຈາກເຫດການໃນຄັ້ງນີ້ ແຕ່ທາງການທ້ອງຖິ່ນໄດ້ອອກມາປະກາດເຕືອນໄພທາງດ້ານສິ່ງແວດລ້ອມ ໃນລະຫວ່າງທີ່ນັກດັບເພີງພະຍາຍາມສະກັດບໍ່ໃຫ້ວາຍໄຫຼລົງສູ່ແມ່ນ້ຳທີ່ຢູ່ບໍລິເວນນັ້ນ ທາງດ້ານໂຮງງານວາຍເອງ ໄດ້ອອກມາຂໍໂທດກັບເຫດການທີ່ເກີດຂຶ້ນ ພ້ອມກັບຮັບປາກຈະຮັບຜິດຊອບຄ່າເສຍຫາຍທັງໝົັດ ແລະ ຈະໃຫ້ທີມງານເກັບກວາດຄວາມເສຍຫາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/