PayPal ເປີດຕົວ “PayPal On and Off Ramps” ຟີເຈີໃໝ່ທີ່ຈະຊ່ວຍໃຫ້ຜູ້ໃຊ້ສາມາດຊື້ຂາຍ Crypto ໄດ້ສະດວກຍິ່ງຂຶ້ນ


PayPal ແພລັດຟອມຍັກໃຫຍ່ດ້ານການຊຳລະເງິນອອນລາຍລະດັບໂລກ ໄດ້ປະກາດເປີດຕົວຟີເຈີໃໝ່ຊື່ວ່າ “PayPal On and Off Ramps” ທີ່ຈະຊ່ວຍໃຫ້ຜູ້ໃຊ້ web3 ສາມາດຍອມຮັບການຊຳລະເງິນດ້ວຍສະກຸນເງິນດິຈິຕອນຈາກລູກຄ້າໃນສະຫະລັດໄດ້.

PayPal ໄດ້ນຳເອົາຟີເຈີໃໝ່ດັ່ງກ່າວມາລວມເຂົ້າກັບກັບການບໍລິການທີ່ມີຢູ່ແລ້ວ ເພື່ອໃຫ້ຜູ້ໃຊ້ງານໃນສະຫະລັດສາມາດຊື້ຂາຍ Crypto ທີ່ໄດ້ຮັບການສະໜັບສະໜູນຈາກ PayPal ໄດ້.

ໂດຍ PayPal On and Off Ramps ຈະຊ່ວຍເຮັດໃຫ້ກະເປົາ Crypto, dApps ແລະ ຕະຫຼາດ NFT ສາມາດເຮັດວຽກຮ່ວມກັບແພລັດຟອມການຊຳລະເງິນຂອງ Paypal ໄດ້. ເຮັດໃຫ້ຜູ້ໃຊ້ສາມາດຊື້ຂາຍ Crpyto ໃນສະຫະລັດໄດ້ຢ່າງວ່ອງໄວ ແລະ ສະດວກສະບາຍ. ພ້ອມນັ້ນ ຄຸນສົມບັດນີ້ຍັງປ້ອງກັນການສໍ້ໂກງ, ການປະຕິເສດການຊຳລະເງິນທີ່ບໍ່ຖືກຕ້ອງຕາມເງື່ອນໄຂ ລວມເຖິງການຄວບຄຸມຄວາມປອດໄພ ແລະ ເຄື່ອງມືການໂຕ້ແຍ້ງຂອງ PayPal.

ນອກຈາກນີ້ ຜູ້ໃຊ້ກະເປົາເງິນ Crypto ໃນສະຫະລັດຍັງສາມາດແປງເງິນດິຈິຕອນຂອງຕົນເອງໃຫ້ເປັນ USD ໄດ້ໂດຍກົງຈາກກະເປົາເງິນຂອງພວກເຂົາໄປຫາຍອດເຫຼືອໃນບັນຊີ PayPal , ເພື່ອໃຫ້ພວກເຂົາສາມາດຊື້, ໂອນ, ເກັບໄວ້ ຫຼື ໂອນເຂົ້າທະນາຄານ ຫຼື ບັດເດບິດຂອງຕົນເອງໄດ້.

ປັດຈຸບັນ, ຟີເຈີ PayPal On and Off Ramps ພ້ອມໃຫ້ບໍລິການແກ່ຜູ້ໃຊ້ web3 ແລ້ວ ແລະ ຟີເຈີນີ້ໄດ້ເປີດຕົວໃນ MetaMask ເຊິ່ງເປັນໜຶ່ງໃນກະເປົາເງິນດິຈິຕອນ ແລະ ມີສ່ວນຂະຫຍາຍບາວເຊີທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ.

ທີ່ມາ:

bitcoinsistemi

paypal

youtube

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/