ຜູ້ນຳກຸ່ມ G20 ກຽມຕິດຕາມກ່ຽວກັບຄວາມສ່ຽງໃນລະບົບນິເວດຂອງສິນຊັບ Crypto ຢ່າງໃກ້ຊິດ


ໂຄສົກຂອງບັນດາປະເທດສະມາຊິກ G20 ໄດ້ປະກາດວ່າ: ພວກເຮົາໄດ້ຮັບການອະນຸມັດ ແລະ ຄຳແນະນຳຈາກຄະນະກໍາມະການຄວາມໝັ້ນຄົງທາງດ້ານການເງິນ (FSB) ສໍາລັບການຄວບຄຸມ ແລະ ການດູແລຄຸ້ມຄອງຕະຫຼາດສິນຊັບ Crypto ທັງໝົດ ລວມເຖິງ Stablecoin ໃນທ້າຍອາທິດທີ່ຜ່ານມາ, ໂດຍມີເປົ້າໝາຍເພື່ອນໍາເອົາສະກຸນເງິນດິຈິຕອນມາຢູ່ພາຍໃຕ້ກົດລະບຽບທີ່ຄ້າຍຄືກັນກັບທະນາຄານແບບດັ້ງເດີມ.

ອີງຕາມຄຳປະກາດດັ່ງກ່າວໄດ້ລະບຸວ່າ ການອະນຸມັດຈາກ FSB ໃນຄັ້ງນີ້ມີເປົ້າໝາຍເພື່ອຫຼຸດຜ່ອນຄວາມສ່ຽງຕ່າງໆທີ່ກ່ຽວຂ້ອງກັບລະບົບນິເວດຂອງ Crypto. ດັ່ງນັ້ນ G20 ສັງເກດເຫັນວ່າຈຳເປັນຈະຕ້ອງໄດ້ຕິດຕາມຄວາມສ່ຽງຕ່າງໆທີ່ກ່ຽວຂ້ອງກັບການພັດທະນາໃນລະບົບນິເວດສິນຊັບ Crypto ຢ່າງໃກ້ຊິດ.

ພາຍຫຼັງ​ການ​ປະກາດ​ດັ່ງກ່າວ ບັນດາ​ລັດຖະມົນຕີ​ການ​ຄັງ ​ແລະ ຜູ້​ວ່າການ​ທະນາຄານ​ກາງ​ຂອງ​ບັນດາ​ປະ​ເທດ G20 ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່ຈະ​ປຶກສາ​ຫາລື ​ແລະ ດຳເນີນການຕາມແຜນງານ​ໃນລະຫວ່າງການປະຊຸມຄັ້ງຕໍ່ໄປໃນເດືອນຕຸລາ 2023 ທີ່ເມືອງ Marrakech ປະເທດໂມຣັອກໂຄ.

ຈາກການຮັບຮອງໃນຄັ້ງນີ້, ຜູ້ນໍາ G20 ໄດ້ມອບໝາຍໃຫ້ FSB ແລະ Standard-Setting Bodies (SSBs) ສົ່ງເສີມອຸດສາຫະກໍາຢ່າງຖືກຕ້ອງ ແລະ ເໝາະສົມ ເພື່ອໃຫ້ສອດຄ່ອງກັບກົດລະບຽບທີ່ວາງໄວ້ໃນທົ່ວໂລກ. ໂດຍໜ່ວຍງານດູແລຄຸ້ມຄອງຈະຕ້ອງຄຳນຶງເຖິງຄວາມສ່ຽງທີ່ເພີ່ມຂຶ້ນ, ໂດຍສະເພາະໃນຕະຫຼາດທີ່ເກີດໃໝ່ ແລະ ບັນດາປະເທດກໍາລັງພັດທະນາ (EMDE)

ນອກຈາກນີ້, G20 ຍັງ​ເຕັມໃຈທີ່ຈະນຳ​​ເອົາ ​Financial Action Task Force (FATF) ເຂົ້າມາໃຊ້ເພື່ອທີ່ຈະຈັດການຄວາມ​ສ່ຽງ​ດ້ານ​ການ​ຟອກ​ເງິນ ແລະ ​ຄວາມ​ສ່ຽງ​ດ້ານ​ການທີ່ໃຊ້ມາສະໜັບສະໜູນໃນການກໍ່ການຮ້າຍ. G20 ຍັງໄດ້ຮຽກຮ້ອງໃຫ້ມີການດຳເນີນການຢ່າງໄວວາຂອງ CryptoAsset Reporting Framework (CARF) ແລະ ການປັບປຸງມາດຕະຖານການລາຍງານທົ່ວໄປ (CRS).

ທັງໝົດທີ່ເຮັດໄປນີ້ ແມ່ນເພື່ອສ້າງໂຄງສ້າງໃນການປະສານງານຈາກທົ່ວໂລກ ເພື່ອທີ່ຈະຮ່ວມມືກັນ ແລະ ແບ່ງປັນຂໍ້ມູນຂ່າວສານທີ່ຈະຊ່ວຍໃຫ້ລັດຖະບານສາມາດເຂົ້າໃຈໄດ້ດີຂຶ້ນກ່ຽວກັບລະບົບນິເວດ crypto ທີ່ມີການປ່ຽນແປງຕະຫຼອດໄປ.

ທີ່ມາ:

coinedition

cryptodnes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/