ຜົນສຳຫຼວດເຜີຍ ຊາວ Millennium ແລະ Gen Z ໃຊ້ເງິນທ່ອງທ່ຽວຫຼາຍກວ່າເງິນເດືອນຕົນເອງ ເພື່ອຄວາມສຸກ


ຊາວ Millennium ແລະ Gen Z ຫຼາຍຄົນຄົງຮູ້ດີວ່າ ການທ່ອງທ່ຽວ ຖືໄດ້ວ່າເປັນເລື່ອງສຳຄັນສຳລັບພວກເຂົາ ພ້ອມຈະໃຊ້ເງິນໄປກັບທ່ຽວທີ່ເຮັດໃຫ້ມີຄວາມສຸກ ເຖິງຈະໜ້ອຍກວ່າລາຍໄດ້ຕົນເອງກໍຕາມ.

ຈາກຜົນການສຳຫຼວດຂອງ Klook ໄດ້ເປີດເຜີຍວ່ານັກເດີນທາງ ພ້ອມຈ່າຍເພື່ອການທ່ອງທ່ຽວ ໂດຍ 1 ໃນ 3 ຂອງນັກເດີນທາງຊາວ Millennium ແລະ Gen Z ໄດ້ບອກວ່າ ພ້ອມຈ່າຍສຳລັບການທ່ອງທ່ຽວທີ່ສູງເຖິງ 2,000 ໂດລາສະຫະລັດ ຫຼື ຫຼາຍກວ່າລາຍໄດ້ສະເລ່ຍຕໍ່ເດືອນຂອງຊາວອາຊີເກືອບ 2 ເທົ່າ. ໂດຍລາຍໄດ້ສະເລ່ຍຂອງຊາວອາຊີ ແມ່ນປະມານ 1,069 ໂດລາສະຫະລັດ.

ຜົນການສຳຫຼວດຍັງພົບອີກວ່າ 63% ຂອງນັກທ່ອງທ່ຽວ ຈອງກິດຈະກຳທ່ອງທ່ຽວລ່ວງໜ້າກ່ອນເດີນທາງຫຼາຍກວ່າ 90% ຂອງຊາວ Millennium ແລະ Gen Z ໃຫ້ຄວາມສຳຄັນກັບປະສົບການ ແລະ ກິດຈະກຳທ່ອງທ່ຽວທີ່ມີເອກະລັກ ແລະ ໜ້າຈົດຈຳ.

ອີກ 85% ມີຄວາມສົນໃຈທີ່ຈະໃຊ້ຈ່າຍສໍາລັບການເຮັດກິດຈະກໍາການທ່ອງທ່ຽວ ເພື່ອໃຫ້ວັນພັກຂອງພວກເຂົາກຸ້ມຄ່າ ແລະ ໜ້າປະທັບໃຈຫຼາຍຍິ່ງຂຶ້ນ ໂດຍສະເພາະນັກທ່ອງທ່ຽວຈາກປະເທດໄທ ຫວຽດນາມ ຈີນ ແລະ ອິນເດຍ. ມີຄວາມສົນໃຈທີ່ຈະຈ່າຍຫຼາຍຂຶ້ນ ສຳລັບກິດຈະກຳທຳມະຊາດກາງແຈ້ງ ເຊັ່ນ: ທົວເກາະ ກິດຈະກຳທາງວັດທະນະທຳ-ປະຫວັດສາດ.

ກຸ່ມ Gen Z ເປັນຄົນອາຍຸນ້ອຍ ແລະ ກຳລັງເລີ່ມຕົ້ນເຮັດວຽກໄດ້ບໍ່ດົນ ພ້ອມໃຊ້ຈ່າຍເລື່ອງທ່ຽວໃນມູນຄ່າໃກ້ຄຽງກັບກຸ່ມ Millennium ໂດຍ 1 ໃນ 5 ຂອງ Gen Z ເຜີຍວ່າ ເຕັມໃຈໃຊ້ຈ່າຍເງິນເກີນ 3,000 ໂດລາສະຫະລັດ ສໍາລັບການທ່ອງທ່ຽວ.

ສ່ວນກຸ່ມ Millennium ເຕັມໃຈຈ່າຍເງິນຫຼາຍກວ່າ 3,000 ໂດລາສະຫະລັດ ສຳລັບການທ່ອງທ່ຽວ. ສະແດງໃຫ້ວ່ານັກເດີນທາງຮຸ່ນໃໝ່ ໃຫ້ຄວາມສຳຄັນກັບກິດຈະກຳ ແລະ ປະສົບການໃໝ່ໆຢູ່ສະເໝີ.

ຂໍ້ມູນຈາກ:

The Standard Wealth

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/