LG ປະກາດຢຸດການຜະລິດໂທລະສັບ


ວັນທີ 5 ເມສາ 2021 ບໍລິສັດ LG Electronic Inc., ໄດ້ປະກາດຍຸຕິກິດຈະການທີ່ກ່ຽວຂ້ອງກັບໂທລະສັບມືຖື, ໂດຍເປັນການຕົກລົງຕັດສິນໃຈຂອງທາງຜູ້ບໍລິຫານ.

ດ້ວຍວິກິດການທາງດ້ານຜົນປະກອບການທີ່ຂາດທຶນເຖິງ 23 ໄຕມາດຕິດຕໍ່ກັນມາຮອດປີ 2020 ທາງບໍລິສັດໄອທີຍັກໃຫຍ່ແຫ່ງເກົາຫຼີຢ່າງ LG ຈຶ່ງໄດ້ປະກາດຖອນຕົວ ແລະ ຍຸບພະແນກທີ່ກ່ຽວຂ້ອງກັບທຸລະກິດ Smartphone ແຕ່ກໍຍັງມີບໍລິການຫຼັງການຂາຍ ແລະ ການອັບເດດຊອບແວໄດ້ຕາມປົກກະຕິ.

ໃນປີ 2020 ທີ່ຜ່ານມາ LG ມີຍອດສົ່ງອອກສະມາດໂຟນພຽງແຕ່ 28 ລ້ານໜ່ວຍ ເມື່ອທຽບກັບ Samsung ທີ່ເປັນຄູ່ແຂ່ງ ເຊິ່ງສາມາດສົ່ງອອກໄດ້ເຖິງ 256 ລ້ານໜ່ວຍ ຖືວ່າມີສ່ວນແຕກຕ່າງກັນເຖິງ 10 ເທົ່າ, Smartphone ຖືວ່າເປັນທຸລະກິດທີ່ນ້ອຍທີ່ສຸດສຳລັບ LG ຄິດເປັນ 7,4% ຂອງລາຍໄດ້ທັງໝົດ ແລະ ມີສ່ວນແບ່ງຕະຫຼາດພຽງແຕ່ 2% ຂອງຕະຫຼາດ Smartphone ຈາກທົ່ວໂລກ.

ໂທລະສັບຂອງ LG ເປັນທີ່ຮູ້ຈັກມາເປັນເວລາຫຼາຍກວ່າ 20 ປີ, ແຕ່ເມື່ອໂລກຂອງ Smartphone ໄດ້ມີການພັດທະນາ ແລະ ມີຄູ່ແຂ່ງເຂົ້າມາຍາດແຍ່ງຕະຫຼາດຫຼາຍເກີນ ໄດ້ເຮັດໃຫ້ໂທລະສັບຂອງ LG ໄດ້ຮັບຄວາມນິຍົມທີ່ຖົດຖອຍລົງໄປ.

ການຕັດສິນໃຈຍຸບພະແນກໂທລະສັບຂອງ LG ໃນເທື່ອນີ້ ທາງ LG ກໍໄດ້ລະບຸວ່າຈະນຳຊັບພະຍາກອນທີ່ບໍລິສັດມີຢູ່ ໄປພັດທະນາໃນອຸດສາຫະກຳ ຫຼື ທຸລະກິດອື່ນໆ ທີ່ມີໂອກາດເຕີບໃຫຍ່ຫຼາຍກວ່າເຊັ່ນ: ການຜະລິດລົດໄຟຟ້າ, ອຸປະກອນ Smarthome, ຫຸ່ນຍົນ ແລະ ປັນຍາປະດິດ (AI) ເປັນຕົ້ນ.

ຂໍຂອບໃຈຂໍ້ມູນຈາກ :