ປະຊາຊົນ 2 ແຂວງຢູ່ລາວ ຈະໄດ້ຮັບການຍົກລະດັບໂຄງລ່າງ ເພື່ອຫຼຸດຜ່ອນຄວາມທຸກຍາກ


ທ່ານ ລີຫົງເຈຍ ຮອງອຳນວຍການ ຜະແນກຄຸ້ມຄອງໂຄງການຢູ່ຕ່າງປະເທດ ຂອງກຸ່ມບໍລິສັດກໍ່ສ້າງການລົງທຶນ ແລະ ຖືຫຸ້ນຢູ່ແຂວງຢູນານ ຈຳກັດ ໄດ້ກ່າວການລາຍງານວ່າ: ໂຄງການສ້າງພື້ນຖານໂຄງລ່າງ ຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວ ແມ່ນເປັນການຊ່ວຍເຫຼືອຂອງລັດຖະບານລາວ ໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ ເປັນໂຄງການເພື່ອແນໃສ່ການພົ້ນອອກຈາກຄວາມທຸກຍາກ, ສະເພາະໂຄງການໄລຍະທີ 1 ນີ້ ແມ່ນຈະໄດ້ທົດລອງປະຕິບັດຢູ່ 2 ແຂວງພາກເໜືອກ່ອນຄື: ແຂວງຫຼວງພະບາງ ແລະ ແຂວງວຽງຈັນ.

ໃນນີ້ມີໂຄງການສະໜອງນ້ຳສະອາດຈຳນວນ 17 ບ້ານ, ໂຄງການສ້າງໂຮງໝໍນ້ອຍ 7 ແຫ່ງ, ໂຄງການດຶງໄຟຟ້າເຂົ້າ ແລະ ຄົວເຮືອນຈຳນວນ 16 ບ້ານ ແລະ ໂຄງການໂທລະພາບດີຈິຕອນຜ່ານດາວທຽມຈຳນວນ 30 ບ້ານ, ໄລຍະເວລາການກໍ່ສ້າງທັງໝົດແມ່ນ 18 ເດືອນ ໂດຍແມ່ນກຸ່ມບໍລິສັດລົງທຶນກໍ່ສ້າງຫຸ້ນສ່ວນຈຳກັດແຂວງຢູນານ ສປ ຈີນ ເຊິ່ງເປັນບໍລິສັດຮັບເໝົາການກໍ່ສ້າງ ສ່ວນໄລຍະຕໍ່ໄປແມ່ນ 4 ແຂວງຄື: ແຂວງຫຼວງນ້ຳທາ, ແຂວງຜົ້ງສາລີ, ແຂວງຫົວພັນ ແລະ ແຂວງອຸດົມໄຊ.

ໂຄງການນີ້ແມ່ນນອນຢູ່ໃນໂຄງການ ການຊ່ວຍເຫຼືອຈຳນວນເງິນລວມ 4 ຕື້ຢວນ, ເພື່ອເຮັດໃຫ້ການກໍ່ສ້າງຕົວຈິງ ສາມາດປະຕິບັດໄດ້ຢ່າງມີປະສິດທິຜົນສູງ. ນອກຈາກນີ້ແລ້ວ ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ປະທານຄະນະກຳມະການຮ່ວມມືລາວ-ຈີນ ແລະ ທ່ານ ຈຽງຈາຍຕົງ ເອກອັກຄະລັດຖະທູດວິສາມັນ ຜູ້ທີ່ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ໄດ້ມີຄຳເຫັນ ແລະ ເນັ້ນໜັກບາງດ້ານ ເພື່ອໃຫ້ບໍລິສັດຮັບເໝົາການກໍ່ສ້າງ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ໃຫ້ສຳເລັດໜ້າທີ່ອັນສຳຄັນ ທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ຖືກມອບໝາຍ ທັງຮັບປະກັນຄຸນະພາບ ແລະ ເຮັດໃຫ້ປະຊາຊົນສາມາດໃຊ້ໄດ້ໃຫ້ມີປະສິດທິຜົນສູງສຸດ.

ໂຄງການນີ້ກວມເອົາ 4 ໜ້າວຽກໃຫຍ່ປະກອບມີ: ໂຄງການລະບົບສະໜອງນ້ຳສະອາດຈຳນວນ 100 ບ້ານ, ສ້າງສຸກສາລາ 100 ແຫ່ງ, ດຶງໄຟຟ້າເຂົ້າບ້ານ ແລະ ຄອບຄົວຈຳນວນ 100 ບ້ານ ແລະ ຈັດຕັ້ງໂທລະພາບດີຈິຕອນ ຜ່ານດາວທຽມໃຫ້ແກ່ປະຊາຊົນຈຳນວນ 100 ບ້ານ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/watch/?v=484200232991410

ຂອບໃຈຮູບພາບຈາກ:

https://www.facebook.com/media/set/?set=a.3502127326472434&type=3