ເຮືອ 14 ລຳ ຕິດຢູ່ໃນຄອງດົນເຖິງ 8 ປີ ຈົນໄດ້ຈັດງານແຂ່ງຂັນກິລາໃນເຮືອ


ຄອງສຸເອດ ທີ່ເປັນຄອງແຄບໆ ໄຫຼຜ່ານດິນແດນໃນປະເທດເອຢິບ ມີເສັ້ນທາງເຊື່ອມລະຫວ່າງທະເລເມດິເຕີເຣນຽນ ເຊິ່ງຊ່ວຍລົດໄລຍະເວລາການຂົນສົ່ງໄວຂຶ້ນກວ່າໄປທາງແອັບຟຣິກາໃຕ້.

ໃນເຫດການທີ່ຜ່ານມາເຮືອ Ever Given ໄດ້ກີດຂວາງຄອງສຸເອດ ສົ່ງຜົນກະທົບທາງການຈະລາຈອນທາງນ້ຳນັ້ນ ເຊິ່ງເຫດການດັ່ງກ່າວບໍ່ແມ່ນຄັ້ງທຳອິດ ແຕ່ມັນເຄີຍເກີດຂຶ້ນມາແລ້ວໃນເດືອນມີນາ ປີ ຄ.ສ 1967 ໃນຕອນນັ້ນແມ່ນກຳລັງມີສົງຄາມລະຫວ່າງປະເທດເອຢິບກັບປະເທດອິດສະຣາເອວ.

ໃນເວລານັ້ນ ເຮືອຂົນສົ່ງສິນຄ້າລະຫວ່າງປະເທດຈຳນວນ 14 ລຳ ກຳລັງຈອດຢູ່ທີ່ຈຸດເຄິ່ງກາງຂອງຄອງທີ່ເອີ້ນວ່າ “Great Bitter Lake” ເພື່ອກຽມໂຕຂົນເຄື່ອງໄປຕໍ່, ແຕ່ພວກເຂົາໄດ້ພົບກັບບັນຫາທີ່ໂຊກຮ້າຍທີ່ສຸດ ເມື່ອທາງການປະເທດເອຢິບໄດ້ສັ່ງປິດຄອງສຸເອດ ແລະ ໄດ້ຂວາງທາງອອກທັງສອງຂ້າງດ້ວຍລະເບີດ ພ້ອມກັບເຮືອລຳເກົ່າປິດກັ້ນທາງໄວ້.

ເມື່ອເກີດເຫດການເຊັ່ນນີ້ ເຮືອທັງ 14 ລຳ ຕິດຢູ່ໃນຈຸດທີ່ບໍ່ສາມາດອອກມາຈາກຄອງທັງສອງຂ້າງໄດ້ເລີຍ. ແຕ່ພວກເຂົາຫວັງຢ່າງຍິ່ງວ່າ ຖ້າຫາກສົງຄາມຈົບລົງເຮືອຈະສາມາດແລ່ນຕໍ່ໄປໄດ້, ຫຼັງຈາກທີ່ສົງຄາມສິ້ນສຸດລົງ ອິດສະຣາເອວ ກັບກາຍເປັນຜູ້ປົກຄອງດິນແດນຝັ່ງຕາເວັນອອກຂອງຄອງສຸເອສ ສ່ວນເອຢິບສາມາດຮັກສາຝັ່ງຕາເວັນຕົກໄວ້ໄດ້.

ແຕ່ເພື່ອໃຫ້ແນ່ໃຈວ່າອິດສະຣາເອວຈະບໍ່ມາໃຊ້ຄອງແຫ່ງນີ້ອີກ ເອຢິບຈຶ່ງຈຳເປັນຕ້ອງປິດກັ້ນຄອງທັງສອງດ້ານໄວ້ ດ້ວຍເສດຂອງເຮືອເກົ່າມາປິດໄວ້. ເຮືອສິນຄ້າເຫຼົ່ານີ້ເປັນຂອງບັນແກເຣຍ, ເຊໂກສໂລວາເກຍ, ຝຣັ່ງ, ໂປແລນ, ສະວີເດັນ, ເຢຍລະມັນຕາເວັນຕົກ, ສະຫະຣາຊະອານາຈັກ ແລະ ສະຫະລັດອາເມຣິກາ.

ເຮືອພວກເຂົາທັງ 14 ລຳໄດ້ຮັບນາມວ່າ: Yellow Fleet ເນື່ອງຈາກຊາຍ ແລະ ທະເລທີ່ປົກຄຸມເຮືອຈົນໄດ້ກາຍເປັນສີເຫຼືອງ. ໃນຂະນະທີ່ຂົນສົ່ງສິນຄ້າທີ່ມີມູນຄ່າມະຫາສານນັ້ນ ເອຢິບໄດ້ປິດກັ້ນຊ່ອງທາງໄວ້ ເຮັດໃຫ້ເຮືອທັງ 14 ລຳຕິດຢູ່ກາງຄອງສຸເອດ ເຊິ່ງສິນຄ້າກໍຍັງຕິດຢູ່ໃນເຮືອເຊັ່ນກັນ.

ດັ່ງນັ້ນທາງເຈົ້າຂອງບໍລິສັດຈຶ່ງມີແຜນນະໂຍບາຍ ໃຊ້ວິທີໃນການໃຊ້ເຮືອນ້ອຍເປັນພາຫະນະໄປມາຫາສູ່ກັນລະຫວ່າງເຮືອໜຶ່ງໄປອີກເຮືອໜຶ່ງ ເພື່ອບັນເທົາທຸກໃຫ້ແກ່ລູກເຮືອ ແລະ ຍັງມີວິທີໃນການໃຫ້ລູກເຮືອແຕ່ລະຄົນໝູນວຽນກັນເຝົ້າສິນຄ້າ. ລູກເຮືອທຸກຄົນຕ່າງກໍພາກັນອາໄສຢູ່ໃນເຮືອແບບມີຄວາມສຸກ ມີຄວາມສາມັກຄີກັນລະຫວ່າງປະເທດ ຈົນສາມາດກໍ່ຕັ້ງການຮ່ວມມືພາຍໃນລູກເຮືອເປັນກຸ່ມຄົນນາໆຊາດທີ່ມີຄວາມຮັກແພງກັນ ເຊິ່ງມີຊື່ວ່າ: Great Bitter Lake Association.

ໃນການຕິດເຮືອແບບນີ້ ເຮັດໃຫ້ຈຳນວນຄົນທີ່ເຝົ້າເຮືອແຕ່ລະລຳ ແຕ່ລະປະເທດ ໄດ້ມີການສາມັກຄີປອງດອງເປັນປຶກແຜ່ນດຽວກັນ. ຈົນເຮັດໃຫ້ຜູ້ຄົນທີ່ຢູ່ໃນເຮືອນັ້ນ ໄດ້ພາກັນຈັດງານກິລາ ຫຼື ແຂ່ງຂັນໂດຍຈັດໂອແລມປິກຂຶ້ນ ເຊິ່ງມີການແຂ່ງຂັນເຕະບານ, ຕີບານໃນເຮືອ ເຊິ່ງສະແດງໃຫ້ເຫັນເລີຍວ່າ ເຖິງຈະຕິດຢູ່ໃນເຮືອກໍສາມາດຫຼິ້ນກິລາໄດ້ເຊັ່ນດຽວກັນ.

ໃນປີ ຄ.ສ 1973 ໄດ້ເກີດສົງຄາມລະຫວ່າງອິດສະຣາເອວ ແລະ ເອຢິບອີກຄັ້ງ ເຊິ່ງເຮັດໃຫ້ເອຢິບເປັນຝ່າຍໂຈມຕີອິດສະຣາເອວ ຈົນໃນທີ່ສຸດຄວາມຂັດແຍ່ງນີ້ ກໍຈົບລົງດ້ວຍຂໍ້ຕົກລົງຢຸດຍິງ ແລະ ພວກເຂົາກໍເລີ່ມຖອນທະຫານຕາມສົນທິສັນຍາຂ້າມພົມແດນຄອງສຸເອດ.

ປະເທດທົ່ວໂລກເລີ່ມສ້າງແຮງກົດດັນໄປສູ່ລັດຖະບານເອຢິບ ເພື່ອເປີດຄອງສຸເອດ ຈົນໃນທີ່ສຸດເອຢິບກໍເລີ່ມຈັດການເຮືອເກົ່າທີ່ປິດກັ້ນທາງນ້ຳອອກ ເພື່ອເປີດທາງ.

ຂອບໃຈຂໍ້ມູນຈາກ:

14 ships were stranded in the Suez Canal for eight years after a war
https://www.facebook.com/imfromandromed/posts/300006381483749