ທີມພັດທະນາ Clubhouse ຍອມຮັບ ແອັບພລິເຄຊັນເທິງ Android ຍັງຈະໃຊ້ເວລາອີກຫຼາຍເດືອນ


Clubhouse ແອັບພລິເຄຊັນການສົນທະນາດ້ວຍສຽງ ມີແຜນທີ່ຈະເປີດໂຕແອັບພລິເຄຊັນເທິງລະບົບ Android ແຕ່ອາດຈະໃຊ້ເວລາອີກຫຼາຍເດືອນ.

ກ່ອນໜ້ານີ້, Clubhouse ເຄີຍລະບຸຢ່າງເປັນທາງການແລ້ວກ່ຽວກັບເລື່ອງການພັດທະນາແອັບພລິເຄຊັນ ໃນ Android  ໂດຍຄົນທີ່ລະບຸໄດ້ໃຊ້ຄຳວ່າ “ໄວໆນີ້” ແຕ່ການເວົ້າແບບນັ້ນກໍບໍ່ໄດ້ບອກວັນເວລາທີ່ຊັດເຈນເທື່ອວ່າ ຈະພ້ອມບໍລິການໃຫ້ກັບຄົນທີ່ໃຊ້ Android ຕອນໃດ.

ແນວໃດກໍຕາມ, ໃນວັນທີ 22 ມີນາທີ່ຜ່ານມານີ້ ທ່ານ ພອລ ເດວິສສັນ ຜູ້ຮ່ວມກໍ່ຕັ້ງ Clubhouse ເປີດເຜີຍວ່າ ບໍລິສັດມີຄວາມພະຍາຍາມຈະຂະຫຍາຍຕະຫຼາດໃຫ້ໃຫຍ່ຂຶ້ນ ໜຶ່ງໃນນັ້ນຄືການເພີ່ມຜູ້ໃຊ້ງານໃນລະບົບຂອງ Android  ກໍເປັນອັນໜຶ່ງທີ່ສຳຄັນ. ແຕ່ກວ່າຄວາມພະຍາຍາມຈະສຳເລັດນັ້ນ ກໍອາດຈະໃຊ້ເວລາປະມານ 2-3 ເດືອນ.

ນອກຈາກນີ້, ຜູ້ຮ່ວມກໍຕັ້ງ Clubhouse ຍັງເວົ້າວ່າ ຈະເພີ່ມສິ່ງໃໝ່ໆໃຫ້ແອັບພລິເຄຊັນຄັກຂຶ້ນໃນໄວໆນີ້ອີກດ້ວຍ ເຊັ່ນ: ການປັບໃນສ່ວນຟີດ (Activity Feed), ການຄວບຄຸມການແຈ້ງເຕືອນ, ການແນະນຳຫ້ອງເພື່ອໃຫ້ກົງກັບຄວາມຕ້ອງການຂອງຜູ້ໃຊ້ງານ, ເຄື່ອງມືຫາລາຍໄດ້ ແລະ ມີແຜນຈະຍົກເລີກລະບົບເຊີນ ຫຼື Invite ໃນອີກບໍ່ດົນ ເພື່ອເປີດກວ້າງໃນການໃຊ້ງານ.

ສຳລັບຄູ່ແຂ່ງຂອງ Clubhouse ແບບທີ່ປະກາດໂຕຢ່າງຊັດເຈນແລ້ວໃນເວລານີ້ ມີ Twitter Spaces ເຊິ່ງເປີດໃຫ້ຜູ້ໃຊ້ງານໃນ Twitter ສ່ວນໜຶ່ງໄດ້ໃຊ້ງານຮຽບຮ້ອຍແລ້ວ ແລະ ຄາດວ່າຈະເປີດໃຫ້ບໍລິການເຕັມຮູບເເບບໃນເດືອນເມສານີ້.

 ພາບ: thairath,DW,GQ


ທີ່ມາ: https://www.thairath.co.th/news/tech/technology/2056484