ຢາຕິດບາດຍ່ອຍສະຫຼາຍໄດ້ທີ່ເຮັດຈາກ “ເປືອກຖົ່ວລຽນ”


ສາຍຮັກຖົ່ວລຽນຕ້ອງຖືກໃຈສິ່ງນີ້!! ເມື່ອທີມນັກວິໄຈຈາກ Nanyang Technological University ຈາກປະເທດສິງກະໂປໄດ້ຄິດຄົ້ນນະວັດຕະກຳໃໝ່ ນັ້ນແມ່ນຢາຕິດບາດທີ່ເຮັດຈາກເປືອກຖົ່ວລຽນ ແຖມເປັນຢາຕິດບາດຮັກໂລກ ຍ່ອຍສະຫຼາຍໄດ້ເອງຕາມທຳມະຊາດ ບໍ່ສ້າງຂີ້ເຫຍື້ອ.

ໝາກຖົ່ວລຽນ ອາດຈະເປັນໝາກໄມ້ໃນດວງໃຈຂອງຫຼາຍຄົນ ໂດຍສະເພາະກິ່ນຂອງມັນທີ່ເປັນເອກະລັກສະເພາະໂຕ ຖ້າຄົນທີ່ມັກກໍຈະບອກວ່າມັນຫອມ ແຕ່ຖ້າຄົນທີ່ບໍ່ມັກກໍຈະບອກວ່າມັນເໝັນສຸດໆ. ແຕ່ເຖິງມັນຈະເໝັນ ຫຼື ຫອມ ມື້ນີ້ມັນໄດ້ສ້າງປະໂຫຍດໃຫ້ວົງການການແພດແລ້ວຈາກເປືອກຂອງມັນ ເມື່ອນັກວິໄຈເອົາເປືອກທີ່ເຫຼືອຖິ້ມເປັນຂີ້ເຫຍື້ອ ມາເປັນວັດຖຸດິບທີ່ສຳຄັນໃນການຄິດຄົ້ນຢາຕິດບາດເປືອກຖົ່ວລຽນ.

ຢາຕິດບາດເປືອກຖົ່ວລຽນນີ້ຈະແຕກຕ່າງກັບຢາຕິດບາດທົ່ວໄປ ເພາະຄຸນສົມບັດຂອງມັນຄືກັບຜ້າພັນບາດແບບ Hydrogel ທີ່ມີສ່ວນປະກອບຂອງນ້ຳ ທີ່ຊ່ວຍໃຫ້ຄວາມຊຸ່ມຊື່ນໃຫ້ກັບບາດແຜຫຼັງຈາກທີ່ຜ່າຕັດ ແລະ ຊ່ວຍລົດການເກີດເປັນແຜເປັນ. ທີມນັກວິໄຈໄດ້ໃຊ້ເປືອກຖົ່ວລຽນປະສົມກັບກລີເຊີຣອລ (glycerol) ທີ່ເຫຼືອຈາກການເຮັດສະບູ ແລະ ໄບໂອດີເຊວ, ແຖມຍັງໃຊ້ສານເຄມີທີ່ຕ້ານແບັກທີເຣຍ yeast phenols ອີກດ້ວຍ.

ນອກຈາກຢາຕິດບາດດັ່ງກ່າວ ຈະມີລິດຕ້ານຈຸລະຊີບທີ່ດີ ດົນເຖິງ 48 ຊົ່ວໂມງແລ້ວ ມັນຍັງສາມາດໃຊ້ແທນຢາຕິດບາດທົ່ວໄປທີ່ເຮັດຈາກໂພລິເມີທີ່ບໍ່ສາມາດຍ່ອຍສະຫຼາຍໄດ້ ແລະ ຊ່ວຍລົດປະລິມານຂີ້ເຫຍື້ອອາຫານໄດ້ອີກດ້ວຍ.

Professor William Chen ຫົວໜ້າໂຄງການວິໄຈດັ່ງກ່າວໄດ້ກ່າວວ່າ: ຈາກການທີ່ເອົາຂອງເຫຼືອມາໃຊ້ວຽກຈຳນວນຫຼາຍແບບເປືອກຖົ່ວລຽນ ປະສົມກັບກລີເຊີຣອລ ເຮົາສາມາດປ່ຽນຂີ້ເຫຍື້ອມາເປັນຂອງທີ່ມີຄ່າທາງການແພດທີ່ສາມາດຊ່ວຍເລັ່ງໃຫ້ບາດແຜຮັກສາໄດ້ໄວ ແລະ ລົດການຕິດເຊື້ອໄດ້.

ເຫັນແບບນີ້ແລ້ວຄົນຮັກຖົ່ວລຽນຕ້ອງມັກແນ່ນອນ ແຕ່ສຳລັບຄົນທີ່ບໍ່ມັກຖົ່ວລຽນກໍສາມາດໃຊ້ໄດ້ເຊັ່ນດຽວກັນ ເພາະວ່າມັນບໍ່ໄດ້ມີກິ່ນຖົ່ວລຽນເລີຍ, ແຕ່ນັກວິໄຈບອກວ່າ ຖ້າຢາກໃຫ້ມີກິ່ນຖົ່ວລຽນກໍສາມາດເຮັດໃຫ້ໄດ້ ແຕ່ຢ້ານຜູ້ໃຊ້ຫິວກ່ອນ.

ຂອບໃຈຂໍ້ມູນຈາກ:
https://newatlas.com/medical/durian-husk-hydrogel-bandage/?fbclid=IwAR0w5_MtKdxjVrb6alhDbN6t7YJ4W3uzMXZ4K_pLNrc1NyKHiq_m-QWa-M4
https://media.ntu.edu.sg/NewsReleases/Pages/newsdetail.aspx?news=5095d999-7221-4668-8f47-2fcd8bbe0f46&fbclid=IwAR05QCgjdXG8FnRnHo2b486wfYoMKqBMsAt36xWGAJsL8jJm8_JwFeLHG3A