ໃກ້ສະຫຼຸບແລ້ວ! ຢູໂຣບເຜີຍ ວັກຊີນແອສຕຣາເຊເນກາ ອາດຈະເປັນເຫດຜົນທີ່ເຮັດໃຫ້ເລືອດແຂງໂຕ


ທ່ານ ມາໂຄ ຄາວາເລຣິ ຫົວໜ້າຝ່າຍຮັບຜິດຊອບວັກຊີນ ແລະ ເຈົ້າໜ້າທີ່ອາວຸໂສ ຂອງອົງການຢາສະຫະພາບຢູໂຣບ ຫຼື European Medicines Agency (EMA) ໄດ້ໃຫ້ສຳພາດກັບ ສື່ຂອງ Il Messaggero ເຊິ່ງເປັນສື່ທີ່ມີຊື່ສຽງຂອງ ອີຕາລີວ່າ “ແນວໃດກໍຕາມ, ຍັງບໍ່ມີຄວາມຊັດເຈນເທື່ອວ່າ ສາເຫດໃດທີ່ເຮັດໃຫ້ເກີດປະຕິກິລິຍາຂອງຮ່າງກາຍທີ່ຕໍ່ຕ້ານກັບວັກຊີນດັ່ງກ່າວ”

ການກໍ່ໂຕຂອງລິ່ມເລືອດໃນສະໝອງ  ຂອງຄົນໄວໜຸ່ມທີ່ໄດ້ຮັບວັກຊີນປ້ອງກັນ ໂຄວິດ-19 ພົບວ່າມີຈຳນວນຫຼາຍກວ່າ ຖ້າປຽບທຽບກັບກຸ່ມຄົນອາຍຸທົ່ວໄປ.

ນອກຈາກນັ້ນ, Medicines and Healthcare products Regulatory Agency (MHRA)  ກໍຍັງໄດ້ເປີດເຜີຍວ່າ ກຳລັງເລີ່ມການພິສູດວັກຊີນປ້ອງກັນໂຄວິດ-19 ແອສຕຣາເຊເນກາ ຫຼັງຈາກທີ່ມີຄຳສັ່ງຢຸດການທົດລອງສັກວັກຊີນດັ່ງກ່າວໃຫ້ກັບປະຊາກອນທີ່ມີອາຍຸໜ້ອຍ ສ່ວນສາເຫດຂອງການເກີດລິ່ມເລືອດໃນສະໝອງ ທີ່ພົບເຫັນໃນຄົນທີ່ໄດ້ຮັບວັກຊີນແອສຕຣາເຊເນກາ ແມ່ນກຳລັງລໍຖ້າຜົນ ແລະ ຂໍ້ສະຫຼຸບທີ່ຊັດເຈນອີກເທື່ອໜຶ່ງ.

ພາບ: BBC, VOX, Wexner Medical Center

ທີ່ມາ: https://www.facebook.com/btimesch3/photos/a.382615345437670/1366951707004024/