Miss Grand ມຽນມາຖືກລັດຖະບານທະຫານມຽນມາອອກໝາຍຈັບແລ້ວ


ໃນວັນທີ 7 ເມສາ 2021 ເຟສບຸກ Myanmar Celebrity Tv Club ໄດ້ລາຍງານວ່າ ທາງການມຽນມາ ອອກໝາຍຈັບ “ຮານ ເລ” (Han Lay) ນາງງາມມຽນມາ ( Miss Grand Myanmar ) ຕາມມາດຕາ 122/505 B 33 ຫຼັງຈາກໃຊ້ເວທີການປະກວດ “Miss Grand International” ໃນບາງກອກ ປະເທດໄທ ເຊິ່ງ “ຮານ ເລ” ໄດ້ເວົ້າເຖິງສະຖານະການໃນມຽນມາ ທີ່ມີຜູ້ເສຍຊີວິດຈຳນວນຫຼາຍ ແລະ ຂໍຄວາມຊ່ວຍເຫຼືອຈາກນາໆຊາດ ເພື່ອເອົາສັນຕິພາບຂອງມຽນມາກັບມາຄືນ ແລ້ວຮ້ອງເພງ “Heal The World” ພ້ອມກັບນ້ຳຕາ ເຊິ່ງເຮັດໃຫ້ຜູ້ຊົມຈຳນວນຫຼາຍຕ້ອງນ້ຳຕາຕົກ ໃນບັນຍາກາດທີ່ເຕັມໄປດ້ວຍສຽງຕົບມື.

ນອກຈາກນີ້, ໃນວັນທີ 27 ມີນາ ທີ່ຜ່ານມາ ຮານ ເລ ຍັງກ່າວໃຫ້ຮູ້ກ່ຽວກັບສະຖານະການໃນມຽນມາ ແລະ ຂໍຄວາມຊ່ວຍເຫຼືອຈາກນາໆຊາດ ແລະ ຍັງຂໍຢູ່ປະເທດໄທອີກຢ່າງໜ້ອຍ 1 ເດືອນ ເພາະເປັນຫ່ວງເລື່ອງຄວາມປອດໄພ.

ຕໍ່ມາ ທ່ານ ນະວັດ ອິດສະຫຼະໄກສິນ ຜູ້ອຳນວຍການກອງປະກວດ Miss Grand International ແລະ ຮານ ເລ ຍັງໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ ກອງປະກວດຈະໃຫ້ການຊ່ວຍເຫຼືອ ຮານ ເລ ໃຫ້ຢູ່ໃນປະເທດໄທຕໍ່ໄປອີກ ຢ່າງໜ້ອຍ 3 ເດືອນ, ເຊິ່ງ ທ່ານ ນະວັດ ລະບຸວ່າ ກອງປະກວດຈະໃຫ້ຄວາມຊ່ວຍເຫຼືອຕໍ່ໄປເລື້ອຍໆ ຈົນກວ່າສະຖານະການໃນມຽນມາຈະດີຂຶ້ນ ໂດຍຈະອຳນວຍຄວາມສະດວກເລື່ອງວີຊ່າເພື່ອຢູ່ຕໍ່ ແລະ ເຮັດວຽກໃນປະເທດໄທໄດ້.

ພາບ:  BBC, Matichon, The Japan Times
ທີ່ມາ: https://news.thaipbs.or.th/content/303140