ນັກອອກແບບຊາວອິນເດຍ ເກີດແນວຄິດເອົາພລາສຕິກມາປ່ຽນເປັນບ່ອນນອນ ໃຫ້ຜູ່ປ່ວຍໂຄວິດ-19


ໃນປັດຈຸບັນສະຖານະການໂຄວິດ-19 ຖືວ່າຍັງໜ້າເປັນຫ່ວງຢູ່ ທັງເລື່ອງການດຳລົງຊີວິດ, ການລະບາດໃນເມືອງໃຫຍ່ທີ່ມີເຄື່ອງມື ແລະ ອຸປະກອນການແພດຄົບກໍສະດວກສະບາຍໄປ, ແຕ່ຖ້າເປັນເມືອງທີ່ຢູ່ໄກຈາກຕົວເມືອງແລ້ວ ກໍຂ້ອນຂ້າງບໍ່ສະດວກສະບາຍປານໃດ, ຈຶ່ງເຮັດໃຫ້ມີນັກອອກແບບຄົນໜຶ່ງທີ່ໃສ່ໃຈເລື່ອງຄວາມບໍ່ສະດວກສະບາຍນັ້ນ ເລີຍມີແນວຄິດຈະນຳເອົາເສດຜ້າພລາສຕິກມາປະດິດເປັນບ່ອນນອນສຳລັບຜູ່ປ່ວຍ!!!

Lakshmi Menon ນັກອອກແບບຊາວອິນເດຍ ຜູ່ທີ່ມັກຮັກໃນການປະດິດເຄື່ອງຈາກສິ່ງເສດເຫຼືອ ແລະ ຣີໄຊເຄິນສິ່ງຕ່າງໆ ເກີດແນວຄວາມຄິດນີ້ຂຶ້ນມາຈາກໄລຍະທີ່ການແຜ່ລະບາດໂຄວິດ-19 ໜັກຫຼາຍໃນລັດ Kerala ປະເທດອິນເດຍ ແລະ ໄດ້ຮູ້ວ່າ ສູນດູແລການແຜ່ລະບາດນັ້ນມີຕຽງພຽງ 50 ຕຽງເທົ່ານັ້ນ ຊ້ຳຍັງຂາດເສື່ອ ແລະ ຕຽງອີກ ເພາະທຸກຄັ້ງທີ່ຜູ່ປ່ວຍອອກຈາກຕຽງຕ້ອງເຜົາອຸປະກອນຕ່າງໆນັ້ນຖິ້ມ.

Lakshmi Menon ຈຶ່ງໄດ້ເກີດຄວາມຄິດທີ່ຈະເກັບເສດຜ້າຈາກໂຮງງານຜະລິດ PPE ມາຖັກເປຍ ແລະ ມັດເຂົ້າກັນໃຫ້ກາຍເປັນເສື່ອ,​ ເຊິ່ງເສື່ອທີ່ໄດ້ກໍອອກມາເປັນຕຽງທີ່ສະອາດ, ເບົາ, ນຸ້ມ, ພົກພາສະດວກ, ລ້າງໄດ້ງ່າຍ ແລະ ມີລາຄາຖືກ, ນອກຈາກນັ້ນແມ່ຍິງທ້ອງຖິ່ນກໍຍັງມີລາຍໄດ້ອີກດ້ວຍ.

ທີ່ມາ: https://www.facebook.com/environman.th/posts/3377006265761130