“Harbin Snow & Ice Festival” ເທສະການອານາຈັກນ້ຳແຂງແຫ່ງດິນແດນມັງກອນ ກັບມາອີກຄັ້ງ! ພ້ອມມາດຕະການຄວບຄຸມການລະບາດໂຄວິດ-19ດ້ວຍແອັບຕິດຕາມອອນລາຍ


ຕ້ອງບອກວ່າຫຼາຍອາທິດທີ່ຜ່ານມາປະເທດລາວເຮົາໄດ້ພົບກັບອາກາດເຢັນທີ່ດົນໆເທື່ອຈະໄດ້ສຳຜັດ ໂດຍທີ່ອຸນຫະພູມຕ່ຳກວ່າ 15 ອົງສາເລີຍໃນທຸກໆພາກບໍ່ວ່າຈະເໜືອຫາໃຕ້ ແຕ່ສຳລັບປະເທດຈີນແລ້ວ ອາກາດທີ່ໜາວເຢັນອາດບໍ່ແມ່ນສິ່ງທີ່ດົນໆຈະໄດ້ພົບເທື່ອຄືກັບບ້ານເຮົາ ໂດຍສະເພາະອາກາດອັນໜາວເຢັນຕິດລົບ, ບາງຄັ້ງກໍມີທັງຫິມະແລະນ້ຳແຂງ ຈົນສາມາດນຳມາປະດິດເປັນປະຕິມາກຳອັນງົດງາມວິຈິດຕະການຕາມແບບສະບັບຊາວຈີນໄດ້.

ປະເທດຈີນໃຊ້ປະໂຫຍດຈາກຄວາມໜາວເຢັນຊ່ວງປາຍປີເຖິງຕົ້ນປີມາກໍ່ໃຫ້ເກີດປະໂຫຍດທາງດ້ານການທ່ອງທ່ຽວ ດ້ວຍການສ້າງງານປະຕິມາກຳຈາກນ້ຳແຂງທີ່ເປັນທີ່ຮູ້ຈັກໄປທົ່ວໂລກນັ້ນຄື “ເທສະການຫິມະ ແລະ ນ້ຳແຂງຮາບິນ” ຫຼື Harbin Snow and Ice Festival ທີ່ມີມາຕັ້ງແຕ່ ຄ.ສ 1985 ໂດຍເທສະການດັ່ງກ່າວຈະຈັດຂຶ້ນທີ່ ເກາະໄທ່ຢາງຕ່າວ ເມືອງຮາບິນ ມົນທົນເຮຍຫຼົງຈຽງ ທາງພາກຕາເວັນອອກສຽງເໜືອຂອງປະເທດຈີນ ຕະຫຼອດຊ່ວງເດືອນທັນວາເຖິງປະມານເດືອນກຸມພາ ທີ່ດຶງດູດຜູ້ຄົນຈາກທຸກບ່ອນໃຫ້ມາຮັບຊົມຄວາມງົດງາມຂອງເມືອງຫິມະແຫ່ງນີ້.

Harbin Snow and Ice Festival 2021 ນີ້ຖືກຈັດຂຶ້ນເປັນຄັ້ງທີ 37 ເຊິ່ງປີນີ້ເປັນປີທີເອີ້ນໄດ້ວ່າຂ້ອນຂ້າງງຽບເຫງົາພໍສົມຄວນ ເນື່ອງຈາກສະຖານະການແຜ່ລະບາດຂອງໂຄວິດ-19 ທີ່ເຮັດໃຫ້ນັກທ່ອງທ່ຽວບາງຕາລົງ ແລະ ງຽບເຫງົາຕ່າງຈາກທຸກໆປີ.

ແນວໃດກໍຕາມ ຈາກການທີ່ລັດຖະບານເລີ່ມມີການຜ່ອນຂໍ້ຈຳກັດມາດຕະການຄວບຄຸມໂຣກ ເຮັດໃຫ້ປະຊາຊົນຊາວຈີນແຫ່ງແດນມັງກອນບາງສ່ວນໄດ້ອອກມາທ່ຽວງານເທສະການຄັ້ງນີ້ຢ່າງຜ່ອນຄາຍໄດ້ແດ່ ຫຼັງຈາກຈຳນວນຜູ້ຕິດເຊື້ອຂອງແຂວງເສີນຫຍາງ ແລະ ຕ້າຫຼຽງທີ່ຕັ້ງຢູ່ໃຫ້ບໍລິເວນຈັດສະແດງງານເທສະການນັ້ນລົດລົງ.

“ຜູ້ເຂົ້າຮັບຊົມເທສະການທຸກທ່ານຈຳເປັນຕ້ອງປະຕິບັດມາດຕະການ ດ້ວຍການຢືນຢັນຕົວຕົນ ວັດອຸນຫະພູມ ໃສ່ໜ້າກາກອະນາໄມຕະຫຼອດເວລາ ແລະ ຮັກສາໄລຍະຫ່າງເພື່ອຄວາມປອດໄພທັງຕໍ່ຕົນເອງ ແລະ ຜູ້ອື່ນ” ຄືຄຳຖະແຫຼງການຈາກທາງລັດຖະບານຈີນກ່ອນຊ່ວງເປີດງານໃນເດືອນທັນວາປີທີ່ຜ່ານມາ. ເຖິງວ່າຈະໄຟຂຽວມີການຈັດງານໄດ້ ແຕ່ກໍຍັງມີການຄຸມເຂັ້ມມາດຕະການການຄວບຄຸມໂຣກຕໍ່ເນື່ອງ ໂດຍສະເພາະຢ່າງຍິ່ງກັບການໃຊ້ແອັບພິເຄຊັນສຳລັບຢືນຢັນຕົວຕົນ ໃນກໍລະນີຖ້າຕ້ອງກວດສອບຜູ້ຕິດເຊື້ອພາຍຫຼັງ.

ເທສະການຫິມະ ແລະ ນ້ຳແຂງຮາບິນ ຄັ້ງຫຼ້າສຸດເລີ່ມຕັ້ງແຕ່ຊ່ວງເດືອນທັນວາປີ 2020 ໃນຊ່ວງທີ່ອຸນຫະພູມ -30 ອົງສາເຊ ໃນຫົວຂໍ້ “Magical Harbin, Ice Snow Charming China” ຫຼື “ມົນສະກົດເມືອງນ້ຳແຂງແຫ່ງຮາບິນ ຄວາມພາກພູມໃຈຂອງຊາວຈີນ” ໂດຍມີກິດຈະກຳຫຼັກໜ້າສົນໃຈຫຼາຍຈຸດ ທັງນ້ຳແຂງພາຍໃນລຳທານຊົງຫົວ, ຜົນງານປະຕິມາກຳຄວາມເຢັນເທິງພື້ນທີ່ 600.000 ຕາລາງແມັດ ຫຼື ຜົນງານເດັ່ນຕະການຕາໃນປະຕິມາກຳພຣະຣາຊະວັງຄຣິສຕອນ ລວມເຖິງເຮືອບັນທຸກເຄື່ອງບິນຈາກຫິມະລຳທຳອິດຂອງໂລກ ອີກທັງຊ່ວງກາງຄືນງານປະຕິມະກຳເຫຼົ່ານີ້ຍັງມີຄວາມພິເສດຫຼາຍຂຶ້ນດ້ວຍແສງໄຟທີ່ຖືກຕິດຕັ້ງສວຍງາມຫຼາກຫຼາຍສີປຽບດັ່ງດິນແດນໃນນິຍາຍກໍວ່າໄດ້.

ແນວໃດກໍຕາມ ອີກກິດຈະກຳຫຼັກສຳຄັນຢ່າງພິທີເປີດ ການຈັດພິທີສະເຫຼີມສະຫຼອງງານແຕ່ງຂອງຄູ່ບ່າວສາວ ການແຂ່ງຂັນພາຍເຮືອ ແລະ ລອຍນ້ຳໃນທານນ້ຳແຂງຊົງຫົວ ແມ່ນບໍ່ສາມາດຈັດໄດ້ ເພາະມາດຕະການລົດຄວາມໜາແໜ້ນຂອງຈຳນວນຜູ້ຄົນ ແລະ ໂອກາດແຜ່ເຊື້ອໂຄວິດ-19 ເຮັດໃຫ້ປີນີ້ຈຶ່ງບໍ່ມີພາບຄວາມສຸດຍອດຂອງກິດຈະກຳເຫຼົ່ານີ້ດັ່ງປີກ່ອນໆ.

Harbin Snow and Ice Festival 2020/2021 ຈະຈັດຂຶ້ນຈົນເຖິງວັນທີ 25 ກຸມພານີ້ ຄ່າເຂົ້າຮັບຊົມປະມານ 44 ໂດລາສະຫະລັດ ຫຼື ປະມານ 440.000 ກີບ ແນ່ນອນວ່າພາບທີ່ປາກົດເທິງສື່ອອນລາຍໜ້າຈະກະຕຸ້ນຄວາມຢາກໃຫ້ນັກທ່ອງທ່ຽວທົ່ວໂລກບໍ່ຫຼາຍກໍໜ້ອຍ ໂດຍສະເພາະໃນປີທີ່ນັກທ່ອງທ່ຽວອອກໄປທ່ຽວຢ່າງມີຂໍ້ຈຳກັດແບບນີ້ ເຊິ່ງສິ່ງທີ່ເຮັດໄດ້ກໍພຽງແຕ່ຫວັງວ່າໄວຣັສຮ້າຍ ຈະຖືກກຳຈັດໄປໃນບໍ່ດົນດ້ວຍວັກຊີນທີ່ຫຼາຍປະເທດກຳລັງເຮັດສັກໃຫ້ປະຊາຊົນ ເພື່ອໃຫ້ພວກເຮົາໄດ້ມີໂອກາດໄປພິສູດຄວາມງາມດ້ວຍຕາຕົນເອງໄດ້ໃນຄັ້ງຖັດໄປ.

ພາບ: CNN, Reddit, South China Morning Post, World Travel Guide

ຂອບໃຈຂໍ້ມູນຈາກ:

https://www.bbc.com/news/in-pictures-51007094

http://www.harbinice.com/fact-v47-the-37th-harbin-ice-and…

https://edition.cnn.com/…/harbin-snow-ice…/index.html