Justin Bieber, The Weekend ແລະ Taylor Swift ຊະນະຮາງວັນ American Music Awards


ຈົບລົງໄປແລ້ວສຳຫຼັບງານປະກາດຮາງວັນ American Music Awards 2020 ທີ່ຈັດຂຶ້ນຢູ່ໂຮງລະຄອນ Microsoft Theater ໃຈກາງເມືອງ ລອສ ແອນເຈລິສ, ເຖິງແມ່ນວ່າໃນປີນີ້ຮູບແບບການສະແດງຈະຖືກປັບຕາມມາດຕະການຮັກສາຄວາມປອດໄພຂອງການລະບາດໂຄວິດ-19 ແລະ ອາດຈະບໍ່ໄດ້ດຳເນີນງານຄືກັບຄັ້ງກ່ອນໆທີ່ມີເດີນພົມແດງ ແຕ່ສີລະປິນລະດັບແຖວໜ້າກໍຍັງຈັດເຕັມກັບການສະແດງ ສ່ວນຜູ້ຊະນະກໍຖືວ່າສະເລ່ຍໄດ້ເທົ່າໆກັນ.

ເລີ່ມຕົ້ນດ້ວຍ Justin Bieber ທີ່ກັບມາເຮັດການສະແດງຢູ່ເວທີນີ້ ຫຼັງຈາກທີ່ຫາຍໄປ 4 ປີ ພ້ອມເປີດໂຊດ້ວຍເພງ Lonely, Holy ແລະ Monster ຄູ່ກັບ Shawn Mendes ກໍກວາດໄປ 3 ຮາງວັນສຳຄັນ ທັງ Favorite Male Artist – Pop/Rock, Collaboration of The Year ແລະ Favorite Song-Country ສຳຫຼັບເພງຮິດ 10,000 Hours ທີ່ຮ້ອງຮ່ວມກັບ Dan+Shay.

ຕໍ່ກັນດ້ວຍ The Weekend ທີ່ເກັບໄປ 3 ຮາງວັນ Favorite Male Artist, Favorite Album ແລະ Favorite Song ໃນໝວດເພງ  Soul/R&B ກັບຜົນງານອາລະບ້ຳ After Hours ເຊິ່ງລາວໄດ້ເຮັດການສະແດງສອງເພງຄື  In Your Eyes ແລະ Save Your Tears ພ້ອມກັບໄດ້ເຊີນນັກແຊັກໂຊໂຟນລະດັບຕຳນານຢ່າງ Kenny G ມາຮ່ວມເວທີນຳ.

ເຖິງແມ່ນວ່າ Taylor Swift ຈະບໍ່ໄດ້ຮ່ວມງານໃນປີນີ້ ແຕ່ກໍໄດ້ໄປ 3 ຮາງວັນໃຫຍ່ ທັງ Artist of The Year, Favorite Music Video ສຳຫຼັບເພງ Cardigan ແລະ Favorite Female Artist – Pop/Rock, ໂດຍໃນວີດີໂອທີ່ສົ່ງມາຂອບໃຈສຳຫຼັບຮາງວັນນັ້ນ ລາວໄດ້ເຜີຍວ່າກຳລັງຢູ່ໃນຂັ້ນຕອນການອັດເພງຈາກ 6 ອາລະບ້ຳທຳອິດອີກຄັ້ງ ຫລັງຈາກທີ່ລິຂະສິດມາສເຕີເວີຊັ່ນດັ້ງເດີມນັ້ນຖືກ Scooter Braun  ຂາຍໃຫ້ກັບບໍລິສັດ Shamrock Holdings ໄປ.

ແນ່ນອນວ່າອີກໜຶ່ງໄຮໄລ້ຂອງງານ 7 ໜຸ່ມວົງ BTS ທີ່ໄດ້ເຮັດການສະແດງເພງ  Life Goes On ຈາກອາລະບ້ຳໃຫມ່ Be ເປັນຄັ້ງທຳອິດນັ້ນ ກໍເກັບໄປໄດ້ 2 ຮາງວັນເຊັ່ນກັນໃນສາຂາ Favorite Social Artist ແລະ Favorite Duo or Group-Pop/Rock. ສ່ວນ Doja Cat ກໍບໍ່ນ້ອຍໜ້າ ໄດ້ໄປ 2 ຮາງວັນເຊັ່ນກັນ ໃນສາຂາ Favorite Female Artist-Soul/R&B ແລະ New Artist of The Year.

ສຳຫຼັບລາຍຊື່ຜູ້ຊະນະ American Music Awards 2020 ທັງໝົດ ສາມາດເບິ່ງໄດ້ທີ່: https://www.theamas.com/winners/2020-winners/

ທີ່ມາ: https://www.facebook.com/thestandardpop/photos/a.726095644412114/1367545853600420/