BCPG ວາງເປົ້າ EBITDA ປີ 64 ເຕີບໂຕ 30 – 40 % ຕາມໂຮງໄຟຟ້າໃນ Port – M&A ໜຸນ


ນາງສາວ Phatpuree Chinkulkitnivat ຮອງກຳມະການຜູ້ຈັດການໃຫຍ່ສາຍງານການເງິນບັນຊີ ແລະ ຍຸດທະສາດອົງກອນ ບມຈ.ບີຊີພີຈີ (BCPG) ເປີດເຜີຍວ່າ ບໍລິສັດຕັ້ງເປົ້າກຳໄລກ່ອນດອກເບ້ຍພາສີຄ່າເສື່ອມ ແລະ ຄ່າຕັດຈຳໜ່າຍ (EBITDA) ປີ 2021 ຈະເຕີບໂຕ 30 – 40% ຕາມການເຕີບໂຕຂອງໂຮງໄຟຟ້າໃນ Port.

ແບ່ງເປັນໂຮງໄຟຟ້າພະລັງງານນ້ຳ ສ.ປ.ປ.ລາວ ທີ່ຄາດຈະມີການດຳເນີນງານທີ່ດີຂຶ້ນ ຈາກປີນີ້ໄດ້ຮັບຜົນກະທົບໃນເລື່ອງຂອງໄພແລ້ງ, ການປັບຂຶ້ນຄ່າໄຟຟ້າໃນປະເທດຟິລິບປິນ, ການເຂົ້າລົງທຶນໃນໂຄງການໂຮງໄຟຟ້າພະລັງງານແສງອາທິດຂະໜາດກຳລັງການຜະລິດຕາມສັນຍາຊື້ຂາຍໄຟຟ້າລວມ 20 Megawatts ໂດຍການຊື້ຫຸ້ນ 99.99% ໃນບໍລິສັດ RPV ພະລັງງານຈຳກັດກໍຈະຮູ້ລາຍໄດ້ເຂົ້າມາເຕັມປີ.

ຂະນະທີ່ໂຮງໄຟຟ້າພະລັງງານແສງອາທິດໃນປະເທດຍີ່ປຸ່ນກຽມຈ່າຍໄຟຟ້າເຊິ່ງການຄ້າ (COD) ໄດ້ແກ່ ໂຄງການໂຄມາກາເນະ (Komagane) ກຳລັງຜະລິດ 25 Megawatts ຄາດ COD ໃນໄຕມາດ 3/21 ໂຄງການຍາບູກ (Yabiki) ກຳລັງການຜະລິດ 20 Megawatts ຄາດວ່າ COD ເຄິ່ງປີຫຼັງຂອງປີ 2021, ໂຄງການຊິບະ 1 (Chiba 1) ກຳລັງການຜະລິດ 20 Megawatts  ແລະ ຄາດວ່າ COD ໃນໄຕມາດ 3/21 ສ່ວນໂຄງການຊິບະ 2 (Chiba 2) ກຳລັງການຜະລິດ 10 Megawatts ໃນປີ 2022 ດ້ານໂຮງໄຟຟ້າໃນປະເທດອິນໂດເນເຊຍອາດຈະຕິດລົບເລັນນ້ອຍຈາກການລັອກດາວປະເທດ.

ທັງນີ້ ບໍລິສັດຢູ່ລະຫວ່າງການຊອກຫາການລົງທຶນເຂົ້າຊື້ກິດຈະການ (M&A) ໃນໂຮງໄຟຟ້າໃໝ່ໆເພື່ອເຂົ້າມາສະໜັບສະໜູນຜົນການດຳເນີນງານໃນປີ 2021 (ປັດຈຸບັນຍັງບໍ່ໄດ້ສະຫຼຸບ) ໂດນວາງງົບລົງທຶນປີໜ້າໄວ້ເກືອບໆ $594,000,000 ເຊິ່ງຫຼັງໆຈະໃຊ້ໃນ Operating Asset ການເຂົ້າຊື້ກິດຈະການທີ່ສາມາດຮັບຮູ້ລາຍໄດ້ເຂົ້າມາທັນທີ ແລະ ການພັດທະນາໂຄງການທີ່ດຳເນີນການກໍ່ສ້າງຢູ່ຢ່າງຕໍ່ເນື່ອງເຊັ່ນ: ໂຮງໄຟຟ້າພະລັງງານລົມ (SWAN) ທີ່ກຳລັງການຜະລິດແມ່ນ 600 Megawatts ເປັນຕົ້ນ.

ສ່ວນໃນປີ 2020 ບໍລິສັດໝັ້ນໃຈ EBITDA ຈະເຕີບໂຕ 20% ຕາມເປົ້າໝາຍຈາກ 9 ເດືອນທີ່ຜ່ານມາ EBITDA ເຕີບໂຕໄປແລ້ວ 30% ເມື່ອທຽບກັບຊ່ວງດຽວກັນຂອງປີກ່ອນໂດຍຫັກໆມາຈາກການຮັບຮູ້ລາຍໄດ້ຈາກໂຮງໄຟຟ້າພະລັງງານນ້ຳໃນ ສ.ປ.ປ.ລາວ ທັງ Nam San 3A ແລະ Nam San 3B ເຕັມໄຕມາດເປັນຄັ້ງທຳອິດ ຂະນະດຽວກັນກໍຄາດວ່າຜົນການດຳເນີນງານໃນໄຕມາດ 4/21  ກໍຈະເຕີບໂຕຕໍ່ເນື່ອງເປັນໄປຕາມການຮັບຮູ້ລາຍໄດ້ໃນຊ່ວງລະດູການ (High season) ຂອງການຜະລິດໄຟຟ້າຈາກພະລັງງານນ້ຳດັ່ງກ່າວ.

ແຕ່ເຖິງຢ່າງໃດກໍຕາມບໍລິສັດຍັງຄົງຕັ້ງເປົ້າການເຕີບໂຕ EBITDA ສະເລ່ຍ 13 – 15% ຕໍ່ປີ ໄປຈົນເຖິງປີ 2025 ຈາການລົງທຶນ ທັງໃນ Inorganic ແລະ Organic ໂດຍລົງທຶນລວມພາຍໃນ 5 ປີ 2021 – 2025 ໄວ້ເກືອບ $1,320,000.

ປັດຈຸບັນບໍລິສັດມີ PPA ຢູ່ທີ່ 861.9 Megawatts ແບ່ງເປັນ COD ແລ້ວ 472.1 Megawatts ປະກອບດ້ວຍໂຮງໄຟຟ້າພະລັງງານແສງອາທິດ, ໂຮງໄຟຟ້າພະລັງງານລົມ, ໂຮງໄຟຟ້າພະລັງງານຄວາມຮ້ອນໃຕ້ພິພົບ ແລະ ໂຮງໄຟຟ້າພະລັງນ້ຳຢູ່ລະຫວ່າງການພັດທະນາໂຄງການອີກ 389.8 Megawatts ຄວບຄຸມໃນ 6 ປະເທດປະກອບດ້ວຍ ໄທ, ອິນໂດເນເຊຍ, ຍີ່ປຸ່ນ, ສາທາລະນະລັດປະຊາທິປະໄຕປາຊາຊົນລາວ, ຟິລິບປິນ ແລະ ສາທາລະນະລັດສັງຄົມນິຍົມຫວຽດນາມ.

ທີ່ມາ: https://www.infoquest.co.th/2020/50766