ສະກັອດແລນເປັນປະເທດທຳອິດທີ່ອອກກົດໝາຍການໃຊ້ຜ້າອະນາໄມຟຣີ!!


ຜ້າອະນາໄມ ຖືວ່າເປັນປັດໄຈທີ 5 ຂອງແມ່ຍິງເລີຍກໍວ່າໄດ້ ຍ້ອນມັນຈຳເປັນຕ້ອງໃຊ້ແທ້ໆ ປະຈຳເດືອນບໍ່ສາມາດຫຼີກເວັ້ນ ຫຼື ເລື່ອນອອກໄປໄດ້,​ ເຊິ່ງໃນແຕ່ລະເດືອນບັນດາແມ່ຍິງຕ້ອງເສຍເງິນເພື່ອຊື້ຜ້າອະນາໄມໄປຈຳນວນບໍ່ໜ້ອຍເລີຍ ຍິ່ງຖ້າເສດຖະກິດຄອບຄົວບໍ່ດີ ກໍຈະເພີ່ມຄວາມລຳບາກຍິ່ງຂຶ້ນຕື່ມອີກ.

ດ້ວຍເຫດນີ້ ເຮັດໃຫ້ມີແມ່ຍິງຈຳນວນຫຼາຍໃນທົ່ວທຸກມຸມໂລກ ອອກມາຮຽກຮ້ອງໃຫ້ມີການຮ່າງກົດໝາຍໃຊ້ຜ້າອະນາໄມຟຣີ ເຊິ່ງວ່າປະເທດທີ່ເຮັດໄດ້ເປັນປະເທດທຳອິດກໍແມ່ນ “ສະກັອດແລນ”

ໃນວັນທີ 24 ພະຈິກ 2020 ທາງລັດຖະສະພາສະກັອດແລນ ໄດ້ລົງມະຕິໃຫ້ຜ່ານຮ່າງກົດໝາຍ The Period Products (Free Provision) Scotland Bill ຫຼື ການໃຊ້ສິນຄ້າກ່ຽວກັບປະຈຳເດືອນຟຣີ ເປັນທີ່ຮຽບຮ້ອຍແລ້ວ.

ກົດໝາຍດັ່ງກ່າວ ໄດ້ອະນຸຍາດໃຫ້ແມ່ຍິງໃນປະເທດສາມາດໃຊ້ຜ້າອະນາໄມໄດ້ຟຣີ ເພື່ອລົດຄວາມບໍ່ເທົ່າທຽມກັນທາງສັງຄົມສຳລັບເພດຍິງທຸຸກຄົນທີ່ມີປະຈຳເດືອນ ລວມເຖິງການລົດຄ່າໃຊ້ຈ່າຍໃນຄອບຄົວ ເຊິ່ງໄດ້ນຳພາສີຂອງປະຊາຊົນມາໃຊ້ໃນສ່ວນນີ້.

ແມ່ຍິງໃນສະກັອດແລນ ສາມາດຍ່າງເຂົ້າໄປຂໍຜ້າອະນາໄມແບບແຜ່ນ ແລະ ແບບສອດຟຣີ ບໍ່ວ່າຈະເປັນທີ່ສະໂມສອນເຍົາວະຊົນ, ຮ້ານຂາຍຢາ ຫຼື ຊຸມຊົນໃກ້ບ້ານ ໂດຍບໍ່ຕ້ອງເສຍເງິນເລຍຈັກກີບ.

ທີ່ມາ: https://bit.ly/3ir7Y47