Jordan Henderson ກຽມໂທຫາ Gerrard ອະດີດກັບຕັນທີມ ໃຫ້ຊ່ວຍລົ້ມ Man City ເພື່ອທີ່ Liverpool ຈະໄດ້ເປັນແຊ້ມ


ໃກ້ຈະຮອດແລ້ວ ກັບນັດສຸດທ້າຍໃນການຕັດສິນແຊ້ມ ພຣີເມຍລີກ ລະຫວ່າງ ແມນຊິຕີ້ ແລະ ລິເວີ້ພູລ ສອງທີມຍັກໃຫຍ່ຂອງອັງກິດ ທີ່ຕ້ອງລົງສະໜາມນັດສຸດທ້າຍພ້ອມກັນ ຂອງທ້າຍອາທິດນີ້ ໃນວັນທີ 22 ພຶດສະພາ 2022.

ສຳລັບ ລິເວີ້ພູລ ປີນີ້ ແມ່ນກຳລັງຢູ່ໃນເສັ້ນທາງການສ້າງປະຫວັດສາດ ກັບການຄວ້າແຊ້ມ ທຸກແຊ້ມທີ່ລົງຫຼິ້ນ ໂດຍໃນນັດສຸດທ້າຍ ຫົງແດງຍັງມີຄະແນນຕາມຫຼັງ ແມນຊິຕີ້ ຢູ່ 1 ຄະແນນ ແລະ ມີຄິວຈະຕ້ອງເປີດບ້ານ ຕ້ອນຮັບການມາຢາມຂອງທີມໝາປ່າຢ່າງ ວູຟ ແຮັມຕັນ. ສ່ວນທາງຂອງ ແມນຊິຕີ້ ແມ່ນມີຄິວ ຈະຫຼິ້ນໃນບ້ານພົບກັບ ແອສຕັນ ວິວລ່າ.

ທີ່ໜ້າສົນໃຈກໍຄື ແອສຕັນ ວິວລ່າ ໃນຕອນນີ້ ທີ່ຈະອອກໄປຢາມ ແມນຊິຕີ້ ນັ້ນແມ່ນມີຄູຝຶກ ເປັນ ສະຕີເວັນ ເຈີຣາດ ອະດີດ ກັບຕັນທີມ ຂວັນໃຈຂອງແຟນໆ ລິເວີ້ພູລ ເຮັດໃຫ້ແຟນໆຫຼາຍຄົນມີຄວາມຫວັງວ່າ ອະດີດກັບຕັນທີມຂອງພວກເຂົາ ຈະຊ່ວຍ ເອົາຊະນະແມນຊິຕີ້ ແລະ ເຮັດໃຫ້ພວກເຂົາຄວ້າແຊ້ມໄດ້ໃນທີ່ສຸດ. ແມ່ນແຕ່ ຈໍແດນ ເຮັນເດີຊັນ ກັບຕັນທີມຄົນປັດຈຸບັນ ຂອງຫົງແດງເອງ ຍັງໃຫ້ສຳພາດແບບຕິດຕະຫຼົກວ່າ ຂ້ອຍຕ້ອງໂທຫາ ເຈີຣາດ ແລ້ວ ວ່າໃຫ້ຊ່ວຍ ລົ້ມແມນຊິຕີ້ ໃຫ້ແດ່.

ໂດຍ ເຮັນເດີຊັນ ຖືກນັກຂ່າວຖາມວ່າ ມີຫຍັງຈະຝາກເຖິງ ອະດີດກັບຕັນທີມຂອງເຈົ້າໃນນັດສຸດທ້າຍນີ້ບໍ່, ເຮັນເດີຊັນຈຶ່ງຕອບວ່າ: “ເມື່ອກອງເຊຍສົ່ງສຽງຮ້ອງ ເຈົ້າຈະຮູ້ເລີຍທັນທີວ່າເກີດຫຍັງຂຶ້ນໃນອີກສະໜາມໜຶ່ງ ມັນຍາກທີ່ຈະມີສະມາທິກັບເກມແບບນີ້, ແຕ່ຫວັງວ່າເຮົາຈະສາມາດ ໂຟກັສໄປທີ່ເກມຂອງເຮົາໄດ້ຢ່າງເຕັມທີ່ ແລະ ຫວັງວ່າ ສະຕີວີ່ ກັບ ແອສຕັນວິວລ່າ ຈະຊ່ວຍເຮົາຄວ້າແຊ້ມໄດ້ ຂ້ອຍຕ້ອງໂທໄປບອກລາວໜ້ອຍໜຶ່ງແລ້ວ”.

ສຳລັບເງື່ອນໄຂການຄວ້າແຊ້ມຂອງ ລິເວີ້ພູລ ເນື່ອງຈາກຄະແນນຍັງຕາມຫຼັງ ແມນຊິຕີ້ ຢູ່ 1 ຄະແນນ ແລະ ປະຕູໄດ້ເສຍເປັນຮອງຫຼາຍ  ເຮັດໃຫ້ນັດນີ້ ລິເວີ້ພູລ ແມ່ນຕ້ອງເອົາຊະນະ ວູຟແຮັມຕັນ ແລ້ວລຸ້ນໃຫ້ ແອສຕັນ ວິວລ່າ ສະເໝີ ຫຼື ຊະນະແມນຊິຕີ້ ລິເວີ້ພລູຈຶ່ງຈະສາມາດຄວ້າແຊ້ມໃນປີນີ້ໄປຄອບຄອງໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/