ລັດວິສາຫະກິດແຂວງຄຳມ່ວນ ຮຽກຮ້ອງໃຫ້ສັງຄົມຫຼຸດຜ່ອນການໄປ-ມາ ຖ້າບໍ່ຈຳເປັນ ເພື່ອພ້ອມພາກັນພົ້ນວິກິດນ້ຳມັນ


ແຂວງຄຳມ່ວນ ກໍແມ່ນແຂວງໜຶ່ງທີ່ພົບກັບບັນຫານໍ້າມັນບໍ່ພຽງພໍ (ນໍ້າມັນຂາດປໍ້າ), ບາງປໍ້າພາຍໃນແຂວງ ແມ່ນຂາດນໍ້າມັນ ເຮັດໃຫ້ຜູ້ໃຊ້ລົດພົບຄວາມຫຍຸ້ງຍາກບໍ່ສະດວກໃນເວລາມາໃຊ້ບໍລິການປ້ຳນໍ້າມັນ.

ຕໍ່ສະພາບການດັ່ງກ່າວ ທ່ານ ວົງສອນ ພິມມະວົງສາ ຫົວໜ້າລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 19 ພຶດສະພາ 2022  ກ່ຽວກັບການຕອບສະໜອງນໍ້າມັນບໍ່ພຽງພໍໃນປັດຈຸບັນນີ້. ເຊິ່ງລັດວິສາຫະກິດນໍ້າມັນເຊື້ອໄຟລາວແມ່ນມີ 7 ສາຂາ ໃນທົ່ວປະເທດ ແລະ ມີສຳນັກງານໃຫຍ່ຢູ່ນະຄອນຫຼວງ ຂໍຊີ້ແຈງໃນການຕອບສະໜອງນໍ້າມັນຢູ່ແຂວງຄຳມ່ວນ, ປັດຈຸບັນພົບບັນຫານໍ້າມັນບໍ່ພຽງພໍ ສະນັ້ນພວກເຮົາໄດ້ຈັດແບ່ງນໍ້າມັນໃຫ້ປໍ້າຕົວແທນພາຍໃນເທສະບານແຂວງ, ບັນດາເມືອງໃນທົ່ວແຂວງ, ໃນການສະໜອງນໍ້າມັນສະເລ່ຍ ປະມານອາທິດລະ 1-2 ຄັ້ງ ແລະ ໃຫ້ຈຳນວນໜ້ອຍ, ໄດ້ຫ້າມບໍ່ໃຫ້ຂາຍໃສ່ຕຸກເພື່ອນຳໄປຂາຍຕໍ່ເກັງກຳໄລຢ່າງເດັດຂາດ, ສຳລັບເມືອງໃນເທສະບານແຂວງ ປໍ້າແບບຢ່າງຂອງລັດ (ປໍ້າຫຼັກ 02) ໄດ້ກຳນົດໃຫ້ຈຳໜ່າຍຄື: ລົດໃຫຍ່ແມ່ນ ບໍ່ເກີນ 4 ແສນກີບ/ຄັນ, ສ່ວນປະຊາຊົນສ່ວນໜຶ່ງທີ່ຮຽກຮ້ອງຂໍຊື້ໃສ່ຕຸກເພື່ອນຳໃຊ້ເຂົ້າໃນການຜະລິດ (ໄຖນາ) ກໍໄດ້ກຳນົດໃຫ້ບໍ່ເກີນ 20 ລິດ/ຄັນ.

ວິທີແກ້ໄຂປໍ້າຂາຍຍ່ອຍທີ່ຂາດນໍ້າມັນແມ່ນໄດ້ລາຍງານໄປຍັງພາກສ່ວນກ່ຽວຂ້ອງໂດຍສະເພາະພະແນກອຸດສາຫະກຳ ແລະ ການຄ້າແຂວງ ເພື່ອລົງຕິດຕາມບັນດາປໍ້າຕົວແທນບໍ່ວ່າຈະເປັນ ປໍ້າຂອງລັດ ຫລື ເອກະຊົນ ຂໍໃຫ້ເພິ່ນເປັນຕົວຫຼັກ ໃນການແກ້ໄຂ, ກວດກາສາງ, ປໍ້າ  ເພາະບໍລິສັດຂອງລັດ ແລະ ເອກະຊົນເຄື່ອນໄຫວມີທັງໝົດ 10 ບໍລິສັດ ແລະ ເພື່ອສ້າງຄວາມເຂົ້າໃຈຕໍ່ສັງຄົມໃນສາເຫດນໍ້າມັນບໍ່ພຽງພໍນີ້ ເນື່ອງຈາກພວກເຮົາບໍ່ມີເງິນຕາພຽງພໍ ເພາະເວລາຊື້ສິນຄ້າແມ່ນເປັນເງິນຕາຕ່າງປະເທດບວກກັບອັດຕາແລກປ່ຽນເພີ່ມຂຶ້ນໃນແຕ່ລະວັນ. ແລະອີກບັນຫາໜຶ່ງ ປະເທດຜູ້ຜະລິດນໍ້າມັນໄດ້ລົດລົງ ຜູ້ຊົມໃຊ້ພັດຫຼາຍຂຶ້ນ ແລະ ບັນຫາຂໍ້ຂັດແຍ້ງຢູ່ຢູໂຣບເກີດມີສົງຄາມ, ໃນເມື່ອພົບວິກິດແບບນີ້ຂ້າພະເຈົ້າໃນນາມຫົວໜ້າບໍລິສັດນໍ້າມັນເຊື້ອໄຟລາວສາຂາແຂວງຄຳມ່ວນ ຢາກຂໍຮຽກຮ້ອງມາຍັງສັງຄົມ ໃຫ້ປະຍັດໃນການນໍາໃຊ້ ຫຼີກເວັ້ນບັນຫາໄປຫຼິ້ນໄປທ່ຽວໂດຍສິ່ງບໍ່ຈຳເປັນ ແລະ ນໍ້າມັນມີສະຕັອກໄວ້ນີ້ ເພື່ອນຳໃຊ້ເຂົ້າໃນດ້ານກະສິກຳ ການເຮັດໄຮ່, ໄຖນາ ເພື່ອລ້ຽງຊີບປະຈຳວັນ. ໃນຍາມວິກິດນີ້ ຖ້າພວກເຮົາຟຸມເຟືອຍກໍຈະເຮັດໃຫ້ການດຳລົງຊີວິດພົບບັນຫາຫຍຸ້ງຍາກ.

ສຳລັບປໍ້າຕົວແທນຂອງລັດເຮົາ (ປໍ້າຫຼັກ 02) ຖືໄດ້ວ່າຍັງມີພຽງພໍ ແລະ ມີສ່ວນແຮໄວ້ ເພື່ອສະໜອງໃຫ້ບັນດາການນຳ  ແລະ ພາກສ່ວນກ່ຽວຂ້ອງ ໃນເວລາສຸກເສີນຕ່າງໆ ແລະ ພາກສ່ວນໃດມີຂໍ້ຄິດເຫັນ ຫຼື ຫາວິທີແກ້ໄຂທີ່ດີກວ່ານີ້ກໍຫາວິທີແກ້ໄຂຊ່ວຍກັນ ເພື່ອຫຼຸດຜ່ອນແບ່ງເບົາໃຫ້ພັກ-ລັດເຮົາ ເພື່ອກ້າວໄປສູ່ສະພາບປົກກະຕິ.

ຂອບໃຈຂໍ້ມູນໂດຍ: https://cutt.ly/PHPzoYM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/