ເກີດເຫດລະເບີດທີ່ໂຮງງານກັ່ນນໍ້າມັນຂະໜາດໃຫຍ່ໃນເກົາຫຼີໃຕ້ ອາດສົ່ງຜົນໃຫ້ລາຄານໍ້າມັນ ປັບຕົວຂຶ້ນສູງຕື່ມອີກ


ໃນຕອນຄໍ່າຂອງວັນທີ 19 ພຶດສະພາ 2022 ໄດ້ເກີດເຫດລະເບີດທີ່ໂຮງກັ່ນນໍ້າມັນ Onsan Refinery ຂອງບໍລິສັດ S-oil ເຊີ່ງເປັນໂຮງກັ່ນນໍ້າມັນຂະໜາດໃຫຍ່ເປັນອັນດັບ 5 ຂອງໂລກ ໃນເມືອງ Ulsan ຂອງເກົາຫຼີໃຕ້. ສົ່ງຜົນໃຫ້ເບື້ອງຕົ້ນມີພະນັກງານໄດ້ຮັບບາດເຈັບຢ່າງໜ້ອຍ 8 ຄົນ ເຊິ່ງໄດ້ຖືກເຈົ້າໜ້າທີ່ນຳຕົວສົ່ງໂຮງໝໍເປັນທີ່ຮຽບຮ້ອຍ ບາດແຜສ່ວນໃຫຍ່ແມ່ນເກີດຈາກ ໄຟລວກ ໄຟໄໝ້.

ນັກດັບເພີງໄດ້ຮັບແຈ້ງເຫດລະເບີດ ໃນເວລາປະມານ 20:52 ຕາມເວລາທ້ອງຖິ່ນ. ເຈົ້າໜ້າທີ່ດັບເພີງກ່າວວ່າ ອຸບັດຕິເຫດເກີດຂຶ້ນພາຍໃນໂຮງງານກັ່ນນໍ້າມັນຂອງ S-oil ໃນຂະນະທີ່ນໍ້າມັນດິບກຳລັງຖືກແປຮູບໄປເປັນ petroleum  ສ່ວນສາເຫດທີ່ແທ້ຈິງຂອງການລະເບີດນັ້ນຍັງບໍ່ເປັນທີ່ຊັດເຈນ.

ສື່ໃນທ້ອງຖິ່ນຍັງລາຍງານຕື່ມອີກວ່າ ການເຂົ້າຄວບຄຸມໄຟເປັນໄປໄດ້ດ້ວຍຄວາມລຳບາກ ໂດຍມີການສົ່ງລົດດັບເພີງໄປທັງໝົດ 39 ຄັນ ພ້ອມກັບເຈົ້າໜ້າທີ່ດັບເພີງອີກ 120 ຄົນ ຖືກສົ່ງເຂົ້າໄປໃນບ່ອນເກີດເຫດ.

ສຳລັບໂຮງກັ່ນນໍ້າມັນຂອງ S-oil ເປັນໂຮງງານກັ່ນນໍ້າມັນທີ່ມີຂະໜາດໃຫຍ່ເປັນອັນດັບທີ 5 ຂອງໂລກ(ອ້າງອີງຈາກ www.statista.com) ເຊິ່ງມີກຳລັງຜະລິດສູງເຖິງ 669,000 ບາເຣວຕໍ່ມື້. ອູບັດຕິເຫດຄັ້ງນີ້ ອາດສົ່ງຜົນໃຫ້ລາຄານໍ້າມັນແປຮູບ ໃນ ເອເຊຍ ປາຊີຟິກ ປັບຕົວຂຶ້ນສູງຕື່ມອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/