ສີລັງກາພົບວິກິດໜັກບໍ່ມີເງິນໂດລາຈ່າຍຄ່ານ້ຳມັນ ເຮັດໃຫ້ບໍ່ເຫຼືອນ້ຳມັນສຳຮອງພາຍໃນປະເທດ ເຮືອບັນທຸກນ້ຳມັນຕ້ອງລອຍລຳຢູ່ນອກຝັ່ງ


ໃນວັນທີ 18 ພຶດສະພາທີ່ຜ່ານມາ ການຈະນາ ວິເຈເສເກຣົາ ລັດຖະມົນຕີກະຊວງພະລັງງານຂອງສີລັງກາ ໄດ້ຊີ້ຕໍ່ບ່ອນປະຊຸມລັດຖະສະພາວ່າ: “ຂະນະນີ້ມີເຮືອບັນທຸກນ້ຳມັນລໍາໜຶ່ງລອຍລໍາໃນນ່ານນ້ຳຂອງເຮົາ ສີລັງກາບໍ່ມີເງິນຕາຕ່າງປະເທດ ຈ່າຍເພື່ອຊື້ນ້ຳມັນເທິງເຮືອລຳດັ່ງກ່າວ” ສົ່ງຜົນໃຫ້ເຮືອຂົນສົ່ງນ້ຳມັນຕ້ອງລອຍລໍາກາງທະເລ.

ທ່າທີດັ່ງກ່າວຂອງລັດຖະມົນຕີກະຊວງພະລັງງານຂອງສີລັງກາ ແມ່ນມີໄດ້ຄວາມສອດຄ່ອງກັບບັນຫາເມື່ອ 3 ມື້ກ່ອນ (17 ພຶດສະພາ) ທີ່ ຣານິລ ວິກຣາມາສິງຫະ ນາຍົກລັດຖະມົນຕີຄົນໃໝ່ຂອງສີລັງກາຈະອອກມາຍອມຮັບວ່າ ໃນຂະນະນີ້ສີລັງກາເຫຼືອນ້ຳມັນໃນຄັງສໍາຮອງໄດ້ພຽງມື້ດຽວ ແລະຖ້າຫາກວ່າລັດຖະບານບໍ່ສາມາດຫາແຫຼ່ງກູ້ຢືມເງິນຕາຕ່າງປະເທດໄດ້ ສີລັງກາຈະຕ້ອງປະເຊີນກັບຄວາມທຸກຍາກລໍາບາກໄປອີກໃນຫຼາຍເດືອນຂ້າງໜ້າ. ດ້ວຍເຫດນັ້ນ ເຮັດໃຫ້ປະຊາຊົນໄດ້ພາກັນແຫ່ໄປຕໍ່ແຖວເພື່ອໃສ່ນ້ຳມັນຢ່າງຫຼວງຫຼາຍ. ຢ່າງໃດກໍຕາມ ຫຼ້າສຸດນີ້ລັດຖະມົນຕີສີລັງກາໄດ້ບອກກັບປະຊາຊົນວ່າບໍ່ຕ້ອງຕໍ່ແຖວໃສ່ນ້ຳມັນແລ້ວ ເພາະລັດຖະບານບໍ່ສາມາດຫາເງິນມາຈ່າຍຄ່ານ້ຳມັນທີ່ຢູ່ໃນເຮືອລໍາດັ່ງກ່າວໄດ້.

ໂດຍ ການຈະນາ ວິເຈເສເກຣົາ ຍອມຮັບວ່າ ລັດຖະບານຈໍາເປັນຕ້ອງປ່ອຍເຮືອລໍານີ້ ເນື່ອງຈາກລັດຖະບານຍັງບໍ່ໄດ້ຈ່າຍຄ່ານ້ຳມັນກາຊວນງວດກ່ອນໜ້ານີ້ໃຫ້ແກ່ອົງກອນຈັດຫານ້ຳມັນເຈົ້າດຽວກັນຂອງເຮືອບັນທຸກນ້ຳມັນລໍານີ້ ໂດຍສີລັງກາຍັງຄ້າງຈ່າຍປະມານ 53 ລ້ານ.

ທັງນີ້ ສີລັງກາກໍາລັງປະເຊີນວິກິດເສດຖະກິດຄັ້ງຮຸນແຮງທີ່ສຸດໃນຮອບ 74 ປີ ນັບຕັ້ງແຕ່ປະກາດເອກະລາດຈາກອັງກິດ ໂດຍສ່ວນໜຶ່ງມາຈາກການຂາດແຄນເງິນຕາຕ່າງປະເທດທີ່ໃຊ້ໃນການຊຳລະນ້ຳມັນເຊື້ອໄຟ ລວມທັງເກີດພາວະຂາດເຂີນອາຫານແລະຢາ ສົ່ງຜົນໃຫ້ປະຊາຊົນຕ່າງພາກັນຄຽດເຄືອງ ແລະ ອອກມາປະທ້ວງຕາມຖະໜົນຫົນທາງຢູ່ຕົວເມືອງຕ່າງໆ ທົ່ວສີລັງກາ.

ດ້ວຍພາວະຂາດແຄນເງິນຂອງສີລັງການີ້ ສົ່ງຜົນໃຫ້ລັດຖະບານຕ້ອງບັງຄັບໃຊ້ມາດຕະການຄວບຄຸມເງິນທຶນ (Capital Control) ຄວບຄຸມການນໍາເຂົ້າ ແລະ ວາງແຜນທີ່ຈະເຈລະຈາຕໍ່ຮອງເງື່ອງໄຂກັບຜູ້ຖືພັນທະບັດເພື່ອບໍ່ໃຫ້ລັດຖະບານຕ້ອງຜິດນັດຊໍາລະນີ້.

ຂະນະດຽວກັນ ລັດຖະບານສີລັງກາໄດ້ພະຍາຍາມຫັນໄປຫາແຫຼ່ງເງິນກູ້ຈາກຕ່າງຊາດຢ່າງ ກອງທຶນການເງິນລະຫວ່າງປະເທດ (IMF) ລວມໄປຮອດການປຶກສາຫາລືກັບທະນາຄານໂລກເພື່ອຂໍເງິນສ່ວນໜຶ່ງຈາກເງິນຊ່ວຍເຫຼືອ 160 ລ້ານໂດລາ ສໍາລັບໃຊ້ນໍາເຂົ້າພະລັງງານ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/