John McAfee ຜູ້ກໍ່ຕັ້ງໂປຣແກຣມ Antivirus McAfee ໄດ້ເສຍຊີວິດລົງໃນໄວ 75 ປີ


John McAfee ຜູ້ກໍ່ຕັ້ງ ໂປຣແກຣມ Antivirus ຊື່ດັງ McAfee ທີ່ຫຼາຍໆຄົນຮູ້ຈັກ ໄດ້ເສຍຊີວິດລົງດ້ວຍການແຂວນຄໍຂ້າຕົວຕາຍໃນຄຸກທີ່ເມືອງບາເຊໂຣນາປະເທດສະເປນ ໃນວັນທີ 23 ມິຖຸນາ 2021 ດ້ວຍອາຍຸ 75 ປີ.

ກ່ອນໜ້ານີ້ John McAfee ໄດ້ຖືກຈັບຕົວໃນວັນທີ 3 ຕຸລາ 2020 ດ້ວຍຂໍ້ຫາຫຼົບຫຼີກພາສີຈາກການຂາຍທຸລະກິດໃຫ້ແກ່ສະຫະລັດອາເມຣິກາ.

ເຫດການຂ້າຕົວຕາຍເກີດຂຶ້ນຫຼັງຈາກສານສູງສຸດຂອງສະເປນ ໄດ້ຕັດສິນການສົ່ງຕົວຜູ້ຮ້າຍຂ້າມແດນໄປທີ່ສະຫະລັດອາເມຣິກາ ເຖິງແມ່ນວ່າທາງ John McAfee ເອງມີໂອກາດຂໍຍື່ນອຸທອນຕໍ່ສານແລ້ວ ແຕ່ເຈົ້າຕົວກໍເລືອກທີ່ຈະຈົບຊີວິດຕົນເອງແທນ ເນື່ອງຈາກຄວາມໝົດຫວັງທີ່ໄດ້ຕິດຄຸກມາດົນເຖິງ 9 ເດືອນ.

John McAfee ໄດ້ໃຊ້ຊີວິດແບບຫຼົບໆເຊື່ອງໆ ຫຼັງຈາກທີ່ໄດ້ຫຼົບຫຼີກພາສີໃນສະຫະລັດອາເມລິກາ ຕໍ່ມາຍັງໄດ້ຖືກຕັ້ງອີກໜຶ່ງຂໍ້ຫາຄືການສໍ້ໂກງເງິນດິຈິຕອລໃນນິວຢອກອີກ, John ພະຍາຍາມຫຼົບໜີໄປຫຼາຍປະເທດຈົນສຸດທ້າຍຈຶ່ງຖືກຈັບໄດ້ຢູ່ທີ່ສະໜາມບິນ ເມືອງບາເຊໂລນາ ຂະນະທີ່ກຳລັງຈະຂຶ້ນເຮືອບິນໄປທີ່ປະເທດອັງກິດໃນວັນທີ 3 ຕຸລາ 2020.

ບໍລິສັດ McAfee ກໍ່ຕັ້ງຂຶ້ນໃນປີ 1987 ຕໍ່ມາ John McAfee ໄດ້ຂາຍກິດຈະການທັງໝົດໃຫ້ແກ່ Intel ໃນປີ 2010.

ຂໍຂອບໃຈຂໍ້ມູນຈາກ : https://droidsans.com/john-mcafee-dead-prison-barcelona/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/