ລ້ຽງເປັດພັນໄຂ່ ແບບທຳມະຊາດຕາມໄຮ່ນາ ລ້ຽງສະບາຍສາມາດກຳຈັດສັດຕູພືດໄດ້ພ້ອມ!


ການລ້ຽງເປັດໃສ່ນາເຂົ້າກໍເປັນອີກວິທີໜຶ່ງທີ່ສາມາດລົດຕົ້ນທຶນໄດ້ຫຼາຍພໍສົມຄວນ ແລະ ທີ່ສຳຄັນກໍສາມາດຂ້າສັດຕູພືດໄດ້ອີກດ້ວຍ.

ຈາກປະສົບການທີ່ທາງເຈົ້າຂອງຟາມລ້ຽງເປັດໃສ່ນາເຂົ້າ, ເຊິ່ງໄດ້ເລົ່າໄວ້ວ່າ: ຕົນເອງກໍໃຊ້ຊີວິດຕິດພັນກັບອາຊີບການປູກເຂົ້າມາແຕ່ດົນນານ ປະກອບກັບຄວາມດຸໝັ່ນຂະຫຍັນພຽນ ຈຶ່ງໄດ້ເອົາວຽກງານກະສິກຳເປັນຫຼັກ ແຕ່ກໍໄດ້ສຶກສາໄປນຳວ່າ ເວລາໃດປູກເຂົ້າຈະມີສັດຕູພືດມາທຳລາຍ ເປັນຕົ້ນແມ່ນ: ຫອຍ, ຕັກແຕນ ແລະ ເມື່ອຮອດລະດູກ່ຽວເຂົ້າ ເວລາເຮົາກ່ຽວອາດຈະມີເຂົ້າຕົກເຮ່ຍໄປຕາມໄຮ່ນາ, ທາງເຈົ້າຂອງຟາມ ຈຶ່ງມີຄວາມຄິດຢາກຈະລ້ຽງເປັດເພື່ອໃຫ້ມັນໄດ້ກິນສັດຕູພືດ ແລະ ກິນຈຳນວນເມັດເຂົ້າທີ່ຕົກເຮ່ຍໃນເວລາກ່ຽວ, ພ້ອມກັນນັ້ນ ກໍຍັງສາມາດປ່ອຍເປັດໄດ້ແບບຕາມທຳມະຊາດ.

ເປັນອີກວິທີໜຶ່ງທີ່ຊ່ວລົດຄ່າໃຊ້ຈ່າຍ ແລະ ຕົ້ນທຶນໄດ້ດີພໍສົມຄວນ, ແຕ່ກ່ອນໃນນາບາງຄັ້ງກໍໃຊ້ຢາຂ້າຫອຍ, ແມງໄມ້ ແຕ່ເມື່ອໄດ້ມາລ້ຽງເປັດແລ້ວ ກໍບໍ່ໄດ້ສີດຢາຂ້າເລີຍ, ເຊິ່ງທຸລະກິດນີ້ ກໍເປັນອີກທຸລະກິດທີ່ສາມາດຕໍ່ຍອດ ແລະ ຂະຫຍາຍກະສິກຳການປູກຝັງລ້ຽງສັດ.

ການລ້ຽງເປັດໃສ່ນາເຂົ້າ ນອກຈາກຈະລົດຕົ້ນທຶນແລ້ວ ເປັດຍັງສາມາດໃຫ້ໄຂ່ໄດ້ທຸກມື້ ແລະ ເປັດໂຕໜຶ່ງສາມາດໃຫ້ໄຂ່ໄດ້ເຖິງ 18 ເດືອນ.

ຂອບໃຈຂໍ້ມູນຈາກ: https://bit.ly/3qwqZFr

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/