ນັກຮ້ອງນຳວົງ “Imagine Dragons” ອອກມາສະໜັບສະໜູນກຸ່ມຄົນຫຼາກຫຼາຍທາງເພດ ເຖິງຈະຖືກຕໍ່ຕ້ານຈາກຜູ້ທີ່ບໍ່ຍອມຮັບ LGBTQ+


Dan Reynolds (ແດນ ເຣໂນລ) ນັກຮ້ອງນຳວົງ Alternative Rock ຊື່ດັງ “Imagine Dragons” ໜຶ່ງໃນບຸກຄົນຜູ້ເປັນກະບອກສຽງ ໃຫ້ຄວາມສຳຄັນ ແລະ ສະໜັບສະໜູນຜູ້ທີ່ເປັນ LGBTQ+ ຈົນສ້າງຄວາມບໍ່ພໍໃຈໃຫ້ແກ່ຜູ້ທີ່ຕໍ່ຕ້ານ ເຖິງຂັ້ນມີການຂູ່ຂ້າ ແລະ ຈະທຳຮ້າຍ Dan ຈົນຕົນເອງຕ້ອງໄດ້ໃຫ້ FBI ເຂົ້າມາດູແລຄວາມປອດໄພ.

Dan Reynold ເປີດເຜີຍວ່າລາວໄດ້ຮັບຈົດໝາຍ ຫຼື ຂໍ້ຄວາມຂູ່ຂ້າ ພຽງເພາະປະກາດຕົນເປັນພັນທະມິດກັບຜູ້ທີ່ເປັນ LGBTQ+ ເຫດການດັ່ງກ່າວໄດ້ເຮັດໃຫ້ Dan ເກີດຄວາມກັງວົນໃຈຈົນເຖິງຂັ້ນຕ້ອງໃຫ້ທາງ ຕຳຫຼວດ ຫຼື FBI ເຂົ້າມາຊ່ວຍ ແຕ່ທາງ Dan ກໍຍັງປະກາດວ່າເຖິງຈະພົບກັບການຄຸກຄາມດັ່ງກ່າວ ລາວເອງກໍຍັງຈະເປັນອີກບຸກຄົນໜຶ່ງທີ່ຍັງສະໜັບສະໜູນ ແລະ ຢູ່ຄຽງຂ້າງຜູ້ທີ່ເປັນເພດທາງເລືອກນີ້.

Imagine Dragons singer trolled by anti-LGBT parents for 'making kids gay'

Dan ໄດ້ກ່າວອີກວ່າ “ຂ້ອຍບໍ່ໄດ້ຕ້ອງການທີ່ຈະອອກມາຂໍຄວາມເຫັນໃຈ ແຕ່ສິ່ງທີ່ເກີດຂຶ້ນນັ້ນເປັນຄວາມຈິງ ແລະ ເຫດຜົນພຽງຂໍ້ດຽວທີ່ຂ້ອຍຢາກຍົກປະເດັນນີ້ອອກມາເວົ້າກໍເພື່ອໃຫ້ທຸກຄົນໄດ້ເຂົ້າໃຈຢ່າງຊັດເຈນວ່າ ສິ່ງເຫຼົ່ານີ້ຍັງຄົງເປັນບັນຫາຕໍ່ສັງຄົມຢ່າງແທ້ຈິງ ແລະ ຫາກພວກເຈົ້າຄິດວ່າມັນບໍ່ເປັນແບບທີ່ຂ້ອຍເວົ້າ ເຈົ້າກໍຕ້ອງລອງເຂົ້າມາສຳຜັດແບບດຽວກັບຂ້ອຍເບິ່ງ ແລ້ວເຈົ້າກໍຈະຮູ້ວ່າຍັງມີຄົນອີກຈຳນວນຫຼວງຫຼາຍທີ່ຍັງຄົງມີຄວາມຄຽດແຄ້ນ ບໍ່ພໍໃຈ ແລະ ຍັງມີຄວາມຄິດຜິດໆຢູ່”.

ໃນປີ 2017 Dan ໄດ້ຈັດຕັ້ງມູນລະນິທິ “LOVELOUD” ທີ່ໃຫ້ການສະໜັບສະໜູນແກ່ເຍົາວະຊົນ LGBTQ+ ໂດຍການມອບເງິນຊ່ວຍເຫຼືອໃຫ້ໜ່ວຍງານທີ່ສະໜັບສະໜູນເຍົາວະຊົນທີ່ມີຄວາມຫຼາກຫຼາຍທາງເພດ, ຮວມໄປເຖິງການສະແດງການສະໜັບສະໜູນຜ່ານທາງເວທີຄອນເສີດບໍ່ວ່າຈະເປັນການ ໃສ່ເສື້ອ ແລະ ແກວ່ງທຸງສີຮຸ້ງ ເຊິ່ງເປັນເຄື່ອງໝາຍ Pride ແລະ ເປັນສັນຍະລັກແຫ່ງການສະໜັບສະໜູນຊາວ LGBTQ+.

Review: Imagine Dragons Keep the Genre-Blurring Jock Jams Coming on  'Origins' - Rolling Stone

ແລະເມື່ອບໍ່ດົນມານີ້ໃນປີ 2021 ທາງ Dan Raynold ກໍໄດ້ບໍລິຈາກເຮືອນທີ່ລາວອາໄສຢູ່ ໃຫ້ເປັນສູນເຍົາວະຊົນ LGBTQ+ ໂດຍສູນແຫ່ງນີ້ຕັ້ງຢູ່ Las Vegas ເພື່ອໃຫ້ການຊ່ວຍເຫຼືອແກ່ເຍົາວະຊົນ LGBTQ+ ທີ່ຕ້ອງການການປົກປ້ອງດູແລຢ່າງໃກ້ຊິດ.

ນອກຈາກຕົວ Dan ເອງທີ່ສະແດງອອກຢ່າງຊັດເຈນວ່າເປັນຜູ້ສະໜັບສະໜູນຊາວ LGBTQ+ ແລ້ວ, ຫຼາຍໆຜົນງານຂອງວົງ “Imagine Dragons” ເອງກໍມີເນື້ອຫາທີ່ເວົ້າເຖິງຄວາມເປັນຈິງ ແລະ ເປັນໄປຂອງໂລກໃນປັດຈຸບັນ ພ້ອມຍັງເວົ້າເຖິງຄວາມເຊື່ອໝັ້ນຕ່າງໆ ເປັນທັງກຳລັງໃຈ ແລະ ໂອບກອດຜູ້ຄົນໄວ້ນຳກັນ.

ຂໍຂອບໃຈຂໍ້ມູນຈາກ :  https://www.facebook.com/showyourspectrum/posts/774512873240385

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/