ແຝດແປງເພດຈາກຊາຍເປັນຍິງ ຄູ່ທຳອິດຂອງໂລກ


ເມລາ ເຣເຊນເດ ແລະ ໂຊເຟຍ ອັນບຣູເຄລີ ສອງຊາຍສັນຊາດບຣາຊິວ ກາຍເປັນຄູ່ແຝດຄູ່ທຳອິດຂອງໂລກທີ່ເຂົ້າຮັບການຜ່າຕັດແປງເພດ. ທັງສອງຄົນເຕີບໃຫຍ່ໃນ ເມືອງ ທາປີຣາ ເມືອງນ້ອຍໆທາງທິດຕາເວັນຕົກສຽງໃຕ້ຂອງບຣາຊິວ ເຊິ່ງເປັນເພດຊາຍຕັ້ງແຕ່ເກີດ ແຕ່ທັງສອງຮູ້ມາຕະຫຼອດວ່າແທ້ຈິງແລ້ວພວກເຂົາທັງສອງຢາກເປັນຜູ້ຍິງ. ເມລາ ໃຊ້ນາມສະກຸນຂອງພໍ່ ແລະ ໂຊເຟຍ ໃຊ້ນາມສະກຸນຂອງປູ່.

ເຖິງແມ່ນວ່າລະບົບປະກັນສຸຂະພາບຂອງບຣາຊິວຈະລວມໄປຮອດການຜ່າຕັດແປງເພດ ແຕ່ໃນບຣາຊິວກໍຍັງມີຄີນິກທີ່ເຮັດໃນດ້ານນີ້ໜ້ອຍ ແລະ ຊອກຍາກຫຼາຍ ເຮັດໃຫ້ຕ້ອງຕໍ່ຄິວຍາວ ແລະ ໃຊ້ເວລາດົນສົມຄວນ.

ຝາແຝດຄູ່ນີ້ໄດ້ຮັບການຜ່າຕັດແປງເພດໃນວັນທີ 11 ແລະ 12 ກຸມພາ ທີ່ຄີນິກຄົນຂ້າມເພດບຣາຊິວ ເຊິ່ງການຜ່າຕັດຂອງທັງສອງແມ່ນໃຊ້ເວລາປະມານຄົນລະ 4 ຊົ່ວໂມງ ແລະ ແຍກກັນຄົນລະມື້.

ຫຼັງຈາກທັງສອງໄດ້ຮັບການຜ່າຕັດກໍໄດ້ໃຊ້ຊີວິດແບບຄົນປົກກະຕິ ເຊິ່ງ ໂຊເຟຍກໍໄດ້ໄປຮຽນຕໍ່ປະລິນຍາດ້ານວິສະວະກຳໂຍທາໃນ ເຊົາເປົາລູ ແລະ ເມລາກໍວາງແຜນຈະມີຄອບຄົວເປັນຂອງຕົນເອງ ໂດຍການເປັນແມ່ລ້ຽງຮັບລູກບຸນທຳ ແລະ ທັງສອງຍັງມີຄວາມຕັ້ງໃຈໃນການຊ່ວຍເຫຼືອຄົນທີ່ມີຄວາມຕ້ອງການຢາກຂ້າມເພດໃຫ້ຕໍ່ສູ້ ແລະ ສຳເລັດຕາມຄວາມຝັນຂອງພວກເຂົາອີກດ້ວຍ.

ທີ່ມາ: https://mgronline.com/around/detail/9640000018686

ພາບ: Bali Tourism, mgronline

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/