“ຮ້ານໝາກພ້າວໂອບາມາ” ຈາກຮ້ານອາຫານທຳມະດາ ກາຍມາເປັນຮ້ານທີ່ມີຊື່ສຽງບໍ່ທຳມະດາ


ເປັນຊື່ໃໝ່ທີ່ກາຍເປັນທີ່ຮູ້ຈັກໃນພິບຕາ! ເມື່ອ 5 ປີທີ່ຜ່ານມາ ສຳລັບປາກົດການການຖືກໃຫ້ສາຍາ ແກ່ຮ້ານອາຫານແມ່ຂອງຊັນເຊັດວິວ ທີ່ຕັ້ງຢູ່ບໍລິເວນເສັ້ນທາງແຄມຂອງ ທີ່ນະຄອນຫຼວງພະບາງ ທີ່ພາຍຫຼັງທີ່ປະທານາທິບໍດີຄົນທີ 44 ແຫ່ງສະຫະລັດອາເມຣິກາ  “ບາຣັກ ໂອບາມາ” ໄດ້ມາຊິມນ້ຳໝາກພ້າວສົດໆທີ່ຮ້ານດັ່ງກ່າວ ເມື່ອປີ 2016 ໃນລະຫວ່າງກ່ອນການເຂົ້າຮ່ວມສຸດຍອດກອງປະຊຸມຜູ້ນຳອາຊຽນ ຫຼື 28th-29th ASEAN Summit 2016 ທີ່ປະເທດລາວເຮົາໄດ້ຮັບກຽດເປັນເຈົ້າພາບໃນປີດັ່ງກ່າວ.

ແລະ ດ້ວຍເຫດນີ້ ການທີ່ທ່ານບາຣັກ ໂອບາມາ ຜູ້ນຳສະຫະລັດອາເມຣິກາຄົນທຳອິດທີ່ໄດ້ມາຢ້ຽມຢາມປະເທດລາວ ຈຶ່ງເຮັດໃຫ້ທຸກສະຖານທີ່ທີ່ທ່ານໄດ້ໄປ ໄດ້ຮັບຄວາມສົນໃຈເປັນພິເສດ ແລະ ເມື່ອຮູບພາບທີ່ທ່ານບາຣັກໂອບາມາ ກຳລັງຊິມນ້ຳໝາກພ້າວທີ່ຮ້ານດັ່ງກ່າວໄດ້ຖືກເຜີຍແຜ່ໄປ  ຮ້ານອາຫານແມ່ຂອງຊັນເຊັດວິວກໍຕ້ອງໄດ້ເພີ່ມອີກໜຶ່ງຊື່ ໃນຖານະເປັນຮ້ານທີ່ທ່ານ ບາຣັກ ໂອບາມາ ເຄີຍໄດ້ມາຄັ້ງໜຶ່ງໃນຊີວິດ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/