ວຽງແກ້ວ ສິລະປິນວົງການເພງລາວທີ່ໂດ່ງດັງໃນເມື່ອກ່ອນ ປັດຈຸບັນກໍຍັງມີຜົນງານໃຫ້ຕິດຕາມສະເໝີ


ວຽງແກ້ວ ອິນທະວົງ ຫຼື ແກ້ວ ເຈົ້າຂອງຜົນງານເພງລາວທີ່ຫຼາຍຄົນຄົງຮູ້ຈັກກັນດີ ແລະ ເປັນໜຶ່ງໃນວົງນັກຮ້ອງ ທີ່ຫຼາຍຄົນຍັງໃຫ້ຄວາມສົນໃຈຢູ່ສະເໝີມາ ປະກອບກັບຜົນງານທີ່ສ້າງມາແຕ່ກ່ອນ ປັດຈຸບັນກໍຍັງສ້າງຂຶ້ນມາໃໝ່ຢູ່ເລື້ອຍໆ ແລະ ໃຫ້ແຟນໆໄດ້ຮັບຮູ້ກັນຢູ່ຕະຫຼອດ.

ແຮງຈູງໃຈ ຫຼື ເຫດຜົນທີ່ກ້າວເຂົ້າສູ່ວົງການເພງລາວ?
ໃນສ່ວນຂອງໜຸ່ມແກ້ວແມ່ນ ມັກ ແລະ ຮັກໃນການຮ້ອງເພງເປັນຊີວິດຈິດໃຈ. ເມື່ອກ່ອນຍັງບໍ່ມີພື້ນຖານໃນການຫຼິ້ນເຄື່ອງດົນຕີ ເຊິ່ງໃນເວລານັ້ນກໍຍັງເຝິກຫຼິ້ນກີຕ້າພໍປະມານ, ແລ້ວກໍມີໂອກາດໄດ້ເຂົ້າເຮັດວຽກທີ່ບໍລິສັດແຫ່ງໜຶ່ງ ແລະກໍໄດ້ຮ້ອງເພງນຳກັນຫຼາຍຄົນຈົນກາຍມາເປັນວົງ, ໃນນັ້ນມີ ທ້າວ ຄອນສະຫວັນ ເຊິ່ງປັດຈຸບັນ ກໍໄດ້ປະກອບອາຊີບເປັນນັກຖ່າຍພາບອິດສະຫຼະ ໃນເວລານັ້ນກໍໄດ້ມີສ່ວນໃນການຮ້ອງເພງດ້ວຍກັນ.

ຊື່ວົງ ແລະ ບົດເພງທຳອິດທີ່ປ່ອຍອອກມາ?
ເພງ: ຢາກໃຫ້ເຈົ້າຮູ້ສຶກ ໃນນາມວົງ High Dreamer, ເຊິ່ງໃນເວລານັ້ນເພງດັ່ງກ່າວກໍເປັນທີ່ນິຍົມຫຼາຍພໍສົມຄວນ ໃນປີ 2009. ຈາກນັ້ນ ໜຸ່ມແກ້ວ ກໍໄດ້ໄປສຶກສາຮ່ຳຮຽນຕໍ່ທີ່ ສສ ຫວຽດນາມ (ປະລິນຍາໂທ ກົດໝາຍຮ່ວມມືທຸລະກິດ), ແລ້ວກໍໄດ້ຕັ້ງໃຈໄປກັບການຮຽນເປັນຫຼັກ.

ຫຼັງຈາກ ທີ່ຮຽນຈົບແລ້ວ ກໍໄດ້ມີໂອກາດເຕົ້າໂຮມສະມາຊິກວົງມາສ້າງຜົນງານອີກຄັ້ງ ແລະ ໄດ້ປ່ຽນຊື່ວົງເປັນ F-Capsule (ເອັຟ ແຄັບຊູນ) ແລະ ຍ້າຍໄປສັງກັດທີ່ ລາວພຣາຍເຣັກຄອດ, ເຊິ່ງວົງ F-Capsule ກໍໄດ້ປ່ອຍຜົນງານເພງ: ຂ້ອຍເປັນຂອງເຈົ້າ ອອກມາອີກດ້ວຍ.

ປັດຈຸບັນ ກຳລັງເຮັດຫຍັງ ແລະ ຍັງມີຜົນງານເປັນວົງຢູ່ບໍ?
ເມື່ອຜ່ານໄປເປັນເວລາດົນນານ ຕ່າງຄົນກໍໄດ້ໃຊ້ຊີວິດຫາປະສົບການໃໝ່ໆ ແລະ ສ້າງຖານະຄອບຄົວໃຜລາວ ແຕ່ກໍຍັງຮັກເປັນຫ່ວງກັນຢູ່ແບບບໍ່ເຫີນຫ່າງ ຍັງຕິດຕໍ່ກັນຢູ່ເປັນປະຈຳ ສ່ວນທາງບໍລິສັດກໍຍັງຮັກແພງກັນສະເໝີ.

ຫຼ້າສຸດ ໃນວົງແມ່ນຍັງຢູ່ນຳກັນ 2 ຄົນ ມີມືກີຕ້າຂອງວົງ ແລະ ໃນນາມຫົວໜ້າວົງ ທີ່ມີຊື່ວ່າ: ແກ່ນນະຄອນ ຫຼື ດອນລ່າ ເຊິ່ງປັດຈຸບັນກໍເປັນພະນັກງານຢູ່ທະນາຄານແຫ່ງໜຶ່ງ, ເຊິ່ງທັງສອງຄົນກໍໄດ້ຮ່ວມງານກັນອີກຄັ້ງແລ້ວກໍໄດ້ປ່ອຍເພງ: ຟ້າລິຂິດ ອອກມາເປັນຜົນງານໃໝ່, ເປັນອີກບົດເພງໃໝ່ ທີ່ຖືກໃຈໃຜຫຼາຍຄົນ ທີ່ປ່ອຍມາບໍ່ດົນຍອດວິວກໍເພີ່ມຂຶ້ນເລື້ອຍໆ.

ຈາກຜົນງານເພງທີ່ຜ່ານມາ ກໍໄດ້ມີການປ່ຽນຊື່ວົງຫຼາຍພໍສົມຄວນ ເນື່ອງຈາກຫຼາຍສາເຫດຫຼາຍປັດໄຈ ແລະ ໃນປັດຈຸບັນ ກໍໄດ້ເປັນວົງອິດສະຫຼະ ພ້ອມປ່ຽນຈາກຊື່ວົງ F-Capsule ມາເປັນວົງ Chao Su (ເຈົ້າຊູ້) ແລະ ທຸກຄົນສາມາດຕິດຕາມໄດ້ໃນໄວໆນີ້.

ຮູ້ສຶກແນວໃດເມື່ອຜົນຕອບຮັບດີ?
ຖ້າຫາກວ່າຜົນງານຂອງພວກເຮົາໄດ້ຜົນຕອບຮັບມາດີ ຫຼື ຫຼາຍຄົນທີ່ສົນໃຈ ມັກ ແລະ ຮັກເພງຂອງພວກເຮົາ ຕ້ອງຂໍຂອບໃຈຫຼາຍ ແລະ ຮູ້ສຶກດີໃຈເປັນທີ່ສຸດ ເພາະຍັງເປັນກຳລັງໃຫ້ໄດ້ສ້າງງານຕໍ່ໄປເລື້ອຍໆ. ພິເສດໄປກວ່ານັ້ນ ທຸກຜົນງານຜົນງານທີ່ສ້າງຂຶ້ນມາ ແມ່ນຍ້ອນຄວາມຮັກໃນວົງການເພງນັ້ນເອງ.

ບົດສຳພາດຈາກ: ວຽງແກ້ວ ອິນທະວົງ ຫຼື ແກ້ວ Facebook: Viengkeo Inthavong

ຮຽບຮຽງໂດຍ: Cat_Meo_ManU

ຊ່ອງທາງການຕິດຕາມຜົນງານ: YouTube: Laopride Records (https://bit.ly/3vVrMkg)

ຜົນງານ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/