HUAWEI P50 series ທີ່ມາກັບຈໍ OLED 120Hz ແລະ ກ້ອງ zoom 200x


ເບິ່ງຄືວ່າສະຖານະການສົງຄາມການຄ້າ (Trade War) ລະຫວ່າງສະຫະລັດອາເມຣິກາ ແລະ ຈີນ ຈະດີຂຶ້ນແຕ່ກໍພັດມີຂ່າວອອກມາວ່າ HUAWEI ຖືກແບນຫ້າມຄ້າຂາຍກັບບໍລິສັດອາເມຣິກາອີກແລ້ວ ເຊິ່ງສົ່ງຜົນກະທົບເຖິງທຸລະກິດ Smart Phone ແລະ ອື່ນໆ ຂອງບໍລິສັດຄືຫຼີກເວັ້ນບໍ່ໄດ້. ແຕ່ຫຼ້າສຸດກໍມີຂໍ້ມູນຈາກຈີນຫຼຸດອອກມາວ່າ P50 Series ຮຸ່ນເຮືອທຸງຕົວຖັດໄປຈະມາພ້ອມກັບສະເປັກທີ່ເວົ້າໄດ້ວ່າເປັນການສັ່ນວົງການມືຖືຢ່າງແນ່ນອນ.

ຂໍ້ມູນຊຸດນີ້ໄດ້ມາຈາກ Leaker ນິລະນາມຈາກ Weibo ເຜີຍວ່າ HUAWEI P50 ຮຸ່ນທຳມະດາຈະມາພ້ອມກັບໜ້າຈໍທີ່ມີຄ່າ Refresh 90Hz ສ່ວນຮຸ່ນທັອບທີ່ຄາດວ່າບໍ່ເປັນ P50 Pro ກໍຮຸ່ນ Pro+ ຈະອັບເກດມາໃຊ້ເປັນຈໍ 120Hz ແລະ ເຊື່ອວ່າປະເພດຂອງໜ້າຈໍທີ່ໃສ່ມາກໍໜ້າຈະເປັນ OLED ຄືກັບຮຸ່ນທີ່ຜ່ານໆມາແນ່ນອນ ໂດຍ HUAWEI P50 Series ຈະເລືອກໃຊ້ໜ້າຈໍແບບເຈາະຮູເອົາໄວ້ທາງກາງຄ້າຍໆກັບ Galaxy S21 Series ທີ່ເປີດຕົວໄປເມື່ອ 2-3 ມື້ທີ່ຜ່ານມາ.

ນອກຈາກນີ້ ແຫຼ່ງຂ່າວຍັງເຜີຍວ່າໜ້າຈໍຂອງ HUAWEI P50 series ນັ້ນຄຸນະພາບບໍ່ເປັນສອງຮອງໃຜ ສ່ວນຊິບເຊັດຈະຂັບເຄື່ອນດ້ວຍ Kirin 9000 ແລະ Kirin 9000e ທີ່ຕ່າງຜະລິດເທິງສະຖາປັດຍະກຳຂະໜາດ 5 ນາໂນແມັດ ນຳກັນທັງຄູ່ ໂດຍໃນສ່ວນກ້ອງຫຼັງ Huawei P50 Series ຈະຍັງໃຊ້ເລນທີ່ພັດທະນາຮ່ວມກັບ Leica ຄືເກົ່າ ຊຸດກ້ອງເກືອບທຸກຊຸດດຽວກັບ Mate 40 series ແຕ່ກ້ອງຊູມຈະໄດ້ຮັບການຕີບວກຂຶ້ນມາມີ Digital Zoom ທີ່ໄກສຸດຂອບໂລກເຖິງ 200x.

ເທົ່ານັ້ນຍັງບໍ່ພໍ HUAWEI P50 Pro+ ອາດຮອງຮັບເຕັກໂນໂລຊີລະບົບສາກໄວ 135W ອີກຕ່າງຫາກ. ຂະນະທີ່ຮຸ່ນອື່ນໆໃນຊີຣີ່ຈະຮອງຮັບລະບົບສາກໄວແບບມີສາຍ 66W ແລະ ແບບໄຮ້ສາຍ 50W ເຊິ່ງຕ້ອງຍອມຮັບເລີຍວ່າຕົວເລກນີ້ຖືວ່າສູງຫຼາຍເກືອບຈະທັອບໆຂອງວົງການໂລກ ແຕ່ເຖິງຢ່າງໃດກໍຕາມ ຂໍ້ມູນໃນສ່ວນແບັດເຕີຣີ່ກໍຄືວ່າຈະຍັງຢູ່ໃນຂັ້ນຕອນທົດສອບໃຊ້ງານຢູ່.

ແຕ່ໜ້າເສຍດາຍທີ່ HUAWEI P50 Series ຮຸ່ນ Global ຈະຍັງຄົງບໍ່ມາກັບລະບົບປະຕິບັດການ Harmony OS 2.0 ແຕ່ຈະເລືອກໃຊ້ເປັນ EMUI 11 ຄືເກົ່າ. ທັງນີ້ ຮຸ່ນທີ່ຂາຍໃນຈີນອາດຈະໄດ້ Harmony OS  ໄປລອງໃຊ້ງານ.

ຍັງບໍ່ໝົດພຽງເທົ່ານີ້ ແຫຼ່ງຂ່າວປິດທ້າຍວ່າ HUAWEI P50 Series ຈະມາກັບລຳໂພງ 4 ຕົວ ແລະ ມໍເຕີສັ່ນທີ່ອັບເກດຂຶ້ນກວ່າເກົ່າຈາກຮຸ່ນກ່ອນໜ້ານີ້ ແຕ່ຫາກ HUAWEI P50 Series ມາພ້ອມສະເປັກແບບນີ້ແທ້ໆກໍໜ້າຈະມີ GMS  ຫຼື ບໍ່?

ທີ່ມາ: https://droidsans.com/huawei-p50-series-leaked-specs-weibo-out-of-the-world/