HarmonyOS ຂອງ Huawei ສາມາດໃຊ້ Google Mobile Service ແລະ ແອັບ Play Store ໃນເວີຊັ່ນຂອງນັກພັດທະນາໄດ້


HUAWEI ເຊິ່ງພັດທະນາມາຈາກ HarmonyOS,​ ປັດຈຸບັນໄດ້ເຂົ້າສູ່ໄລຍະທົດສອບ Beta ສຳລັບນັກພັດທະນາ ແລະ ໄດ້ມີການທົດລອງໃຊ້ໃນສະມາດໂຟນບາງຮຸ່ນຂອງ HUAWEI ເຊັ່ນ: Mate X2, Mate 40, P40, Mate 30, MatePad Pro, Smart Screen S Series.

ອຸປະກອນຊຸດທຳອິດຂອງໂປຣແກຣມທົດລອງສຳລັບນັກພັດທະນາທີ່ໄດ້ກ່າວມາ ໄດ້ຮັບການແຈ້ງເຕືອນເພື່ອອັບເກຣດເພື່ອປ່ຽນສະຖານະຈາກ EMUI 11 ທີ່ໃຊ້ Android 10 ໃຫ້ກາຍມາເປັນ HarmonyOS ແລ້ວ.

ລະບົບປະຕິດບັດການ HarmonyOS ຍັັງຖືກຕັ້ງຂໍ້ສົງໃສຢູ່ຫຼາຍປະເດັນຈາກຜູ້ໃຊ້ລະບົບ Android ກ່ອນໜ້ານີ້ ຫຼັກໆກໍຄືການຮອງຮັບແອັບພິເຄຊັ່ນຕ່າງໆ.

ໂດຍຈາກໃຈຜູ້ທີ່ໃຊ້ລະບົບ Android ຮວມໄປເຖິງ Google Mobile Service (GMS) ແລະ Play Store ວ່າຊຸດຊອບແວຣ໌ຂອງ Google ຈະສາມາດເຮັດວຽກກັບລະບົບ HarmonyOS ໄດ້ດີຫຼືບໍ່?.

ຕໍ່ກັບບັນຫາດັ່ງກ່າວ ຜ່ານການທົດສອບຮຸ່ນເບຕ້າຂອງ HarmonyOS 2.0 ຜ່ານສະມາດໂຟນ HUAWEI Mate 40 Pro+ ເຫັນວ່າການບໍລິການຕ່າງໆຂອງ Google ບໍ່ໄດ້ຮັບຜົນກະທົບໃດໆ ແລະ ຍັງສາມາດນຳໃຊ້ໄດ້ຫຼັງຈາກອັບເກຣດເປັນ HarmonyOS.

ກ່ອນໜ້ານີ້ Huawei ເອງກໍໄດ້ອອກມາອະທິບາຍເຖິງ HarmonyOS ວ່າບໍ່ໄດ້ພັດທະນາມາເພື່ອແທນທີ່ Android ຫຼື ບໍ່ໄດ້ຮຽນແບບລະບົບ iOS ແຕ່ເປັນລະບົບທີ່ໄດ້ພັດທະນາມາເຖິງ 5 ປີ ແລະ ຈຸດປະສົງກໍເພື່ອມາເປັນລະບົບປະຕິບັດການສຳລັບ Internet Of Everything.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/