ພົບຂີ້ເຫຍື້ອຖົງຫໍ່ແຊນວິດເກືອບ 30 ປີກ່ອນຍັງມີສະພາບຄືເກົ່າ ສະທ້ອນເຖິງບັນຫາຂີ້ເຫຍື້ອພລາສຕິກ ທີ່ໃຊ້ເວລາດົນໃນການຍ່ອຍສະຫຼາຍ


ພົບຂີ້ເຫຍື້ອຖົງຫໍ່ແຊນວິດເມື່ອເກືອບ 30 ປີກ່ອນທີ່ຖືກຖິ້ມ ຍັງມີສະພາບປົກກະຕິໃນອຸທິຍານແຫ່ງຊາດປະເທດສະກັອດແລນ ສະທ້ອນເຖິງບັນຫາຂີ້ເຫຍື້ອພລາສຕິກທີ່ບໍ່ສາມາດຍ່ອຍສະຫຼາຍໄດ້ທາງຊີວະພາບ ຫຼືໃຊ້ເວລາຫຼາຍຮ້ອຍປີໃນການຍ່ອຍສະຫຼາຍ ສ້າງຜົນກະທົບຢ່າງຫຼວງຫຼາຍຕໍ່ສິ່ງແວດລ້ອມ.

ຖົງຂີ້ເຫຍືອທີ່ພົບແມ່ນຖືກຜະລິດມາຕັ້ງແຕ່ປີ 1992 ໃນອຸທິຍານແຫ່ງຊາດ Cairngorms,​ ທາງ National Trust for Scotland (NTS) ໄດ້ລາຍງານວ່າ ຖົງດັ່ງກ່າວຍັງມີສະພາບປົກກະຕິ ແລະ ທຳລາຍພື້ນທີ່ທຳມະຊາດທີ່ສວຍງາມຈາກການທີ່ມັນບໍ່ຍ່ອຍສະຫຼາຍ ແລະ ຕົກຄ້າງໃນທຳມະຊາດເປັນເວລາດົນນານ.

ພຽງຖົງຂີ້ເຫຍື້ອຖົງດຽວ ອາດເຮັດໃຫ້ເຮົາຍັງຄິດພາບເຖິງບັນຫາສິ່ງແວດລ້ອມບໍ່ໄດ້ຊັດເຈນ  ດັ່ງນັ້ນລອງຄິດນຳກັນເບິ່ງວ່າ ຖົງພລາສຕິກ 1 ອັນ ໃຊ້ເວລາຍ່ອຍສະຫຼາຍເຖິງ 450 ປີ,​ ໃນແຕ່ລະມື້ມີຂີ້ເຫຍື້ອພລາສຕິກ ແລະ ໂຟມອາຫານຖືກຖິ້ມເຖິງມື້ລະ 7,000 ໂຕນ ເຊິ່ງ 80% ໃນນັ້ນເປັນພລາສຕິກ,​ ສິ່ງທີ່ເປັນຕາຢ້ານກວ່ານັ້ນແມ່ນ ທຸກໆປີ ມີຂີ້ເຫຍື້ອພລາສຕິກຈາກການຊື້ເຄື່ອງ ຖືກຖິ້ມຢູ່ໃນໂລກຫຼາຍເຖິງ 10,000 ລ້ານຖົງຕໍ່ປີ ເຊິ່ງຈະຕ້ອງໃຊ້ເວລາຍ່ອຍສະຫຼາຍຢ່າງຕ່ຳ 1,000 ປີຂຶ້ນໄປ.

ຖ້າເຮົາບໍ່ຫຼຸດຜ່ອນການໃຊ້ພລາສຕິກລົງ ວົງຈອນນີ້ກໍຈະໝຸນວຽນຢູ່ໃນໂລກຢ່າງບໍ່ຈົບບໍ່ສິ້ນ ສົ່ງຜົນກະທົບຕໍ່ຊັບພະຍາກອນທຳມະທຳຊາດຢ່າງໃຫຍ່ຫຼວງໃນປັດຈຸບັນ ແລະ ອະນາຄົດ.

ຂອບໃຈຂໍ້ມູນຈາກ:
https://bit.ly/3o0h5dS
https://bit.ly/2R0maqC

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/