ໂຄວິດ-19 ສາຍພັນ ອິນເດຍ ຖືກເລື່ອນລະດັບຂຶ້ນເປັນ ສາຍພັນທີ່ໜ້າເປັນຫ່ວງ


ໂຄວິດ-19 ສາຍພັນ ອິນເດຍ ຫຼື ສາຍພັນ B.1.617 ທີ່ຖືກພົບຄັ້ງທຳອິດຢູ່ທີ່ອິນເດຍ ໄດ້ຖືກຈັດລະດັບເປັນ ສາຍພັນທີ່ໜ້າເປັນຫ່ວງຂອງໂລກ ໂດຍອົງການອະນາໄມໂລກ ໃນວັນຈັນທີ 10 ພຶດສະພາ 2021 ທີ່ຜ່ານມາ ເພາະມີຂໍ້ມູນທີ່ຢືນຢັນວ່າມັນສາມາດແຜ່ລະບາດໄດ້ໄວກວ່າເກົ່າ.

ສາຍພັນ B.1.617 ແມ່ນສາຍພັນທີ 4 ທີ່ໄດ້ຖືກຈັດຢູ່ໃນສາຍພັນທີ່ໜ້າເປັນຫ່ວງ ຖັດຈາກ ສາຍພັນ ອັງກິດ B.1.1.7 (GR,G), ສາຍພັນອາຟຣິກາໃຕ້ B.1.351 (GH,G) ແລະ ສາຍພັນເບຣຊິນ P.1 (GR).

ສະຖານະການການຕິດເຊື້ອ ແລະ ການເສຍຊີວິດ ຍ້ອນໄວຣັດໂຄໂຣນາຢູ່ອິນເດຍ ໃນໄລຍະຜ່ານມານີ້ ຕິດອັນດັບສູງສຸດຂອງໂລກຕະຫຼອດ ຈຶ່ງມີການຮຽກຮ້ອງໃຫ້ມີການປິດປະເທດ. ສາຍພັນດັ່ງກ່າວນີ້ ໄດ້ແຜ່ລາມໄປປະເທດອື່ນແລ້ວ ຫຼາຍປະເທດຈຶ່ງຕ້ອງໄດ້ລະງັບ ແລະ ຈຳກັດການໄປມາຫາສູ່ກັນກັບອິນເດຍ.

ທ່ານ ນາງ ແວນ ເຄີໂຄບວ໌ (Van Kerkhove) ໄດ້ກ່າວວ່າ ໃນມື້ນີ້ ຍັງຈະປະກາດຂໍ້ມູນກ່ຽວກັບສາຍພັນນີ້ ແລະ ສາຍພັນຍ່ອຍຂອງສາຍພັນນີ້ຕື່ມອີກ 3 ສາຍພັນ ແລະ ຍັງກ່າວຕື່ມອີກວ່າ ເຖິງແມ່ນວ່າ ເຮົາຈະຮູ້ແລ້ວວ່າມັນສາມາດແຜ່ກະຈາຍໄດ້ໄວກວ່າເກົ່າ ແຕ່ເຮົາຍັງຕ້ອງການຂໍ້ມູນເພີ່ມຕື່ມອີກ.

ທ່ານ ຊຸມຢາ ສະວາມີນາທານ (Soumya Swaminathan) ຫົວໜ້ານັກວິທະຍາສາດຂອງອົງການອະນາໄມໂລກ ບອກວ່າ ກຳລັງດຳເນີນການສຶກສາຄົ້ນຄວ້າຢູ່ອິນເດຍ ເພື່ອສຶກສາກ່ຽວກັບ ຄວາມສາມາດໃນການແຜ່ກະຈາຍ, ຄວາມຮຸນແຮງຂອງພະຍາດທີີ່ເກີດຈາກພະຍາດໂຄວິດ ແລະ ການຕອບໂຕ້ຂອງສາຍພັນນີ້ ຕໍ່ກັບການຕ້ານເຊື້ອຂອງກຸ່ມຄົນທີ່ໄດ້ສັກວັກຊີນແລ້ວ. ສິ່ງທີ່ພວກເຮົາຮູ້ໃນປັດຈຸບັນແມ່ນ ວັກຊີນຍັງມີປະສິດທິຜົນຢູ່ ການວິໄຈຍັງໃຊ້ໄດ້ຢູ່ ການປິ່ນປົວທີ່ມີໃນປັດຈຸບັນຍັງໃຊ້ໄດ້ຢູ່ ບໍ່ຈຳເປັນຕ້ອງປ່ຽນແປງຫຍັງ.

ນອກຈາກນີ້ ທ່ານ ເຕໂດຣສ໌ ອັດດານອມ (Tedros Adhanom Ghebreyesus)  ຜູ້ອໍານວຍການຂອງອົງການອະນາໄມໂລກ ໄດ້ບອກວ່າ ມູນນິທິອົງການອະນາໄມໂລກ ໄດ້ສ້າງໂຄງການໜຶ່ງຂຶ້ນມາເພື່ອຊ່ວຍປຸກລະດົມການບໍລິຈາກທຶນ ເພື່ອເອົາມາຊື້ ອົກຊີ, ຢາປົວພະຍາດ ແລະ ອຸປະກອນປ້ອງກັນສຳລັບພະນັກງານການແພດ ໂດຍໃສ່ຊື່ໂຄງການວ່າ “Together for India” (ຮ່ວມກັນເພື່ອອິນເດຍ).

ທີ່ມາ: https://bit.ly/2Q6jw1U

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/